spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 7)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 7)

Published on

ອ່ານຕໍ່ຈາກສະບັບກ່ອນ

ໂຕ້ກໍ່ຂັບລົດເມືອສົ່ງຕຸ່ນທີ່ເຮືອນ ແລະ ກໍ່ເຊັ່ນເຄີຍທີ່ຕຸ່ນຕ້ອງເອີ່ຍຄຳຂອບໃຈ ແລະ ບອກລັບຝັນດີກັບໂຕ້ ກ່ອນໂຕ້ຈະຂັບລົດເມືອເຮືອນ ເມື່ອຕຸ່ນມາຮອດເຮືອນລາວກໍ່ໄປອາບນ້ຳເພື່ອກຽມຕົວເຂົ້ານອນ ກ່ອນຈະເຂົ້ານອນລາວມານັ່ງທີ່ໂຕະຮຽນໜັງສືໃນຫ້ອງນອນ ສາຍຕາລາວໄດ້ແນມໄປເບິ່ງທີ່ປະຕິທິນຕັ້ງໂຕະ ເຊິ່ງມັນກໍ່ເຮັດໃຫ້ລາວຕົກໃຈ ເພາະສັນຍາການເປັນແຟນຂອງລາວກັບໂຕ້ໄດ້ຈົບຕັ້ງແຕ່ສອງມື້ຫຼັງແລ້ວ

ເຊົ້າມື້ຕໍ່ມາທີ່ໂຮງຮຽນ ຕຸ້ນໄດ້ໄປໂຮງຮຽນແຕ່ເຊົ້າ ແລະ ໄປນັ່ງຖ້າໂຕ້ທີ່ລະບຽງຫ້ອງດ້ວຍໃຈຈົດຈໍ່ ເມື່ອໂຕ້ຍ່າງເຂົ້າມາຮອດລະບຽງຫ້ອງຕຸ່ນກໍ່ໄດ້ຈັບແຂນໂຕ້ແລ້ວພາກັນຍ່າງໄປບ່ອນປອດຄົນ ເປົາທີ່ນັ່ງຢູ່ໃນຫ້ອງເຊິ່ງປ່ອງຢ້ຽມກໍ່ແນມຕາມສອງຄົນນັ້ນໄປແບບຕາບໍ່ກະພິບ ທີ່ໜ້າຫຼັກທຸງ ໃນຂະນະທີ່ປອດຄົນຕຸ່ນກໍ່ເວົ້າກັບໂຕ້ທັນທີ

ຕຸ່ນ: ໂຕ້ ເຂົາມີແນວຈະບອກ

ໂຕ້ຕັ້ງໃຈຟັງແບບບໍ່ກະພິບຕາ: ຮຶ! ມີຫຍັງ

ຕຸ່ນ: ຄື! ເພິ່ນເປັນອິດສະຫຼະແລ້ວ ເພາະກຳນົດການເປັນແຟນຂອງເຮົາມັນໝົດແລ້ວ! ທີ່ຈິງກໍ່ກາຍມາສອງວັນແລ້ວ ແຕ່ເຂົາລືມເບິ່ງປະຕິທຶນ ແລງນີ້ເພິ່ນເອົາບົດຮຽນມາໃຫ້ເຂົາຈົດໃຫ້ເດີ້

ໂຕ້ຖອນຫາຍໃຈ: ເຂົາຮູ້ແລ້ວ ແຕ່ເຂົາຄິດວ່າ ມັນບໍ່ສຳຄັນ ຄືເຂົາຄິດວ່າເຮົາຢູ່ກັນແບບນີ້ມັນກໍ່ມີຄວາມສຸກດີແລ້ວ ເຂົາບໍ່ຢາກໃຫ້ເວລາມັນໝົດໄປເລີຍ 

