spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 8)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 8)

Published on

ອ່ານຕໍ່ຈາກສະບັບກ່ອນ

ທີ່ຫ້ອງນອນຂອງໂຕ້ໃນຂະນະທີ່ລາວກຳລັງນອນລັບ ຕອນນັ້ນເປັນເວລາປະມານ 4:00ໂມງເຊົ້າ ລາວໄດ້ຝັນວ່າ ໂຕເອງຈັບຊໍ່ດອກກຸຫຼາຍຂາວຊໍ່ໃຫຍ່ 1 ຊໍ່ ແລ້ວຍ່າງໄປບອກຮັກກັບຕຸ່ນຢູ່ກາງໂຮງຮຽນ ແລ້ວຕຸ່ນກໍ່ຕອບຕົກລົງຮັບຮັກ ໂຕ້ຮູ້ສຶກດີໃຈສຸດໆ ເລີຍຫອມແກ້ມຕຸ່ນ ພາບໃນຄວາມຝັນມັນຊ່າງໂຣແມນຕິກ ລາວໄດ້ນອນຍິ້ມໄປກັບຄວາມຝັນ ແລະແລ້ວວິມານຄວາມຝັນກໍ່ຫາຍໄປໃນພິບຕາເມື່ອໂມງເຈົ້າກຳຕັນປຸກ ສຽງໂທງປຸກໄດ້ດັງຂຶ້ນ ເຮັດໃຫ້ໂຕ້ຕື່ນຂຶ້ນມາ ລາວຮູ້ສຶກເຫຼືອໃຈທີ່ໂມງມາຂັດຈັງຫວະຄວາມສຸກຂອງລາວ ໂຕ້ໄດ້ຈັບໂມງມາປິດສຽງໄວ້ ແລ້ວນອນລົງ ລາວພະຍາຍາມຂົ່ມຕາລັບແລະຄິດເຊື່ອມຕໍ່ຄວາມຝັນແຕ່ມັນກໍ່ບໍ່ສາມາດເຮັດໄດ້

