spot_img
Homeຂ່າວຕ່າງປະເທດຊາວບັງກະລາເທດ 60,000 ຄົນ ຖືກອົບພະຍົບໄປຢູ່ສູນພັກພິງຊົ່ວຄາວ ຫຼັງມີຄຳເຕືອນພາຍຸໄຊໂຄນ ໂຣອານູ

ຊາວບັງກະລາເທດ 60,000 ຄົນ ຖືກອົບພະຍົບໄປຢູ່ສູນພັກພິງຊົ່ວຄາວ ຫຼັງມີຄຳເຕືອນພາຍຸໄຊໂຄນ ໂຣອານູ

Published on

ພາຍຸໄຊໂຄນ ໂຣອານູ (Roanu) ເຊິ່ງໄດ້ພັດເຂົ້າຊາຍຝັ່ງທະເລຕອນໃຕ້ຂອງບັງກະລາເທດໃນວັນນີ້ 21 ພຶດສະພາ 2016 ໃນເວລາ 12:00ໂມງ ຕາມເວລາບັງກະລາເທດ ແລະ ເວລາ 13:00ໂມງ ຕາມເວລາທ້ອງຖິ່ນບ້ານເຮົາ ດ້ວຍຄວາມໄວຂອງລົມໃກ້ສູນກາງ 88 ກີໂລແມັດຕໍ່ຊົ່ວໂມງ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 5 ສົບ        5588
ປະຊາຊົນປະມານ 60,000 ຄົນ ຖືກອົບພະຍົບໄປຢູ່ສູນພັກພິງຊົ່ວຄາວ ຫຼັງມີຄຳເຕືອນວ່າພາຍຸລູກນີ້ອາດກໍ່ໃຫ້ເກີດຄື້ນພາຍຸຊັດຝັ່ງ  (storm surge) ສູງເຖິງ 1.5 ແມັດ ເຊິ່ງຈະເຮັດໃຫ້ໝູ່ບ້ານ ແລະ ແຄມຝັ່ງເມືອງ ຈິດຕະກອງ ຖືກນ້ຳຖ້ວມ

ທາງການບັງກະລາເທດໄດ້ສັ່ງການປິດທ່ານ້ຳ ແລະ ທ່າເຮືອຫຼາຍແຫ່ງ ແລະ ຂໍໃຫ້ຊາວປະມົງງົດນຳເຮືອອອກຈາກຝັ່ງ ຂະນະທີ່ກົມອຸຕຸນິຍົມເຕືອນໃຫ້ປະຊາຊົນທີ່ອາໃສຢູ່ຕາມເຂດພູເຂົາທາງພາກຕະເວັນຕົກສຽງໃຕ້ລະວັງອັນຕະລາຍຈາກແຜ່ນດິນຖະລົ່ມ

3189

3188

ທີ່ມາ: http://www.manager.co.th/

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...