spot_img
Homeຂ່າວຕ່າງປະເທດໄທໃຫ້ລົດໂດຍສານ-ລົດສິບລໍ້ຂຶ້ນໄປ ຕິດຕັ້ງ GPS ຄວບຄຸມລວມສູນ ຕັ້ງເປົ້າ 2019 ໃຫ້ສຳເລັດທຸກຄັນ!

ໄທໃຫ້ລົດໂດຍສານ-ລົດສິບລໍ້ຂຶ້ນໄປ ຕິດຕັ້ງ GPS ຄວບຄຸມລວມສູນ ຕັ້ງເປົ້າ 2019 ໃຫ້ສຳເລັດທຸກຄັນ!

Published on

ສຳນັກຂ່າວໄອເອັນເອັນຂອງໄທ ລາຍງານໃນວັນທີ 25 ພືດສະພານີ້ວ່າ ກົມຂົນສົ່ງທາງບົກຂອງໄທ ໄດ້ເລີ່ມໂຄງການ ກຳນົດໃຫ້ລົດໂດຍສານສາທາລະນະ ແລະ ລົດບັນທຸກຂະໜາດ 10 ລໍ້ຂຶ້ນໄປ ໃຫ້ຕິດຕັ້ງລະບົບຕິດຕາມ GPS ເພື່ອຕິດຕາມ ແລະ ຄວບຄຸມພຶດຕິກຳການຂັບຂີ່ ຂອງພະນັກງານຂັບລົດ ດ້ວຍເຕັກໂນໂລຊີທີ່ທັນສະໄໝ ໂດຍລົດທີ່ນອນຢູ່ໃນເປົ້າໝາຍດັ່ງກ່າວ ທີ່ຂຶ້ນທະບຽນໃໝ່ ນັບແຕ່ວັນທີ 25 ມັງກອນ 2016 ເປັນຕົ້ນມາ ຈະຕ້ອງຕິດຕັ້ງ GPS ຕາມຮູບແບບທີ່ກົມຂົນສົ່ງວາງອອກທຸກຄັນ, ສ່ວນລົດທີ່ຂຶ້ນທະບຽນກ່ອນໜ້ານີ້ ແມ່ນຈະຕ້ອງໄດ້ຕິດຕັ້ງ GPS ໃຫ້ສຳເລັດທຸກຄັນໃນທົ່ວປະເທດ ພາຍໃນປີ 2017 ສຳລັບລົດໂດຍສານ ແລະ ສຳລັບລົດບັນທຸກ 10 ລໍ້ຂຶ້ນໄປ ແມ່ນຈະໃຫ້ສຳເລັດພາຍໃນປີ 2019.

ທັງນີ້ ລະບົບ GPS ດັ່ງກ່າວ ແມ່ນຈະມີການເຊື່ອມໂຍງຂໍ້ມູນ ຊຶ່ງມີການຄວບຄຸມແບບລວມສູນ ໂດຍກົມຂົນສົ່ງໄທ ເພື່ອແນໃສ່ຮັກສາຄວາມປອດໄພ ໃນການເດີນທາງຂອງປະຊາຊົນ ແລະ ຍົກລະດັບມາດຕະຖານ ຄວາມປອດໄພຕາມທ້ອງຖະໜົນຂອງໄທ ໃຫ້ເຂົ້າສູ່ລະດັບສາກົນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...