ໃນຫ້ອງຮຽນວັນນີ້ໂຕ້ອາລົມດີເປັນພິເສດລາວໄດ້ຍິ້ມຄົນດຽວທັງວັນ ໃຜຖາມລາວກໍ່ຍີ້ມໃສ່ຈົນໝູ່ໃນຫ້ອງງົງ ໃນເວລາເວົ້າກັບຕຸ່ນ ໂຕ້ກໍ່ເຮັດອາການເຂີນອາຍ ຈົນຕຸ່ນກໍ່ງົງເຊັ່ນດຽວກັນ ຕອນແລງຫຼັງເລີກຮຽນໂຕ້ໄດ້ຊວນຕຸ່ນໄປເບິ່ງຕົນເອງຊ້ອມບາສ ທີ່ເດີ່ນບາສ ສັບພະວິຊາ ຕຸ່ນກໍ່ໄປຕາມຄຳຊວນ ທີ່ເດີ່ນບາສ ໃນຂະນະທີ່ຕຸ່ນກຳລັງນັ່ງເຊຍໂຕ້ທີ່ກຳລັງຊ້ອມບາສກັບບັນດາເພື່ອນໆໃນທີມຂອງເຂົານັ້ນ ກໍ່ມີຊາຍຄົນໜຶ່ງເປັນຄົນໜ້າຕາພໍໃຊ້ໄດ້ ຫຸ່ນສູງຍ່າງມານັ່ງໃກ້ໆຕຸ່ນ ລາວໄດ້ແນະນຳຕົວໃຫ້ຕຸ່ນຮູ້ຈັກຊາຍຄົນນັ້ນມີຊື່ວ່າ ສາຄອນ ພວກເຂົາໄດ້ລົມກັນເລື່ອງນັ້ນເລື່ອງນີ້ ໂຕ່ກໍ່ທັງຫຼິ້ນບາສທັງແນມເບິ່ງດ້ວຍອາລົມຫຶງຫວງ ແຕ່ອອກຈາກເກມບໍ່ໄດ້ເພາະຍັງບໍ່ຮອດເວລາພັກ ສາຄອນໄດ້ຖາມຕຸ່ນໄປວ່າ: ສາວ! ຂໍຖາມແນ່ເຈົ້າມີແຟນແລ້ວບໍ່, ຕຸ່ນຍິ້ມາເບົາໆແລະກໍ່ຕອບໄປວ່າ: ບໍ່ບອກ! ປ່ອຍໃຫ້ງົງ, ສາຄອນເມື່ອໄດ້ຍິຍຕຸ່ນຕອບແນວນັ້ນກໍ່ງຶກຫົວ ແລະ ເຮັດໜ້າທະເລັ້ນ ແລ້ວເວົ້າຕໍ່ໄປອີກວ່າ: ຄຳຕອບແບບນີ້ແປໄດ້ 2 ຢ່າງ ຄື: ບໍ່ມີ ກັບ ບໍ່ພໍ! ຕຸ່ນກໍ່ຫົວເບົາໆ ແລ້ວເວົ້າວ່າ: ແມ່ນ! ເຈົ້າເວົ້າຖືກ ບໍ່ຢ່າງໃດກໍ່ຢ່າງໜຶ່ງ, ສາຄອນໄດ້ຈ້ອງເຂົ້າໄປທີ່ດວງຕາຂອງຕຸ່ນດ້ວຍສາຍຕາທີ່ຈິງຈັງວ່າ: ຊັ້ນເຂົາຂໍຈີບເພິ່ນໄດ້ບໍ່, ຕຸ່ນໄດ້ຫັນໜ້າໜີພ້ອມຖອນຫາຍໃຈເບົາໆ ແລ້ວຫັນໜ້າມາຈ້ອງທີ່ຕາສາຄອນ ແລະ ຍິ້ມເບົາໆໃຫ້ແລ້ວຕອບໄປວ່າ: ເຂົາຈີບຢາກໃດ, ຕອນນັ້ນສາຄອນຮູ້ສຶກຖືກໃຈໃນຕົວຕຸ່ນ ເພາະຕຸ່ນເບິ່ງເປັນຜູ້ຍິງທີ່ໜ້າສົນໃຈ ສາຄອນເລີຍຕອບໄປວ່າ: າກຊ່ຳໃດ ເຂົາກໍ່ບໍ່ຫວັ່ນ ທັງສອງໄດ້ແນມເບິ່ງໜ້າກັນແລ້ວຍິ້ມໃສ່ກັນ ພໍດີສຽງເປົ່າໝາກວີວໝົດເວລາໄດ້ດັງຂຶ້ນ ໂຕ້ກໍ່ຟ່າວຍ່າງມາຫາຕຸ່ນ ແລະ ນັ່ງລົງທີ່ຂ້າງໆຕຸ່ນທັນທີ ພ້ອມທັງເອົາມືກອດທີ່ບ່າຕຸ່ນ ແລ້ວແນມເບິ່ງໜ້າສາຄອນແບບບໍ່ພໍໃຈ ສາຄອນກໍ່ຮູ້ຕົວເລີຍວ່າວັນນີ້ຄົງບໍ່ແມ່ນວັນຂອງລາວ ສາຄອນເລີຍຟ້າວລຸກຈາກຕັ່ງແລ້ວຟ້າວຍ່າງອອກໄປ ຕຸ່ນເອງກໍ່ແນມຕາມສາຄອນໄປ ໂຕ້ໄດ້ເອົາມືທັງສອງເບື້ອງຈັບນ້າຕຸ່ນຫັນມາເບິ່ງໜ້າຕົວເອງ ແລະ ຕຸ່ນກໍ່ແກະມືໂຕ້ອອກຈາກໜ້າ ຕຸ່ນເບິ່ງສີໜ້າໂຕ້ເໝືອນບໍ່ພໍໃຈໂດຍສີໜ້າໂຕ້ບູດບຶ້ງແວວຕາສະແດງເຖິງຄວາມຫຶງຫວງ ຕຸ້ນເລີຍເອົາມືຂ້າງໜຶ່ງໄປລູບທີ່ໜ້າໂຕ້ ທັງຍິ້ມໃສ່ແລ້ວຖາມວ່າ: ເປັນຫຍັງເດ້! ຄືໜ້າບູດປານຕູດໝາແທ້ເດ້! ໂຕ້ກໍ່ຍັງບໍ່ຍິ້ມໜ້າບູດໃສ່ຕຸ່ນຄືເກົ່າ ຕຸ່ນກໍ່ພະຍາຍາມຢອກພະຍາຍາມເວົ້ານັ້ນເວົ້ານີ້ ຈົນໂຕ້ຍອມໃຈອ່ອນຫາຍຄຽດ ແລະ ຍິ້ມໃຫ້ຕຸ່ນຄືເກົ່າ ແລະ ໂຕ້ກໍ່ເຂົ້າໄປຊ້ອມບາສຄືນ ເມື່ອຊ້ອມແລ້ວນອດເວລາເມືອໂຕ້ໄດ້ມາເກັບເອົາເຄື່ອງທີ່ຝາກໄວ້ກັບຕຸ່ນ ແລະ ມີໝູ່ຍ່າງມານຳ 3-4 ຄົນ ພວກເຂົາມາແນະນຳຕົວໃຫ້ຕຸ່ນຮູ້ຈັກ ແລະ ໂຕ້ກໍ່ໄດ້ແນະນຳໃຫ້ພວກບັນດາໝູ່ຮູ້ວ່າ ຕຸ່ນແມ່ນແຟນເພິ່ນ ທຸກຄົນຫ້າມຈີບ ຄົນນີ້ຫວງ! ຕຸ່ນເອງຮູ້ສຶກບໍ່ພໍໃຈທີ່ໂຕ້ແນະນຳຖານະຕົນເອງແບບນັ້ນໃຫ້ໝູ່ໄດ້ຮູ້ ແຕ່ລາວບໍ່ໄດ້ສະແດງອາການ ມີແຕ່ເວລາຍ່າງມາຫາລົດຕຸ່ນຍ່າງແບບໄວໆບໍ່ຖ້າໂຕ້ ແລະ ຟ້າວຈັບລົດຂີ່ອອກໄປແບບບໍ່ຖ້າໂຕ້ ເຊິ່ງໂຕ້ກໍ່ໄດ້ຂີ່ລົດນຳ ແລະ ຖາມຕຸ່ນໄປສຸດທາງວ່າ ຕຸ່ນເປັນຫຍັງແຕ່ຕຸ່ນກໍ່ບໍ່ຕອບຕຸ່ນຕັ່ງໃຈຖີບລົດລູກດຽວໂຕ້ກໍ່ຖີບລົດນຳຍ່າງໄວ ແລະ ເມື່ອນຳໄປຮອດໃກ້ໆທີ່ລົດໂຕ້ກໍ່ໄປປັດໜ້າລົດທັນທີ ເຮັດໃຫ້ຕຸ່ນເບກລົດໂດຍດ່ວນ ແລະ ຈອດລົດ ພວກເຂົາໄດ້ເບິ່ງໜ້າກັນ ໂຕ້ຮູ້ເລີຍວ່າຕຸ່ນຄົງຈະບໍ່ພໍໃຈກັບສິ່ງທີ່ຕົນເອງເຮັດລົງໄປ ໂຕ້ໄດ້ຈອດລົດ ແລ້ວລົງໄປຖາມຕຸ່ນວ່າເປັນຫຍັງ ແຕ່ຕຸ່ນບໍ່ຕອບ ລາວພະຍາຍາມຈະຖີບລົດໜີ ແຕ່ໂຕ້ກໍ່ຈັບລົດໄວ້ ຕອນນັ້ນທຸກຢ່າງຮູ້ສຶກວ່າມັນຄຸມເຄືອເຫຼືອເກີນ ໂຕ້ບໍ່ຍອມປ່ອຍລົດຖ້າຕຸ່ນບໍ່ຕອບເຫດຜົນວ່າກຳລັງເປັນຫຍັງ

