Homeຂ່າວຕ່າງປະເທດກອງທັບອີຢິບຢືນຢັນພົບສິ້ນສ່ວນເຮືອບິນ ອີຢິບແອຣ ແລ້ວ

ກອງທັບອີຢິບຢືນຢັນພົບສິ້ນສ່ວນເຮືອບິນ ອີຢິບແອຣ ແລ້ວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໄຄໂຣ ປະເທດອີຢິບ ເມື່ອວັນທີ 21 ພຶດສະພານີ້ ວ່າ ຖະແຫຼງການຂອງກອງທັບອີຢິບແຈ້ງຄວາມຄືບໜ້າຂອງປະຕິບັດການຄົ້ນຫາ ແລະ ກູ້ຊາກເຮືອບິນ ລຸ່ນ ແອບັສ 320 ຂອງອີຢິບແອຣ ຖ້ຽວບິນ ເອັມເອສ 804 ເຊິ່ງຕົກທາງຕອນໃຕ້ຂອງທະເລເມດີເຕີເຣນຽນ ໃນທີ່ສຸດກອງທັບອີຢິບໄດ້ພົບສິ້ນສ່ວນຂອງເຮືອບິນໂດຍສານລຳນີ້ ບໍລິເວນນອກຊາຍຝັ່ງທາງຕອນເໜືອຂອງເມືອງ ອາເລັກຊານເດຣຍໄປປະມານ 290 ກິໂລແມັດ ອີກທັງພົບບ່ອນນັ່ງຜູ້ໂດຍສານ ແລະ ກະເປົາສຳພາລະ ຮວມໄປເຖິງສິ້ນສ່ວນສົບທີ່ເຊື່ອວ່າເປັນຜູ້ໂດຍສານອີກດ້ວຍ ເຊິ່ງໃນຂະນະນີ້ເຈົ້າໜ້າທີ່ຈາກນານາຊາດໄດ້ເລັ່ງກະຈາຍກຳລັງອອກຄົ້ນຫາກ່ອງບັນທຶກການບິນໃນບໍລິເວນດັ່ງກ່າວ ເພື່ອຫາສາເຫດຂອງເຮືອບິນຕົກໃນຄັ້ງນີ້.

559000005216403

ລາຍງນລະບຸວ່າ ເຮືອບິນລຳນີ້ໜ້າຈະປ່ຽນທິດທາງ ກ່ອນຕົກລົງສູ່ທະເລ ເພາະຈາກຂໍ້ມູນເທິງຈໍເຣດາ ສະແດງໃຫ້ເຫັນວ່າເຮືອບິນລຳດັ່ງກ່າວໄດ້ຫັກລ້ຽວກະທັນຫັນ 2 ຄັ້ງ ຄື: ລ້ຽວຊ້າຍ 90 ອົງສາ ແລະ ຫັກລ້ຽວແບບ 360 ອົງສາ ກ່ອນຈະຫຼຸດລະດັບການບິນລົງ ແລະ ຕົກລົງສູ່ທະເລ.

ປະທານາທິບໍດີ ອັບເດລ ຟັດຕາ ເອລ-ຊີຊີ ຜູ້ນຳອີຢິບ ໄດ້ອອກຖະແຫຼງການສະແດງຄວາມເສຍໃຈ ກັບຄອບຄົວຂອງຜູ້ໂດຍສານ ແລະ ລູກເຮືອ ທັງໝົດ 66 ຄົນ ໃນທ້ຽວບິນນີ້ ເຊັ່ນດຽວກັບສາຍການບິນອີຢິບແອຣ ທີ່ຂຽນຂໍ້ຄວາມສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນ ຂະນະທີ່ຊາວອີຢິບ ເຊິ່ງມີທັງຄອບຄົວ ແລະ ເພື່ອນຂອງຜູ້ເສຍຊີວິດ ມາຮວມຕົວກັນທີ່ມັດສະຢິບ ໃນນະຄອນຫຼວງໄຄໂຣ ເພື່ອສວດມົນ ແລະ ໄວ້ອາໄລ

1358586

ດ້ານລັດຖະມົນຕີກະຊວງການຕ່າງປະເທດຂອງຝຣັ່ງ ໄດ້ກ່າວວ່າ ຝຣັ່ງພ້ອມທີ່ຈະເຮັດວຽກຮ່ວມກັບອີຢິບຢ່າງເຕັມທີ່ ເພື່ອສອບສວນສາເຫດ ເນື່ອງຈາກມີປະຊາຊົນຝຣັ່ງເສຍຊີວິດຢູ່ໃນທ້ຽວບິນນີ້ເຖິງ 15 ສົບ ເຊິ່ງໃນຂະນະນີ້ຍັງບໍ່ມີການສະຫຼຸບທີ່ຊັດເຈນ ແລະ ເຖິງແມ່ນວ່າກ່ອນໜ້ານີ້ລັດຖະມົນຕີການບິນພົນລະເຮືອນຂອງອີຢິບ ຈະເປີດເຜີຍກັບສື່ຂ່າວວ່າ ມີຄວາມເປັນໄປໄດ້ສູງທີ່ອາດເກີດຈາກການກໍ່ກາຍຮ້າຍ ຫຼາຍກ່ວາປະສົບອຸບັດຕິເຫດ ຫຼື ຄວາມຜິດພາດທາງເທັກນິກ ແຕ່ກໍ່ຢັງບໍ່ມີຫຼັກຖານຢືນຢັນ ຮວມໄປເຖິງຍັງບໍ່ມີກຸ່ມກໍ່ການຮ້າຍໃດອອກມາຍອມຮັບວ່າເປັນຜູ້ຢູ່ເບື້ອງຫຼັງ ເຫດເຮືອບິນຕົກໃນຄັ້ງນີ້

ທີ່ມາ: http://www.krobkruakao.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...