spot_img
Homeຂ່າວພາຍ​ໃນປກສ ທ່າ​ແຂກ​ມ້າງ​ຂະ​ບວນລັກ​ລົດຈັກ

ປກສ ທ່າ​ແຂກ​ມ້າງ​ຂະ​ບວນລັກ​ລົດຈັກ

Published on

​ເຈົ້າໜ້າ​ທີ່ ປກສ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​ມີ​ສະພາບ​ລັກ​ຊັບ​ພົນລະ​ເມືອງ​ລັກ​ລົດຈັກ​ເກີດ​ຂຶ້ນລຽນຕິດ​ຢູ່​ໃນ​ເຂດ​ເທສະ​ບານ​ເມືອງ​ທ່າ​ແຂກ ຈຶ່ງ​ໄດ້​ວາງ​ກຳລັງ​ອອກ​ຕິດຕາມ ​ແລະ ສາ ມາດ​ກັກ​ຕົວ​ທ້າວ ກີ​ຕ້າ, ທ້າວ ທິດ, ທ້າວ ກະ​ແຕ, ທ້າວ ປັດ ​ແລະ ທ້າວ ອຸປະ​ເສີດ ທັງ​ໝົດ​ແມ່ນ​ຫວ່າງ​ງານ ​ແລະ ​​ເຄື່ອນ​ໄຫວ​ລັກຊັບ​ຢູ່​ເທສະ​ບານ​ເມືອງ​ທ່າ​ແຂກ. ຜ່ານ​ການ​ສືບສວນ- ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່​ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ: ​ໄດ້​ຮ່ວມ​ກັນ​ເຄື່ອນ​ໄຫວ​ລັກ​ຊັບ​ພົນ ລະ​ເມືອງ​ໃນ​ເຂດ​ເທສະ​ບານ​ເມືອງ​ທ່າ​ແຂກ​ມາ​ດົນ ມີ​ທັງ​ການ​ງັດ​ແງະ​ເຮືອນ​ຊານ​ບ້ານ​ຊ່ອງ ຂອງ​ປະຊາຊົນ ​ເພື່ອ​ເອົາ​ຊັບ​ມາ​ແລ້ວ​ຫລາຍ​ຄັ້ງ ​ແລະ ລັກ​ລົດຈັກ​ຫລາຍ​ຄັນ ​ເພື່ອ​ໄປ​ຂາຍ​ໃນ​ລາ ຄາ 10.000-20.000 ບາດ (ສະ ກຸນ​ເງິນ​ໄທ), ສ່ວນ​ເງິນ​ທີ່​ໄດ້​ມາ​​ແມ່ນ​ແບ່ງ​ກັນ​​ໄປ​ຊື້ຢາ​ບ້າ​ມາ​ເສບ

​ແລະ ຫລິ້ນກິນ​ຟຸມ​ເຟືອຍ. ​ໃນ​ມື້ ກັກ​ຕົວ​ ​ເຈົ້າໜ້າ​ທີ່​ສາມາດ​ຢຶດ ຂອງ​ກາງ​ລົດຈັກ 5 ຄັນ ທີ່​ພວກ​ກ່ຽວ​ຫາ​ກໍ​ລັກ​ມາ​ໄດ້ ​ເຊິ່ງ​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ກາງ​ເດືອນ​ພຶດສະພາ​ຜ່ານ​ມານີ້, ເຈົ້າ ໜ້າ​ທີ່ ປກສ ​ເມືອງ​ຊຽງ​ເງິນ ແຂວງ​ຫລວງ​ພະ​ບາງ ​ໄດ້​ມອບ​ລົດຈັກ​ເວ​ບ​ໄທ 1 ຄັນ ຄືນ​ໃຫ້​ເຈົ້າ ຂອງ​ເດີມ ​ພາຍຫລັງ​ຖືກ​ຄົນ​ຮ້າຍ​ລັກ​ໄປ​ໃນ​ຕົ້ນ​ເດືອນ​ພຶດສະພານີ້, ສ່ວນ​ຄົນ​ຮ້າຍ​ກຳລັງ​ເອົາ​ຕົວ​ຫລົບໜີການ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ຂອງ​ເຈົ້າໜ້າ​ທີ່.

ທີ່ມາ  http://laophatthananews.blogspot.com/2014/05/blog-post_2765.html

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...