ໂຕ້: ເພິ່ນເປັນຫຍັງຕຸ່ນ! ເພີ່ນບໍ່ພໍໃຈຫຍັງເຂົາອີກ! ເພິ່ນບໍ່ພໍໃຈເຂົາເລື່ອງນັ້ນຫວາ! ເຂົາຂໍໂທດ! ເພິ່ນຢ່າຫງຽບແບບນີ້ໄດ້ບໍ່

ຕຸ່ນໄດ້ໃຊ້ມືແກະມືໂຕ້ອອກຈາກລົດ ຕຸ່ນແກະມື້ຊ້າຍ ໂຕ້ກໍ່ຈັບມືຂວາ ເຮັດແບບນີ້ປ່ຽນໄປປ່ຽນມາຈົນຕຸ່ນຕ້ອງໄດ້ເວົ້າອອກໄປວ່າ: ເລື່ອງຫຍັງເພິ່ນກໍ່ຮູ້ຢູ່ແກ່ໃຈ ແລ້ວສິຖາມເອົາຫຍັງອີກ! ຖ້າເພິ່ນບໍ່ປ່ອຍລົດເຂົາ ຕໍ່ໄປເຮົາກໍ່ບໍ່ຕ້ອງມາເວົ້າກັນອີກ ເພິ່ນສິປ່ອຍຫຼືບໍ່ປ່ອຍ

ເມື່ອໂຕ້ໄດ້ຍິນແນວນັ້ນລາວກໍ່ເລີຍປ່ອຍມືອອກຈາກລົດ ແລ້ວກໍ່ປ່ອຍໃຫ້ຕຸ່ນໄປຈາກລາວ ໂດຍທີ່ລາວເຮັດໄດ້ພຽງເຕ່ແນມຕາມຫຼັງຕຸ່ນຈົນສຸດສາຍຕາ ດ້ວຍຄວາມເຈັບປວດເທົ່ານັ້ນ ແບບນີ້ລະນໍ້ທີ່ເຂົາວ່າ “ຫຼາຍກ່ວາເພື່ອນ ແຕ່ບໍ່ແມ່ນແຟນ” ເປັນຕົວຈິງໄດ້ໃນເວລາທີ່ເຂົາຕ້ອງການໃຫ້ເປັນເທົ່ານັ້ນ ບໍ່ສາມາດສະແດງຄວາມເປັນເຈົ້າຂອງໄດ້ ຈະເຜີຍຄວາມໃນໃຈກໍ່ບໍ່ໄດ້ ຕອນນັ້ນໂຕ້ຮູ້ສຶກອຶດອັດໃຈຈົນບອກບໍ່ຖືກ

ທີ່ໂຮງຮຽນໂຕ້ພະຍາຍາມເວົ້າລົມກັບຕຸ່ນ ແຕ່ຕຸ່ນກໍ່ບໍ່ສົນໃຈບໍ່ຍິ້ມໃສ່ ໂຕ້ເວົ້າຫຍັງມາລາວກໍ່ເຮັດເສີຍໆໃສ່ ຕຸ່ນຍ່າງໄປໃສໂຕ້ກໍ່ຍ່າງຕາມ ບໍ່ໃຫ້ຍ່າງຂ້າງໂຕ ໂຕ້ກໍ່ຍ່າງຂ້າງເງົາ ຈົນໝູ່ໃນຫ້ອງພາກັນສັງເກດ ແລະ ກໍ່ເວົ້າຊຸບຊິບຕ່າງໆນານາ ສ່ວນເປົາແມ່ນຮູ້ສຶກສະໃຈ ຮູ້ສຶກສົມນ້ຳໜ້າໂຕ້ທີ່ເຫັນໂຕ້ຮ້ອນຮົນ

