spot_img
Homeວັນນະກຳບົດກະວີ10 ຢ່າງທີ່ເງິນຊື້ບໍ່ໄດ້!

10 ຢ່າງທີ່ເງິນຊື້ບໍ່ໄດ້!

Published on

ຈົ່ງຈ່າຍເງິນກັບສິ່ງທີ່ຊື້ໄດ້ ແລະ ໃຊ້ເວລາກັບສິ່ງທີ່ເງິນຊື້ບໍ່ໄດ້ ເປັນຄຳເວົ້າທີ່ມີຄວາມໝາຍເລິກເຊິ່ງ ແລະ 10 ຢ່າງທີ່ເງິນຊື້ບໍ່ໄດ້ມີດັ່ງນີ້

1.ຄວາມຮັກ ເງີນຊື້ຄົນມາຢູ່ນຳໄດ້ ແຕ່ຊື້ຄວາມຮັກຈາກຄົນຢູ່ນຳບໍ່ໄດ້

2.ຄວາມຈິງ ເງິນສາມາດປົກປິດຄວາມຈິງໄດ້ຊົ່ວຄົ່ວຄາວ ແຕ່ຄວາມຈິງກໍ່ຍັງຢູ່ນຳເຮົາຕະຫລອດໄປ

3. ເວລາ ເງິນຊື້ເວລາຄົນອື່ນໄດ້ ແຕ່ຊື້ເວລາໂຕເອງບໍ່ໄດ້

4. ຄວາມສຸກ ເງິນຊື້ຄວາມສະຫນຸກສະຫນານໄດ້ ແຕ່ຊື້ຄວາມສຸກບໍ່ໄດ້ ຫລາຍຄົນໃຊ້ຊີວິດຢ່າງສະຫນຸກສະຫນານ ແຕ່ເຂົາເອງບໍ່ມີຄວາມສຸກ

5. ສຸຂະພາບ ເງິນຈ່າຍຄ່າປິ່ນປົວໄດ້ ແຕ່ຈ້າງຄົນເຈັບປ່ວຍແທນເຮົາບໍ່ໄດ້ ເຮົາເຮັດວຽກໜັກຈົນບໍ່ມີເວລາເບີ່ງແຍງໂຕເອງ ແລະ ຄອບຄົວເພື່ອເຮົາຈະໄດ້ຫາເງິນໄປປິ່ນປົວໂຕເອງກໍ່ເທົ່ານັ້ນ

6. ການຍອມຮັບ ເອົາເງິນຈ່າຍໃຫ້ຄົນຄົນເຫັນດີນຳໄດ້ ແຕ່ຈະເຮັດໃຫ້ເຂົາຍອມຮັບດ້ວຍໃຈບໍ່ສາມາດໃຊ້ເງິນຊື້ໄດ້

7. ເພື່ອນແທ້ ເພື່ອນກິນຫາງ່າຍເພື່ອນຕາຍຫາຍາກ ຄົນທີ່ຢູ່ຂ້າງເຮົາຕອນເຮົາຍັງບໍ່ມີຫຍັງ ຜູ້ນັ້ນແມ່ນເພື່ອນຕາຍ

8. ຄອບຄົວ ເງິນຊື້ທີ່ຢູ່ອາໄສໄດ້ ແຕ່ຊື້ຄອບຄົວບໍ່ໄດ້ ເພາະເຮືອນແມ່ນບ່ອນເຊື່ອມຕໍ່ຂອງຄົນໃນຄອບຄົວ ຖ້າຄົນໃນຄອບຄົວບໍ່ໄດ້ມີການເວົ້າຈາກັນ, ພົບປະກັນ ເຮືອນກໍ່ບໍ່ແມ່ນເຮືອນ

9. ຄວາມຮັ່ງມີ ເງິນເທົ່າໃດກໍ່ບໍ່ຮັ່ງມີ ຖ້າເຮົາບໍ່ຮູ້ຈັກກຳນົດຄຳວ່າຮັ່ງມີຂອງເຮົາເອງ ຖ້າໃຈເຮົາບໍ່ຮູ້ຄຳວ່າພໍ ແລະ ເຮົາບໍ່ສາມາດຄົ້ນຫາຄຳວ່າຮັ່ງມີໃນແບບເຮົາເອງ ມີເທົ່າໃດກໍ່ບໍ່ພໍ

10. ປະສົບການ ເງິນສາມາດຊື້ຄວາມຮູ້ຂອງເຮົາໄດ້ຈາກການຮຽນຮູ້ຜ່ານການອ່ານການຟັງໄດ້ ແຕ່ສຸດທ້າຍເຮົາຈະບໍ່ເຂົ້າໃຈມັນແທ້ ຈົນກວ່າເຮົາຈະປ່ຽນມັນເປັນປະສົບການ ແລະ ມັນສຳຄັນກວ່າໃບປະລິນຍາ

ສະຫລຸບຄື ເຮົາຕ້ອງຮູ້ຈັກໃຊ້ເງິນຊື້ໃນສິ່ງທີ່ຊື້ໄດ້ ແລະ ຮູ້ຈັກເຮັດ, ຮູ້ຈັກຄິດ, ຮູ້ຈັກຮຽນຮູ້ໃນການດຳລົງຊີວິດໃນສິ່ງທີ່ເງິນຊື້ບໍ່ໄດ້ ແລ້ວຊີວິດທ່ານຈະມີທັງເງິນ ແລະ ຄວາມສຸກພ້ອມໆກັນ

 

ທີ່ມາ: Alex Phamisith

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...