spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊເຊັດ-ຫ້ວຍເປາະ ຢູ່ແຂວງສາລະວັນ ສຳເລັດແລ້ວ 56%!

ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊເຊັດ-ຫ້ວຍເປາະ ຢູ່ແຂວງສາລະວັນ ສຳເລັດແລ້ວ 56%!

Published on

ຂປລ. ປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊເສັດ-ຫ້ວຍເປາະ ຢູ່​ແຂວງ​ສາລະ​ວັນ ສໍາ​ເລັດ​ແລ້ວ 56% ພາຍຫລັງໄດ້ດໍາເນີນມາ ແຕ່ທ້າຍປີ 2015, ​ໃນ​ນັ້ນ ​ໄດ້ກໍ່ສ້າງຫົວ ເຂື່ອນເບຕົງ 1  ແລະ ເຂື່ອນຫີນຖົມ ເບຕົງ 2, ໄດ້ເຮັດຄອງນ້ຳ ແລະ ຂົວຂ້າມ 1-2, ກໍ່ສ້າງອ່າງນ້ຳ ແລະ ທໍ່ປ່ຽນແຮງນ້ຳ. ພ້ອມ​ນີ້​ຍັງ​ໄດ້ສ້າງ ເຮືອນຕັ້ງຈັກປັ່ນໄຟ,  ທີ່ພັກຖາ ວອນ, ສະຖານີໄຟຟ້າ ແລະ ສາຍສົ່ງ 115 kv, ຍາວ 7 ກິໂລແມັດ ​ແຕ່ຫົວງານເຂື່ອນ ຈົນເຖິງເຮືອນຈັກປັ່ນໄຟ.

ເຂື່ອນໄຟຟ້າດັ່ງກ່າວ ມີ​ຄວາມ​ຍາວ 66,7 ແມັດ, ກວ້າງ 4,5 ແມັດ ແລະ ສູງ 20 ແມັດ, ນຳໃຊ້ເຄື່ອງຈັກປັ່ນໄຟ 4 ເຄື່ອງ: ໃນນັ້ນ 2 ເຄື່ອງແມ່ນມີຄວາມແຮງ 5MW ແລະ ອີກ 2 ເຄື່ອງແມ່ນ 2,5 MW ແລະ ມີສາຍສົ່ງ 115 KW ຍາວປະມານ 10 ກິໂລແມັດ ແລະ ຈະເຊື່ອມຕໍ່ເຂົ້າ ຫາເຊເສັດ 1 ເຊິ່ງສາມາດສະເລ່ຍ ການຜະລິດ ພະລັງງານໄດ້ທັງ ໝົດ 63,3 GWH/ປີ. ສະເພາະໂຕເຂື່ອນ ມີຄວາມກວ້າງ 12 ແມັດ ມີກຳລັງຕິດຕັ້ງ ທັງໝົດ 15 MW ຄາດວ່າກາງປີ 2017 ແມ່ນຈະໃຫ້ສຳເລັດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...