spot_img
Homeຂ່າວຕ່າງປະເທດເອຢິບ ສົ່ງ​ເຮືອ​ດຳ​ນໍ້າຊອກ​ຫາ​ກ່ອງ​ດຳ​ເອັມ​ເອສ 804

ເອຢິບ ສົ່ງ​ເຮືອ​ດຳ​ນໍ້າຊອກ​ຫາ​ກ່ອງ​ດຳ​ເອັມ​ເອສ 804

Published on

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກໍລະນີ​ສາຍ​ການບິນ​ເອ​ຢິບ​ແອ​ຖ້ຽວ​ບິນ​ທີ​ເອັມ​ເອສ 804 ຈາກ​ນະຄອນຫຼວງ​ປາຣີປະ​ເທດ​ຝຣັ່ງ ມາ​ຍັງນະຄອນຫຼວງ​​ໄຄ​ໂຣ ປະ​ເທດ​ເອຢິບ ປະສົບ​ອຸບັດ​ເຫດ​ຕົກ​ພ້ອມ​ຜູ້​ໂດຍສານ ​ແລະ ລູກ​ເຮືອ​ລວມ 66 ຄົນ ​ໃນ​ທະ​ເລ​ເມ​ດິ​ເຕີ​ເຣນຽນ ຊຶ່ງ​ເຈົ້າ​ໜ້າ​ທີ່​ພົບ​ຊາກ​ເຮືອບິນ​ຈຳນວນ​ໜຶ່ງ​ແລ້ວ​ແຕ່​ຍັງ​ບໍ່​ສາມາດ​ຊອກ​ຫາ​ກ່ອງ​ດຳ​ຂອງ​ເຮືອບິນ​ພົບ ຫຼ້າ​ສຸດ​ທາງ​ການ​ເອ​ຢິບ​ໄດ້​ໃຊ້​ຫຸ່ນ​ເຮື​ອດຳ​ນໍ້າ​ທີ່​ປົກກະຕິ​ໃຊ້​ໃນ​ການ​ສຳ​ຫຼວດຂຸດ​ເຈາະ​ນໍ້າມັນ​ລົງ​ສຳ​ຫຼວດພື້ນ​ທີ່​ເພື່ອ​ເລັ່ງຄົ້ນ​ຫາ​ກ່ອງ​ດຳ​ຊຶ່ງ​ຈະ​ໄຂ​ປິດສະໜາ​ສາ​ເຫດການ​ຕົກ​ຂອງ​ເຮືອບິນ​ໄດ້.

ປະທານາທິບໍດີ​ອັບ​ເດລ ຟັດ​ຕາ ອັລ-ຊີ​ຊີ ຂອງ​ເອຢິບ ​ໃຫ້​ສຳພາດ​ວ່າ ທາງ​ການ​ເອຢິບ​ກຳລັງ​ພະຍາຍາມ​ຢ່າງ​ເຕັມທີ່​ເພື່ອ​ທີ່​ຈະ​ກູ້​ກ່ອງ​ດຳ​ຂຶ້ນ​ມາ​ໃຫ້​ໄດ້ ​ແລະ ຈົນ​​ເຖິງ​ຂະນະ​ນີ້ຍັງ​ບໍ່​ສາມາດ​ຢືນຢັນ​ສົມມຸດ​​ຖານ​ໃດໆ ​ໄດ້​ວ່າອັນ​ໃດ​ຄື​ສາ​ເຫດທີ່​ຊັດ​ເຈນ​ທີ່​ເຮັດ​ໃຫ້​ເຮືອບິນ​ຕົກ ​ແລະ ທຸ​ກປະ​ເດັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທັງ​ໝົດ ຢ່າງ​ໃດ​ກໍ​ດີ​ຄາດ​ວ່າ​ຕ້ອງ​ໃຊ້​ເວລາ​ດົນ​ກວ່າ​ຈະ​ໄດ້​ຂໍ້​ສະຫຼຸບ.

ທີ​ມສອບ​ສວນ​ເຜີຍ​ວ່າ ກວດ​ພົບ​ກຸ່ມ​ຄວັນ​ພາຍ​ໃນຕົວ​ເຮືອບິນ​ຫຼາຍ​ຈຸດ 3 ນາທີ​ກ່ອນ​ທີ່​ເຮື​ອບິນ​ຈະ​ຂາດ​ການ​ຕິດ​ຕໍ່ ຂະນະ​ທີ່​ລັດຖະມົນຕີ​ທີ່​ຮັບຜິດຊອບ​ດ້ານ​ການບິນ​ຂອງ​ເອຢິບ​ຍັງ​ຄົງ​ຢືນຢັນ​ວ່າຄວາມ​ເປັນ​ໄປ​ໄດ້​ສູງ​ສຸດ​ຄື​ເຮືອບິນ​ລຳ​ດັ່ງກ່າວ​ຖືກ​ໂຈມ​ຕີ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ຫຼາຍກວ່າ​ຈະ​ເກີດ​ບັນຫາ​ດ້ານ​ເຕັກນິກ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...