ຜ່ານໄປເປັນເວລາ 2 ວັນແລ້ວທີ່ພວກເຂົາບໍ່ໄດ້ລົມກັນໂຕ້ຮູ້ສຶກຮ້ອນຮົນໃຈບໍ່ເປັນສຸກ ໂທຫາຕຸ່ນກໍ່ບໍ່ຍອມຮັບສາຍ ຕອນນັ້ນໂຕ້ໄດຟັງວິທະຍຸໃນຫ້ອງຄົນດຽວ ລາວໄດ້ຍິນ ດີເຈເວົ້າວ່າຈະເປີດຮັບສາຍໜ້າໄມສາມສາຍ ໂຕ້ເລີຍຕັດສິນໃຈຟ້າວແລ່ນອອກຈາກຫ້ອງແລ້ວກົດເບີໂທຄື້ນວິທະຍຸທັນທີ ສາຍທີໜຶ່ງໂທບໍ່ຕິດສາຍບໍ່ວ່າງ, ສາຍທີສອງກໍ່ບໍ່ວ່າງ ຄວາມຫວັງສຸດທ້າຍລາວພະຍາຍາມໂທຊ້ຳໆ ຈົນສາຍຕິດໜ້າໄມ ນີ້ຖືວ່າເປັນຄັ້ງທຳອິດທີ່ລາວໂທລະສັບໄປທີ່ຄື້ນວິທະຍຸ ພໍໄດ້ຍິນສຽງດີເຈເວົ້າເທົ່ານັ່ນໂຕ້ຮູ້ສຶກສັ່ນໆ ບໍ່ກ້າຮອດສິເວົ້າ ຈົນດີເຈບອກວ່າຂໍອະນຸຍາດວາງສາຍ ໂຕ້ຈິ່ງເວົ້າອອກໄປວ່າ: ສະບາຍດີ

ດີເຈ: ສະບາຍດີ ຄິດວ່າຫາຍໄປຈາກສາຍແລ້ວ ຜູ້ໂທມານີ້ຊື່ວ່າແນວໃດ

ໂຕ້: ຊື່ໂຕ້

ດີເຈ: ໂຕ້ຢູ່ບ້ານໃດ

ໂຕ້: ບໍ່ຂໍບອກບ້ານໄດ້ບໍ່

ດີເຈ: ບໍ່ປະສົງບອກທີ່ຢູ່ເນາະ! ໂຕ້ໂທມານີ້ຢາກຟັງເພງໃດ ຢາກຝາກໃຫ້ໃຜບໍ່

ໂຕ້ຖອນຫາຍໃຈ: ຂໍເພງ ຜູ້ເຖົ້ານ້ອຍໃຈ ແລະ ຂໍເວົ້າຢ່າງໜຶ່ງໄດ້ບໍ່

ດີເຈ: ໄດ້ເລີຍ! ໂຕ້ຢາກຝາກຂໍ້ຄວາມເຖິງໃຜກໍ່ເວົ້າໄດ້ເລີຍເນາະ ເພາະຕອນນີ້ໜ້າໄມ ຖ້າເຂົາຟັງຢູ່ແມ່ນເຂົາໄດ້ຍິນແນ່ນອນ

ໂຕ້: ຕຸ່ນ! ໂຕ້ຢາກບອກວ່າ ໂຕ້ຂໍໂທດ ເຮົາກັບມາລົມກັນຄືເກົ່າໄດ້ບໍ່ ຄືເຂົາເຫງົາ ຕອນນີ້ເຂົາຮູ້ສຶກຜິດທີ່ວັນນັ້ນເຂົາສິ່ງທີ່ບໍ່ສົມຄວນລົງໄປ ເຂົາຂໍໂທດ ເພິ່ນອະໄພໃກ້ເຂົາໄດ້ບໍ່ ເຮົາກັບມາເປັນໝູ່ທີ່ດີຕໍ່ກັນໄດ້ບໍ່

