spot_img
Homeຂ່າວທ້ອງຖິ່ນການ​ຄ້າ​ຫຼວງ​ພະ​ບາງ ​ຮ່ວມ​ຫາ­ລື​ກັບຜູ້​ປະ­ກອບ​ການ ເພື່ອ​ແກ້​ບັນ­ຫາ​ຊື້-ຂາຍ​ຊີ້ນ​ໝູ

ການ​ຄ້າ​ຫຼວງ​ພະ​ບາງ ​ຮ່ວມ​ຫາ­ລື​ກັບຜູ້​ປະ­ກອບ​ການ ເພື່ອ​ແກ້​ບັນ­ຫາ​ຊື້-ຂາຍ​ຊີ້ນ​ໝູ

Published on

ເພື່ອ​ເຮັດ​ໃຫ້​ຫາງ​ສຽງ​ການ​ຊື້​ຂາຍສັດ-ຂາຍ​ຊີ້ນ​ໝູ​ຂອງ​ຜູ້​ປະ­ກອບ​ການທຸ­ລະ​ກິດ​ຂາຍ​ສົ່ງ-ຂາຍ­ຍ່ອຍ​ໄດ້​ເປັນ​ເອ­ກະພາບ​ກັນ​ທາງ​ດ້ານ​ລາ­ຄາ​ຢູ່​ພາຍ​ໃນເມືອງ​ຫຼວງ​ພະ​ບາງ ບໍ່​ດົນ​ມາ​ນີ້ ທາງ​ພະແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງຫຼວງ​ພະ​ບາງ ໂດຍ​ສະ­ເພາະ​ແມ່ນ​ຂະແໜງ​ການ​ຄ້າ​ພາຍ​ໃນ​ໄດ້​ຈັດ​ກອງ​ປະ­ຊຸມ​ຫາ­ລື​ກ່ຽວ​ກັບ​ບັນ­ຫາດັ່ງ­ກ່າວ​ ເພື່ອ​ແນ­ໃສ່​ເຮັດ​ພໍ່​ແມ່​ປະ­ຊາ­ຊົນ​ກໍ​ຄື​ຜູ້​ບໍ­ລິ­ໂພກ​ພາຍ​ໃນ​ເມືອງ​ໄດ້​ຮັບ​ຄວາມເປັນ​ທຳ.

ທ່ານ ສົມ​ສັກ ບຸນ​ມາ​ເພັດ ຮອງ​ຫົວໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ ການ​ຄ້າ, ປະ­ທານ​ກອງ​ປະ­ຊຸມ​ໄດ້​ກ່າວ​ວ່າ: ການ​ຫາ­ລື​ຮ່ວມ​ກັນ​ຂອງ​ຜູ້​ປະ­ກອບ​ການ​ທຸ­ລະກິດ​ຂາຍ­ຍ່ອຍ-ຂາຍ​ສົ່ງ​ໃຫ້​ເປັນ​ເອ­ກະພາບ​ກັນ​ພາຍ​ໃນ​ເມືອງ​ຫຼວງ​ພະ​ບາງ ຄັ້ງນີ້​ແມ່ນ​ຈະ​ເປັນ​ທາງ​ອອກ​ທີ່​ດີ​ໃນ​ການ​ນຳເຂົ້າ​ໝູ​ພັນ​ຊີ້ນ​ທີ່​ບໍ່​ມີ​ຄຸນ​ນະ​ພາບ​ຈາກປະ­ເທດ​ເພື່ອນ​ບ້ານ​ເຂົ້າ​ມາ​ບໍ­ລິ­ໂພກ​ໃນທ້ອງ​ຕະ­ຫຼາດທັງ​ນີ້ ກໍ​ເພື່ອ​ເປັນ​ການ​ກະຕຸກ​ຊຸກ­ຍູ້ ແລະ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ພາຍໃນ​ແຂວງ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ທາງດ້ານ​ປະ­ລິ­ມານ ແລະ​ ຄຸນ​ນະ​ພາບ​ດີ ເພື່ອ​ສະ­ໜອງ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ.