ຕຸ່ນງົງ: ຫະ! ເພິ່ນໝາຍຄວາມວ່າແນວໃດ

ໂຕ້: ຄື…ຈະເປັນຫຍັງບໍ່ທີ່ເຂົາຈະບອກເພິ່ນວ່າ ເຂົາຢາກຕໍ່ສັນຍາເລື່ອງນີ້ ເຮົາມາຄົບກັນຕື່ມອີກ 1 ເດືອນໄດ້ບໍ່

ຕຸ່ນ: ເຮີ້ຍ! ຈະດີຫວາ ແຕ່…ເຂົາຄິດວ່າ ເພິ່ນ…

ໂຕ້ໄດ້ເອົາມືໄປປິດປາກຕຸ່ນໄວ້ແລ້ວບອກວ່າ: ເພິ່ນບໍ່ຕ້ອງເວົ້າ ເອົາເປັນວ່າຖ້າເພິ່ນຕົກລົງຕາມນີ້ ເຂົາຈະຈົດບົດ ຮຽນຊ່ວຍເພິ່ນທັງເດືອນ ແລະ ທຸກວັນເສົາ-ທິດ ເຂົາຈະໄປສອນບົດຮຽນໃຫ້ເພີ່ນຕົກລົງຕາມນີ້ເນາະ ຕົກລົງລະເດີ້

ເມື່ອເວົ້າສຸດໂຕ້ກໍ່ຍ່າງເຂົ້າໃນຫ້ອງດ້ວຍສີໜ້າຍິ້ມແຍ້ມ ຕຸ່ນຢືນເຮັດໜ້າງົງໆ ແລ້ວຕຸ່ນກໍ່ຍ່າງເຂົ້າຫ້ອງດ້ວຍຄວາມງົງ, ທີ່ຫ້ອງຮຽນ ຫຼັງຈາກທີ່ພວກເຂົາຮຽນ ພາສາລາວ-ວັນນະຄະດີ ແລ້ວ ກ່ອນອອກຈາກຫ້ອງ ຄູປະຈຳຫ້ອງໄດ້ແຈ້ງໃຫ້ໂຕ້ ເຊິ່ງເປັນທັງຄະນະຫ້ອງຄົນທີ 1 ແລະ ເປັນທັງຫົວໜ້າຊາວໜຸ່ມຫ້ອງຈົດລາຍຊື່ຊາວໜຸ່ມໄປຍາມທີ່ງານບຸນທາດຫຼວງ ກຳນົດເອົາ 5 ຄົນ ແລະ ໂຕ້ກໍ່ຄັດເລືອກຄົນທີ່ຄິດວ່າເໝາະສົມທີ່ສຸດເຊິ່ງຕ້ອງມີຕົນເອງ ແລະ ຕຸ່ນຢູ່ແລ້ວ ຫຼັງຈາກທີ່ລາວໄດ້ລາຍຊື່ຄົບແລ້ວລາວກໍ່ເອົາໄປສົ່ງໃຫ້ອາຈານ

