spot_img
Homeຂ່າວການພັດທະນາສະພາແຫ່ງຊາດ ຫາລືຫລາຍບັນຫາສຳຄັນ ປະຈຳເດືອນພຶດສະພາໂດຍສະເພາະບັນຫາອາກອນຊ້ຳຊ້ອນ

ສະພາແຫ່ງຊາດ ຫາລືຫລາຍບັນຫາສຳຄັນ ປະຈຳເດືອນພຶດສະພາໂດຍສະເພາະບັນຫາອາກອນຊ້ຳຊ້ອນ

Published on

ສະພາແຫ່ງຊາດ ຫາລືຫລາຍບັນຫາສຳຄັນ ປະຈຳເດືອນພຶດສະພາໂດຍສະເພາະບັນຫາອາກອນຊ້ຳຊ້ອນ ແລະ ການສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນພຶດສະພາ 2016 ໄດ້ຈັດຂຶ້ນ ໃນວັນທີ 24 ພຶດສະພາ ນີ້, ເພື່ອປຶກສາຫາລື ແລະ ພິຈາລະນາຫລາຍບັນຫາສຳຄັນ ໂດຍມີທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ບັນດາຄະນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລື ແລະ ພິຈາລະນາ ຫລາຍບັນຫາທີ່ສຳຄັນ ເປັນຕົ້ນ ພິຈາລະນາຮ່າງບົດສະຫລຸບຕີລາຄາຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ VIII, ພິຈາລະນາໃຫ້ສັດຕະຍາບັນແກ່ສັນຍາວ່າດ້ວຍ ການຫລີກເວັ້ນການເກັບອາກອນແບບຊ້ຳຊ້ອນ ແລະ ການສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສິງກະໂປ, ພິຈາລະນາໃຫ້ສັດຕະຍາບັນອະນຸສັນຍາ ເພີ່ມເຕີມຂອງກົດບັດອາຊຽນກ່ຽວກັບຂໍ້ຂັດແຍ່ງ, ພິຈາລະນາຫົວຂໍ້ເນື້ອໃນກອງປະຊຸມຄະນະປະສານງານ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA), ພິຈາລະນາການແຕ່ງຕັ້ງຄະນະມິດຕະພາບ ສະມາຊິກລັດຖະສະພາ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ກັບລັດຖະສະພາ ຕ່າງງປະເທດ, ພິຈາລະນາຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ຂອງ ກອງປະຊຸມສະໄໝສາມັນເທື່ອທີ 1 ແລະ ແຜນປະຈຳປີ 2017 ຊຸດທີ VIII, ຮັບຮອງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດ, ພິຈາລະນາຮ່າງແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ພິຈາລະນາຍົກຍ້າຍບ່ອນປະຈຳການ ຂອງປະທານສານປະຊາຊົນເຂດ 1 ແຂວງຄຳມ່ວນ, ປຶກສາຫາລື ການບໍລິຫານລັດຜ່ານປະຕູດຽວ ແລະ ສະເໜີດັດແກ້, ບັນຈຸໂຄງການຫລຸດຜ່ອນຄວາມທຸກຍາກເຂົ້າໃນແຜນລົງທຶນ ສົກປີ 2015-2016, ຄົ້ນຄວ້າເນື້ອໃນທີ່ຈະນຳເຂົ້າພິຈາລະນາ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ບັນຫາສຳຄັນອື່ນໆ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...