IMG_3419

ທ່ານ ບຸນ​ຮັກ ສວມ​ໄຊ​ກອງ ຫົວ­ໜ້າຂະ­ແຫນງ­ການ​ຄ້າ​ພາຍ​ໃນ​ແຂວງ​ໃຫ້​ຮູ້ວ່າ ສຳ­ລັບ​ການ​ບໍ­ລິ­ໂພກ​ຊີ້ນ​ໝູ​ຢູ່​ພາຍ​ໃນເມືອງ​ຫຼວງ​ພະ​ບາງ​ສະ­ເລ່ຍ​ມື້​ລະ 130 ໂຕ ເນື່ອງ​ຈາ​ກວ່າ​ແຂວງ​ຫຼວງ​ພະ​ບາງເປັນ​ແຂວງ​ທາງ​ຜ່ານ​ຂອງ​ບັນ­ດາ​ແຂວງພາກ​ໜື​ອ, ເປັນ​ສູນ​ກາງ​ທາງ​ດ້ານ​ການທ່ອງ​ທ່ຽວ, ການ​ສຶກ​ສາ, ສາ­ທາ­ລະ­ນະ ສຸກ ແລະ​ເປັນ​ສູນ​ກາງ​ດ້ານ​ເສດ­ຖະ­ກິດ​ການ​ຄ້າ​ຂອງ​ບັນ­ດາ​ແຂວງ​ພາກ​ເໜືອ ສະ­ນັ້ນ​ຈິ່ງ​ເຮັດ​ໃຫ້​ແຂກ​ຈາກ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ຫຼັ່ງ­ໄຫຼ​ເຂົ້າ​ມາ​ທ່ຽວຊົມ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ເມືອງ​ມໍ­ລະ­ດົກ ໂລກ​ນັບ​ຫຼາຍ​ລ້ານ​ຄົນ​ໃນ​ແຕ່​ລະ​ປີ ພ້ອມ ນີ້​ກໍ​ຍັງ​ມີ​ນັກ­ຮຽນ, ນັກ​ສຶກ​ສາ​ຈາກ​ຕ່າງ​ແຂວງ​ເຂົ້າ​ມາ​ສຶກ​ສາ​ຢູ່​ບັນ­ດາ​ສະ​ຖາ​ບັນການ​ສຶກ​ສາ​ພາຍ​ໃນ​ແຂວງ​ຫຼວງ​ພະ ບາງ ຈິ່ງ​ເຮັດ​ໃຫ້​ບໍ​ລິ​ມາດ​ການ​ບໍ­ລິ­ໂພກ ຊີ້ນ​ໝູ​ເພີ່ມ​ຂຶ້ນ​ທຸກໆ​ປີ.

ແນວ­ໃດ​ກໍ​ດີ ​ເພື່ອ​ເຮັດ​ໃຫ້​ປັດ​ໄຈ​ການ​ສະ­ໜອງ ແລະ ​ຄວາມ​ຕ້ອງ­ການ​ສະ­ບຽງອາ­ຫານ​ປະ­ເພດ​ຊີ້ນ​ໝູ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ​ທາງ​ໜ່ວຍ​ງານ ການ​ຄ້າ​ພາຍ​ໃນ​ຮ່ວມ​ກັບ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ ແລະ​ສຶກ ສາ​ຄວາມ​ອາດ​ສາ­ມາດ​ຂອງ​ການ​ລ້ຽງ ໝູ​ູ​ພາຍ​ໃນ​ທີ່​ຈະ​ສາ­ມາດ​ສະ­ໜອງ​ໃຫ້​ແກ່​ຕະ­ຫຼາດ​ພາຍ​ໃນ ແລະ​ການ​ສ້າງ​ແຜນ​ດຸນ ດ່ຽງ​ການ​ສະ­ໜອງ ແລະ​ຄວາມ​ຕ້ອງ ການ​ພາຍ​ໃນ, ການ​ຄຸ້ມ​ຄອງ​ລາ­ຄາ​ໝູເປັນ (ຂອດ​ລ້ຽງ), ລາ­ຄາ​ຂາຍ​ສົ່ງ ແລະ ຂາຍ­ຍ່ອຍ​ໃຫ້​ໄປ​ຕາມ​ກົນ​ໄກ​ເສດ­ຖະ­ກິດຕະ­ຫຼາດ​ໃນ​ແຕ່​ລະ​ໄລ­ຍະພ້ອມ​ທັງ​ຮັບ​ປະກັນ​ດ້ານ​ປະ­ລິ­ມານ ແລະ​ຄຸນ​ນະ​ພາບ​ຂອງໝູ​ທີ່​ຈະ​ສະ­ໜອງ​ໃຫ້​ແກ່​ຕະ­ຫຼາດ​ພາຍ​ໃນ ແຂວງ​ຫຼວງ​ພະ​ບາງ​ຕື່ມ​ອີກ.

ສຳ­ລັບ​ການ​ຫາ­ລື​ດັ່ງ­ກ່າວ​ແມ່ນ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພຶດ­ສະ­ພາ ຜ່ານ​ມານີ້​ຢູ່​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າແຂວງ​ຫຼວງ​ພະ​ບາງ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ສັກ ບຸນ​ມາ​ເພັດ ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຂວງ​ຫຼວງ​ພະ​ບາງ, ມີ​ບັນ­ດາຫົວ­ໜ່ວຍ​ທຸ­ລະ​ກິດ​ຜູ້​ປະ­ກອບ​ການ​ຄ້າຂາຍ​ໝູ​ຢູ່​ພາຍ​ໃນ​ເມືອງ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ພະ­ນັກ­ງານ​ຂະ­ແໜງ­ການ​ຄ້າ​ພາຍ​ໃນ​ຂອງ​ພະ​ແນກ​ເຂົ້າ​ຮ່ວມ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...