ດີເຈ: ມີຫຍັງຕື່ມອີກບໍ່

ໂຕ້: ບໍ່ມີແລ້ວຂອບໃຈ

ດີເຈ: ເອົາເປັນວ່າຄົນຊື່ຕຸ່ນໄດ້ຍິນແລ້ວເນາະ ຈັ່ງໃດກໍ່ຂໍໃຫ້ຄືນດີກັນໄວໆເດີ້! ສ່ວນຕອນນີ້ເຮົາມາຟັງທັງສາມເພງທີ່ຂໍກັນມາຫນ້າໄມກ່ອນ ແລ້ວຈິ່ງມາພົບກັນໃນໄລຍະຕໍ່ໄປ

ສິ່ງທີ່ໂຕ້ເວົ້າອອກໄປຈາກໜ້າໄມ ຕຸ່ນໄດ້ຟັງທຸກຄຳເວົ້າ ລາວທັງຟັງດ້ວຍຄວາມຊຶ້ງໃຈ, ດີໃຈ ແລະ ຢາກຫົວແນ່ກໍ່ປານນັ້ນ ເຊິ່ງການທີ່ໂຕ້ເຮັດແບບນີ້ກໍ່ເຮັດໃຫ້ຕຸ່ນອາລົມດີຂຶ້ນ ແລະ ຍອມຍົກໂທດໃຫ້ໂຕ້ ຫຼັງຈາກນັ້ນລາວກໍ່ອອກຈາກຫ່ອງນອນເພື່ອມາໃຊ້ໂທລະສັບຕັ້ງໂຕະທີ່ວາງໄວ້ເທິງໂຕະໂທລະສັບແລ່ວກົດໂທໄປຫາໂຕ້ທັນທີ ສຽງໂທລະສັບທີ່ເຮືອນໂຕ້ໄດ້ດັງຂຶ້ນ ໂຕ້ທີ່ຢູ່ໃກ້ໆແຖວນັ້ນກໍ່ຟ້າວຍ່າງໄປຮັບໂທລະສັບປະກົດວ່າແມ່ນຕຸ່ນໂທມາໂຕ້ຮູ້ສຶກດີໃຈຫຼາຍ

ຕຸ່ນ: ເຮັດຫຍັງລົງໄປ ບໍ່ອາຍເຂົາຫວະ ຄົນທັງບ້ານທັງເມືອງໄດ້ຍິນ

ໂຕ້: ກໍ່ເຂົາບໍ່ຮູ້ຈະເຮັດແນວໃດແລ້ວ ຂຽນໜັງສືໃສ່ເຈ້ຍສົ່ງໄປໃຫ້ເພິ່ນກໍ່ບໍ່ອ່ານມີແຕ່ກຳຖີ້ມ

ຕຸ່ນ: 555! ບ້າເອີ້ຍ! ໃຜວ່າເຂົາບໍ່ອ່ານເຂົາລັກອ່ານທຸກອັນ! ອ່ານແລ້ວຈິ່ງຖີ້ມ

ໂຕ້: ເຮີ້ຍ! ແມ່ນຫວາ

ຕຸ່ນ: ອືຮຶ! ເທື່ອໜ້າເພິ່ນຕ້ອງເຮັດແບບນີ້ກໍ່ໄດ້ ບໍ່ຕ້ອງລົງທຶນປານນີ້ ປານເພິ່ນບໍ່ຮູ້ນິໃສເຂົາ ເຂົາເປັນຄົນຄຽດງ່າຍຫາຍໄວ ສູງສຸດບໍເກີນສາມວັນກໍ່ຫາຍແລ້ວ ທີ່ຈິງເຂົາເຊົາຄຽດໃຫ້ເພິ່ນແຕ່ດົນແລ້ວ ແຕ່ເຂົາຢາກແກ້ງຄົນຫຼິ້ນຊື່ໆ 555

ໂຕ້ຫຶນ: ຮື…! ເພິ່ນເດີ້

ແລ້ວເລື່ອງນີ້ກໍ່ຜ່ານໄປດ້ວຍດີ ທັງສອງໄດ້ລົມໂທລະສັບກັນດົນເຕີບຈິ່ງຄ່ອຍວາງສາຍ ແລະ ພາກັນເຂົ້ານອນ

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)