Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈຳ​ພອນ ກັກ​ຕົວ​ຜູ້​ຄ້າ​ຢາ​ເສບ​ຕິດ

ຈຳ​ພອນ ກັກ​ຕົວ​ຜູ້​ຄ້າ​ຢາ​ເສບ​ຕິດ

Published on

ວັນ​ທີ 3 ພຶດ­ສະ­ພາ 2016 ນີ້, ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈຳ​ພອນ ແຂວງສະ­ຫວັນ​ນະ​ເຂດ​ໄດ້​ຮັບ​ການ​ລາຍ​ງານ ຈາກ​ພົນ­ລະ­ເມືອງ​ດີ​ວ່າ​ຢູ່​ຖຽງ­ນາ​ຂອງ ນາງ ແຕ ປະ­ຊາ­ຊົນ ບ້ານ​ນາ​ຄູ ເມືອງ​ຈຳ​ພອນ ໄດ້​ມີ​ການ​ຄ້າ­ຂາຍ ແລະ​ມົ້ວສຸມ​ຢາ​ເສບ​ຕິດ (ຢາ​ບ້າ) ໂດຍ​ເອົາ​ຖຽງນາ​ເປັນ​ບ່ອນ​ຈຳ­ໜ່າຍ ແລະ ​ມົ້ວ​ສຸມ.

ເມື່ອ​ໄດ້​ຮັບ​ການ​ລາຍ​ງານ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ດັ່ງ­ກ່າວ​ຈິ່ງ​ໄດ້​ສົ່ງ​ພະ­ນັກງານ​ວິ­ຊາ​ສະ­ເພາະ​ລົງ​ພິ­ສູດ​ແຫຼ່ງ​ຂ່າວ ແລະ​ໄດ້​ຮູ້​ວ່າ​ມີ​ມູນ​ຄວາມ​ຈິງ​ຕົກ​ມາ​ໃນ ວັນ​ທີ 4 ຂອງ​ເດືອນ​ດຽວ​ກັນ​ເຈົ້າ​ໜ້າ ທີ່​ໜ່ວຍ​ງານ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ ເສບ​ຕິດ ປກສ ເມືອງ​ຈຳ​ພອນ​ຈິ່ງ​ໄດ້​ສົມທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ ບ້ານ​ນາ​ຄູລົງ​ມ້າງ​ຄະ­ດີ​ຄ້າ-ຂາຍ​ຢາ​ເສບ​ຕິດ​ຢູ່​ຈຸດດັ່ງ­ກ່າວ​ຮັດ​ໃຫ້​ສາ­ມາດ​ກັກ​ຕົວ​ຜູ້​ຖືກ​ຫາຊື່​ນາງ ແຕ ອາ­ຍຸ 47 ປີ ອາ­ຊີບ​ເຮັດ​ນາ ຢູ່​ບ້ານ​ນາ​ຄູ ເມືອງ​ຈຳ​ພອນ ແຂວງ​ສະຫວັນ​ນະ​ເຂດ, ຜ່ານ​ການ​ກວດ​ຄົ້ນ​ຕົວ​ຜູ້­ກ່ຽວ​ພົບ​ຂອງ​ກາງ​ຢາ​ບ້າ 101 ເມັດ ທີ່​ເຊື່ອງ​ໄວ້​ໃນ​ຖົງ​ໂສ້ງ​ທາງ​ໜ້າ​ເບື້ອງ​ຂວາ​ຂອງ​ຜູ້­ກ່ຽວ.

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈຳ​ພອນ​ເປີດເຜີຍ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ເດືອນ12 ປີ 2015 ຫາ​ເດືອນ 4 ປີ 2016 ຜູ້­ກ່ຽວ​ໄດ້​ໄປ​ຊື້ຢາ​ບ້າ​ນຳ​ກຸ່ມ​ຄົນ​ບໍ່​ດີ​ມາ​ຈຳ­ໜ່າຍ​ໃຫ້​ໄວ​ໜຸ່ມ​ໃນ​ບ້ານ​ຫຼາຍ​ຄັ້ງຄັ້ງ​ລະ 100 ຫາ 200  ເມັດລວມ​ປະ­ມານ 445 ເມັດ ໃນ​ລາ­ຄາ​ເມັດ​ລະ15 ຫາ 20 ພັນ​ກີບ ໂດຍ ນັດ​ຮັບ​ສົ່ງ​ຕາມ​ການ​ສະ­ດວກ ແລະ​ເອົາ ຖຽງ­ນາ​ຂອງ​ຜູ້­ກ່ຽວ​ເປັນ​ບ່ອນ​ມົ້ວ​ສຸມ ແລະ​ຈຳ­ໜ່າຍ​ໃນ​ລາ­ຄາ 20 ພັນ 25.000 ກີບ ຊຶ່ງ​ລາວ​ເຮັດ​ມາ​ໄດ້​ປະມານ​ສີ່​ເດືອນ​ແລ້ວ.

ປະ­ຈຸ​ບັນ​ຄະ­ດີ​ດັ່ງ­ກ່າວ, ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈຳ​ພອນ​ກຳ­ລັງ​ດຳ­ເນີນການ​ສືບ­ສວນ-ສອບ​ສວນ​ຂະ­ຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ​ມາ​ດຳ­ເນີນ​ຄະ­ດີ​ລົງ­ໂທດ​ຕາມ​ຂັ້ນ​ຕອນ​ກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...