spot_img
Homeຂ່າວທ້ອງຖິ່ນກອງກວດກາປ່າໄມ້ແຂວງໄຊຍະບູລີ ຈັດພິທີທຳລາຍຊີ້ນສັດປ່າທີ່ຍຶດໄດ້ຈາກແມ່ຄ້າ

ກອງກວດກາປ່າໄມ້ແຂວງໄຊຍະບູລີ ຈັດພິທີທຳລາຍຊີ້ນສັດປ່າທີ່ຍຶດໄດ້ຈາກແມ່ຄ້າ

Published on

ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2016 ນີ້ ຢູ່ທີ່ກອງກວດກາປ່າໄມ້ແຂວງໄຊຍະບູລີ ຈັດພິທີທຳລາຍຊີ້ນສັດປ່າທີ່ເຈົ້າໜ້າທີ່ຍຶດມາໄດ້ຈາກແມ່ຄ້າຈຳນວນ 28,4 ກິໂລກຣາມ ໃຫ້ກຽດເຂົ້າຮ່ວມທຳລາຍຊີ້ນສັດປ່າໃນຄັ້ງນີ້ມີທ່ານ ພຸດທະຄອນ ລັກຊີວີ ຮອງຫົວໜ້າກອງກວດກາປ່າໄມ້ແຂວງ ທ່ານ ສັງຄົມ ສີມູນ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄຊຍະບູລີ ພ້ອມດ້ວຍພະນັກງານວິຊາການກອງກວດກາເຂົ້າຮ່ວມ.

ທ່ານ ພຸດທະຄອນ ລັກຊີວີ ໄດ້ລາຍງານວ່າ ຊີ້ນສັດປ່າຈຳນວນດັ່ງກ່າວ ເຈົ້າໜ້າທີ່ກວດກາປ່າໄມ້ແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ກອງກວດກາປ່າໄມ້ເມືອງໄຊຍະບູລີ ພະນັກງານປະຈຳຢູ່ຕະຫຼາດບ້ານສີມຸງຄຸນ ເຊິ່ງພົບເຫັນປະຊາຊົນຈຳນວນ 3 ຄົນພວມນັ່ງຂາຍຊີ້ນສັດປ່າຢູ່ ສະນັ້ນ ເຈົ້າໜ້າທີ່ກວດກາປ່າໄມ້ຈິ່ງໄດ້ເຂົ້າກວດກາ ແລະ ຍຶດຊີ້ນສັດປ່າທີ່ວາງຂາຍໄດ້ທັງໝົດ 28,4 ກິໂລກາມ ຄິດເປັນເງິນມູນຄ່າ 2.000.000 ກວ່າກີບ ສັດປ່າທີ່ກວດກາ ແລະ ຍຶດໄດ້ໃນຄັ້ງນີ້ປະກອບມີ ແລນ ຈໍານວນ 4 ໂຕ ນໍ້າໜັກ 6,6 ກິໂລກຣາມ ຊີ້ນໝູດິບຈໍານວນ 12,5 ກິໂລກຣາມ ຊີ້ນເຫງັນດິບຈໍານວນ 2 ກິໂລກຣາມ ຊີ້ນນົກດິບຈໍານວນ 0,5 ກິໂລກຣາມ ແລະ ຊີ້ນໝູປ່າແຫ້ງຈໍານວນ 6,8 ກິໂລກຣາມ.

ຂ່າວ/ພາບ: ທອງຈັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...