ທີ່ບຸນທາດຫຼວງ ວັນມື້ແຮ່ພະສາດເຜິ້ງແມ່ນເປັນກຸ່ມທີ່ພວກເຂົາຕ້ອງໄດ້ໄປຍາມປະຈຳທີ່ທາດຫຼວງ ເຊິ່ງຈຸດທີ່ພວກເຂົາຢືນປະຈຳຢູ່ນັ້ນແມ່ນທາງເຂົ້າປະຕູໂຂງໃຫຍ່ປະຕູທີໜຶ່ງ ພວກເຂົາໄດ້ຍາມຕອນເວັນໃນຂະນະທີ່ພວກເຂົາກຳລັງປະຕິບັດໜ້າທີ່ຢູ່ນັ້ນ ເປົາກໍ່ມາທ່ຽວບຸນກັບດ້າ ພວກເຂົາຍ່າງຮຽງກັນເຂົ້າມາທີ່ປະຕູ ໃນມືເປົາຈັບນ້ຳໝາກກ້ຽງສົດມານຳ 1 ຕຸກ ເມື່ອດ້າກວດຜ່ານເຂົ້າໄປແລ້ວ ແທນທີ່ເປົາຈະຍ່າງໄປທາງຜູ້ຊາຍກວດ ລາວພັດມຸ່ງໜ້າເຂົ້າມາຫາຕຸ່ນ ເປົາໄດ້ຢືນຢູ່ຕໍ່ໜ້າຕຸ້ນ ທັງສອງເບິ່ງໜ້າກັນ ຕຸ່ນໄດ້ເຊີນໃຫ້ເປົາໄປທາງຜູ້ຊາຍ ແຕ່ເປົາກໍ່ບໍ່ໄປລາວໄດ້ຢື່ນຕຸກນ້ຳໝາກກ້ຽງໃຫ້ຕຸ່ນດ້ວຍສີໜ້າຍິ້ມແຍ້ມ ແຕ່ຕຸ່ນກໍ່ຄິດວ່າຈະເອົາຫຼືບໍ່ເອົາດີ ໃນລະຫວ່າງຕັດສິນໃຈຢູ່ນັ້ນ ໂຕ້ທີ່ຢືນຢູ່ເບື້ອງຜູ້ຊາຍ ແລະ ໄດ້ສັງເກດເບິ່ງຮູ້ສຶກງຸດງິດໃຈ ແລະ ລຳຄານເປົາແຮງ ລາວໄດ້ຍ່າງມາຈັບເອົາຕຸກນ້ຳຈາກມືເປົາແລ້ວຟ້າວແກະດື່ມທັນທີ ແລະ ກວດຕົວໃຫ້ເປົາຈາກນັ້ນກໍ່ບອກເປົາເຂົ້າໄປ ເປົາເອງກໍ່ບໍ່ພໍໃຈຢ່າງແຮງເຊິ່ງສະແດງອອກທາງສີໜ້າຢ່າງເຫັນໄດ້ຊັດເຈນ ດ້າທີ່ຖ້າຢູ່ທາງໃນກໍ່ໄດ້ອອກມານຳຕົວເປົາເຂົ້າໄປ ໂດຍດ້າໄດ້ຈັບແຂນເປົາດຶງເຂົ້າໄປແລ້ວເບິ່ງໜ້າຕຸ່ນດ້ວຍສາຍຕາກໍ່ເປັນມິດເລີຍ ດ້າໄດ້ຍ່າງໜ້າບູດໄປຕະຫຼອດງານ ເພາະບໍ່ພໍໃຈກັບການກະທຳຂອງເປົາຢ່າງແຮງ ແຕ່ເປົາກໍ່ເຮັດເສີຍໆ ບໍ່ສົນໃຈທີ່ຈະງໍ້ ດ້າເລີຍ

