spot_img
Home​ຂ່າວທ່ອງທ່ຽວ5 ອັນດັບທະເລທີ່ງາມທີ່ສຸດໃນໂລກ

5 ອັນດັບທະເລທີ່ງາມທີ່ສຸດໃນໂລກ

Published on

ທ່ອງທ່ຽວກັບລາວໂພສຕ ວັນນີ້ ເຮົາຈະມາພາທ່ານມາຮູ້ຈັກກັບ 5 ອັນດັບທະເລທີ່ງາມທີ່ສຸດໃນໂລກ ວ້າວ…! ທຸກຄົນຄົງຢາກເຫັນຢາກຮູ້ກັນແລ້ວແມ່ນບໍ່ ວ່າມີລະເລໃດແນ່ ຊັ້ນເຮົາໄປຮູ້ພ້ອມກັນເລີຍ

1. ຫາດໄວທ໌ເຮເວນ, ປະເທດອົດສະຕາລີ

ຫາດໄວທ໌ເຮເວນ ປະເທດ ອົດາະຕາລີ ມີຊາຍຫາດທີ່ຂຶ້ນຊື່ວ່າມີຊາຍຂາວສະອາດທີ່່ສຸດໃນໂລກ ແຖມຍັງເປັນໜຶ່ງໃນທະເລທີ່ມີທຳມະຊາດສົມບູນທີ່ສຸດອີກຕ່າງຫາກ ການເດີນທາງແມ່ນຕ້ອງໃຊ້ເຮືອເທົ່ານັ້ນ ປາສະຈາກທີ່ພັກເທິງເກາະ ແລະ ຍັງຫ້າມນຳສັດລ້ຽງ ຮວມເຖິງຢາສູບເຂົ້າໄປໃນເກາະອີກດ້ວຍ ມັນຈິ່ງເປັນເໝືອນດັ່ງເກາະທີ່ຕັດຂາດໂລກພາຍນອກ  ເຖິງວ່າຈະມີຊາຍຂາວສະອາດຫຼາຍພຽງໃດກໍ່ບໍ່ສາມາດລັກຕັກເມືອເຮືອນໄດ້ ເພາະອາດຖືກປັບໃໝສູງເຖິງ 5,000 ຫຼຽນ

Whitehaven-Beach

2. ຫາດພູນາລູ, ສະຫະລັດອາເມລິກາ

ຫາດຊາຍສີດຳທີ່ເປັນເອກະລັກຂອງບ່ອນນີ້ ເປັນສະເໜ່ທີ່ດຶງດູດໃຫ້ນັກທ່ອງທ່ຽວພາກັນມາຮວມຕົວກັນເພື່ອຊົວທີວທັດທີ່ຫາດຊາຍພູນາລູແຫ່ງນີ້ ໂດຍສາເຫດທີ່ຊາຍເປັນສີດຳຍ້ອນເກີດຈາກການທີ່ຫີນລາວາ ຫາດຊາຍແຫ່ງນີ້ຈະມີເຕົ້າທະເລຫຼາຍ ເຊິ່ງເປັນອີກສິ່ງໜຶ່ງທີ່ເຮັດໃຫ້ສະຖານທີ່ແຫ່ງນີ້ເປັນທີ່ຖືກໃຈຂອງນັກທ່ອງທ່ຽວ

Punaluu-Black-Sand-Beach

3. ຫາດນັງວີ, ປະເທດແທນຊາເນຍ

ເມື່ອທ່ານຍ່າງຢູ່ທີ່ຫາດຊາຍນັງວີ ທ່ານຈະເຫັນໝູ່ບ້ານຊາວປະມົງຂອງເກາະແຊນຊິບາຣ໌ນີ້ ທ່ານຈະສຳພັດໄດ້ເຖິງບັນຍາກາດທີ່ຫງຽບສະຫງົບຂອງທຳມະຊາດ ແລະ ຜືນຊາຍທີ່ນຸ້ມນຽນລະອຽດ ພ້ອມນ້ຳທະເລສີຟ້າໃສ ສະຖານທີ່ແຫ່ງນີ້ຈະມີໂຮງແຮມ ແລະ ສິ່ງກໍ່ສ້າງທີ່ໜ້ອຍທີ່ສຸດ ແລະ ເປັນຫາດຊາຍງຽບສະຫງົບ, ສະອາດອີກຫາດຊາຍໜຶ່ງZanzibar-beach-in-Tanzania

4. ອ່າວທະລັງ, ສະຫະລັດອາເມລິກາ

ອ່າວທະລັງໃນໝູ່ເກາະເວີຣຈິນຂອງສະຫະລັດອາເມລິກາ ປະກອບດ້ວຍເກາະຫຼັກ 3 ເກາະຄື: ເກາະເຊນຕ໌ຄຣອຍ, ເກາະເຊນຕ໌ຈອນ ແລະ ເກາະເຊນທໍມັສ, ເຊິ່ງຄວາມງາມຂອງອ່າວນີ້ເຮັດໃຫ້ນັກທ່ອງທ່ຽວແຫ່ກັນມາທ່ຽວເປັນຈຳນວນຫຼາຍໃນທຸກໆປີ ຈາກການທີ່ມີທຳມະຊາດໃຕ້ທະເລທີ່ສວຍງາມ ທີ່ໃຜໄດ້ມາແລ້ວຕ້ອງມາລອງດຳນ້ຳທີ່ນີ້ທຸກຄັ້ງ

trunk-bay

5. ຊາຍຫາດຊານຕາໂມນິກາ, ສະຫະລັດອາເມລິກາ

ນອກຈາກນ້ຳທະເລສີຟ້າຄາມແສນງາມແລ້ວ ຫາດຊາຍຊານຕາໂມນິກາໃນລັດແຄຣິຟໍເນຍແຫ່ງນີ້ ຍັງມີສິ່ງທີ່ໜ້າສົນໃຈອີກຫຼາຍຢ່າງ ໂດຍສະເພາະວີວຕອນຕະເວັນຕົກດິນຍາມແລງ ທີ່ສຸດແສນປະທັບໃຈຂອງໃຜຫຼາຍໆຄົນທີ່ໄດ້ມາຢ້ຽມຢາມ

Santa-Monica

ນີ້ຄື 5 ອັນດັບທະເລທີ່ງາມທີ່ສຸດ, ສະອາດທີ່ສຸດ, ສະຫງົບທີ່ສຸດໃນໂລກ ແລະ ໂອກາດໜ້າພວກເຮົາຈະພາທຸກທ່ານໄປຮູ້ຈັກສະຖານທີ່ໃດນັ້ນຕ້ອງຕິດຕາມຕໍ່ໄປ

ທີ່ມາ: http://travel.kapook.com/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...