ເມື່ອເປົາໄປແລ້ວໂຕ້ກໍ່ກັບໄປປະຈຳທີ່ ສ່ວນຕຸ່ນກໍ່ເຮັດໄດ້ພຽງຖອນຫາຍໃຈເທົ່ານັ້ນ ແລະ ກໍ່ປະຕິບັດໜ້າທີ່ຕໍ່ໄປ ພໍຮອດຕອນແລງກໍ່ມີຊາວໜຸ່ມກຸ່ມໃໝ່ມາປ່ຽນ ຈາກນັ້ນຕຸ່ນກັບໂຕ້ກໍ່ພາກັນຍ່າງເລາະບຸນ ພວກເຂົາໄດ້ພາກັນໄປຂີ່ລົດຊິ້ງ, ໄປຊັດປຸ໋ມເປົ້າ ເຊິ່ງໂຕ້ຊັດຈັ່ງໃດກໍ່ບໍ່ຖືກປຸ໋ມເປົ້າ, ສ່ວນຕຸ່ນຊັດຖືກປຸ໊ມເປົາເກືອບທຸກດອກຈົນໄດ້ນົມ ແລະ ແປັບຊີຕັ້ງຫຼາຍຕຸກ ສ່ວນໂຕ້ຕັ້ງໃຈວ່າຈະເອົາຕຸກກະຕາໃຫ້ຕຸ່ນກໍ່ເຮັດບໍ່ສຳເລັດຊ້ຳ ຫຼັງຈາກນັ້ນພວກເຂົາກໍ່ພາກັນໄປຊອກກິນເຂົ້າ ທີ່ຮ້ານອາຫານພວກເຂົາໄດ້ສັ່ງເຂົ້າປຽກໝູກອບມາກິນຄົນລະຖ້ວຍໃນເວລາກິນຕຸ່ນໄດ້ລໍ້ໃຫ້ໂຕແນມອອກໄປທາງອື່ນ ແລະ ລາວກໍ່ລັກກິນລູກຊີ້ນທັນທີ ເມື່ອໂຕ້ຫັນມາທັນເຫັນພໍດີຕຸ່ນເອົາລູກຊີ້ນເຂົ້າປາກ ຕຸ່ນເອງກໍ່ເກືອບແຄ້ນລູກຊີ້ນ ແລ້ວໂຕ້ກໍ່ຫົວຍຸ້ມໆ ໂຕ້ຮູ້ວ່າຕຸ່ນມັກກິນຕ່ອນເລືອດແຕ່ໂຕ້ເອງເປັນຄົນບໍ່ກິນຕ່ອນເລືອດລາວເລີຍຄີບຕ່ອນເລືອດຈາກຖ້ວຍເຂົ້າປຽກຂອງລາວໃສ່ທີ່ຖ້ວຍຕຸ່ນຈົນໝົດເລີຍ ຫຼັງຈາກທີ່ພວກເຂົາກິນເຂົ້າປຽກແລ້ວໆ ພວກເຂົາກໍ່ໄດ້ໄປວຽນທຽນທີ່ພຣະທາດຫຼວງ ທີ່ໜ້າປະຕູເຂົ້າວັດພຣະທາດຫຼວງມັນສຸດຈະແອອັດດ້ວຍຜູ້ຄົນຈຳນວນຫຼວງຫຼາຍທີ່ແຍ້ເຂົ້າໄປໃນວັດທາດຫຼວງ ໂຕ້ໄດ້ຈັບມືຕຸ່ນໄວ້ແໜ້ນ ແລະ ຕົນຕົວຂອງພວກເຂົາໄດ້ບຽດກັນແໜ້ນ ເຊິ່ງມັນເຮັດໃຫ້ໂຕ້ຮູ້ສຶກມີຄວາມສຸກຢາກຢຸດເວລາໄວ້ແບບນີ້ດົນໆ​ ເມື່ອພວກເຂົາສາມາດເຂົ້າໄປຮອດໃນວັດແລ້ວກໍ່ຮຽງກັນຍ່າງວຽນທຽນອ້ອມພຣະທາດຫຼວງດ້ວຍມືທັງສອງທີ່ຈັບດອກໄມ້ທູບທຽນ ຫຼັງຈາກວຽນທຽນແລ້ວທັງຄູ່ກໍ່ໄດ້ມາອະທິຖານຕໍ່ໜ້າພຣະທາດຫຼວງ ໂດຍໂຕ້ຈື່ໄດ້ວ່າ ຖ້າມາຂໍພອນຢູ່ນີ້ແລ້ວຈະສັກສິດ ໂຕ້ເລີຍຂໍໃຫ້ຜູ້ຍິງທີ່ກຳລັງນັ່ງອະທີຖານຂ້າງລາວໃນຕອນນີ້ເປັນເນື້ອຄູ່ຂອງລາວ ກ່ອນທີ່ຈະປັກທູບລົງດິນ ແລະ ວາງດອກໄມ້ລົງ ສ່ວນຕຸ່ນແມ່ນຂໍເລື່ອງການຮຽນ ຫຼັງຈາກນັ້ນພວກເຂົາກໍ່ອອກມາຈາກພຣະທາດຫຼວງ ທາງນອກທາດຕາມແຄມທາງຈະມີບ່ອນທຳບຸນ ຕຸ່ນ ແລະ ໂຕ້ໄດ້ໄປບໍລິຈາກເງິນເພື່ອບູລະນະພຣະທາດຫຼວງ ແລະ ໄດ້ພາກັນສ່ຽງຊື ຕຸ່ນໄດ້ໃບທີ 3 ແລະ ໂຕ້ໄດ້ໃບທີ 13, ຈາກນັ້ນກໍ່ພາກັນຕັກບາດສະຫວັນ ແລ້ວກໍ່ພາກັນໄປຍ່າງເລາະຊື້ເຄື່ອງນຸ່ງ ຕຸ່ນໄດ້ຊື້ເສື້ອໃຫ້ແມ່, ພໍ່ ແລະ ນ້ອງສາວ ຄົນລະ 1 ຜືນ ແລະ ກໍ່ພາກັນໄປເລາະຊື້ເຄື່ອງໃຊ້ປະເພດ ແຟັບ, ສະບູ, ຢາຖູແຂ້ວ ແລະ ອື່ນໆຊ່ວງທີ່ມັນຫຼຸດລາຄາ ແລະ ກ່ອນຈະກັບ ພວກເຂົາໄດ້ພາກັນໄປຂຶ້ນຊິ່ງຊ້າສະຫວັນອີກ ໃນຂະນະຢູ່ໃນຊິງຊ້າສະຫວັນພວກເຂົາໄດ້ນັ້ງຄົນລະຟາກຕັ່ງ ຕຸ່ນໄດ້ແນມເບິ່ງຄວາມສວຍງາມຂອງໄຟແສງສີທີ່ປະດັບປະດາໃນງານ, ແນມເບິ່ງທ້ອງຟ້າເຖິງວັນນີ້ດາວເຕັມຟ້າເຮັດໃຫ້ລາວຍິ້ມໄດ້, ມີຄວາມສຸກໄດ້, ຮູ້ສຶກເຢັນສະບາຍກາຍ, ສະບາຍໃຈ ຈົນຮູ້ສຶກໜາວເລັກໜ້ອຍ ພວກເຂົສໄດ້ເບິ່ງດາວນຳກັນ ໂຕ້ໄດ້ຊີ້ໃຫ້ຕຸ່ນເບິ່ງດາວໄກ່ນ້ອຍ, ດາວໝາປ່າ ແລະ ດາວດວງອື່ນໆ ໃນຂະນະທີ່ຕຸ່ນກຳລັງມີຄວາມສຸກກັບການເບິ່ງດາວຢູ່ນັ້ນ ໂຕ້ກໍ່ໄດ້ຈ້ອງເບິ່ງໜ້າຕຸ່ນດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ແລະ ໂຕ້ໄດ້ເວົ້າກັບຕຸ່ນໄປວ່າ: ຕຸ່ນ! ແລ້ວຕຸ່ນກໍ່ແນມມາເບິ່ງໜ້າໂຕ້: ຮຶ! ໂຕ້ເວົ້າແບບອາຍເລັກໜ້ອຍວ່າ: ເພິ່ນຮູ້ບໍ່ວ່າ! ນິໄສຂອງເພິ່ນ ເປັນສະເປັກຂອງຜູ້ທັງໂລກທີ່ພວກເຂົາມັກ, ຕຸ່ນໄດ້ຈ້ອງເບິ່ງໜ້າໂຕ້ດ້ວຍດ້ວຍສາຍຕາທີ່ບາດໃຈພ້ອມຍິ້ມເບົາໆແລ້ວເວົ້າໄປວ່າ: ແທ້ນິ! ທັງຢິກຄິ້ວເບື້ອງໜຶ່ງໃສ່ພ້ອມ ຈົນເຮັດໃຫ້ໂຕ້ລົບສາຍຕາທັງທີ ແລະ ໂຕ້ຍັງໄດ້ເວົ້າກັບຕຸ່ນອີກວ່າ: ເພິ່ນຢ່າໄປເຮັດສາຍຕາແບບນີ້ກັບໃຜອີກເດີ້! ຕຸ່ນຮູ້ວ່າໂຕ້ອາຍລາວແຮງກວນດ້ວຍການຈ້ອງໄປທີ່ຕາໂຕ້ແລ້ວເວົ້າວ່າ: ເປັນຫຍັງລະ! ໂຕ້ລວບລວມຄວາມກ້າຈ້ອງຕາຕຸ່ນຄືນແລ້ວຕອບໄປວ່າ: ເພາະມັນອາດຈະເຮັດໃຫ້ຄົນອື່ນເຂົ້າໃຈຜິດໄດ້ ແລະ ເຂົາມີເລື່ອງຢາກຈະບອກເພິ່ນວ່າ! ວ່າ! ວ່າ… ຕອນນັ້ນຫົວໃຈຂອງທັງສອງເຕັ້ນແຮງບໍ່ເປັນຈັງຫວະ ຕຸ່ນເອງກໍ່ລຸ້ນຟັງວ່າໂຕ້ຈະເວົ້າຫຍັງ? ແຫລະແລ້ວ ສຽງຈູດດອກໄມ້ໄຟກໍ່ດັງຂຶ້ນ ໂຕ້ເລີຍເວົ້າອອກໄປວ່າ ດອກໄມ້ໄຟນັ້ນງາມເນາະ ເມື່ອເວົ້າສຸດທັງຕຸ່ນແລະໂຕ້ກໍ່ພາກັນຖອນລົມຫາຍໃຈເບົາໆ ແລ້ວກໍ່ພາກັນເບິ່ງຄວາມສວຍງາມຂອງດອກໄມ້ໄຟ

ຫຼັງຈາກຄົບຮອບຂີ່ຊິງຊ້າແລ້ວພວກເຂົາກັນລົງຈາກຊິງຊ້າ ແລະ ກໍ່ຫິ້ວຖົງເຄື່ອງຍ່າງໄປທີ່ຄອກລົດ ຕຸ່ນຢືນຖ້າທີ່ໜ້າຄອກລົດ ດ້ວຍທ່າຢືນກອດເອີກ ເພາະອາກາດຕອນເດິກຮູ້ສຶກໜາວ ແລະ ລາວເອງກໍ່ບໍ່ໄດ້ເອົາເສື້ອແຂນຍາວມາ ເພາະຕອນສວາຍອາກາດມັນຮ້ອນ ເມື່ອໂຕ້ເອົາລົດອອກມາຈາກຄອກລົດແນມເຫັນຕຸ່ນຢືນກອດເອິກຢູ່ ລາວເລີຍຖາມຕຸ່ນວ່າ: ໜາວຫວາ! ຕຸ່ນກໍ່ງຶກຫົວເບົາໆ ແລ້ວໂຕ້ກໍ່ຖອດເສື້ອກັນໜາວທີ່ນຸ່ງອອກໄປຄຸມໃຫ້ຕຸ່ນ ທຳອິດຕຸ່ນກໍ່ບໍ່ເອົາ ເພາະໂຕ້ເປັນຄົນຂັບລົດຢ້ານໂຕ້ໜາວ ແຕ່ໂຕ້ບອກວ່າ ບໍ່ໜາວລູກຜູ້ຊາຍແຂງແຮງມີໄຟ ຈັ່ງໃດກໍ່ເອົາເສື້ອໃຫ້ຕຸ່ນນຸ່ງຕຸ່ນກໍ່ເລີຍນຸ່ງ ແລ້ວພວກເຂົາກໍ່ພາກັນຂີ່ລົດເມືອ ວັນນີ້ທັງໂຕ້ ແລະ ຕຸ່ນຮູ້ສຶກມີຄວາມສຸກຫຼາຍ

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)