spot_img
Homeຂ່າວພາຍ​ໃນກົມອຸຯເຕືອນອີກ!! ໃຫ້ລະວັງພາຍຸ, ລົມແຮງ, ຝົນຕົກ ແລະຟ້າຜ່າ

ກົມອຸຯເຕືອນອີກ!! ໃຫ້ລະວັງພາຍຸ, ລົມແຮງ, ຝົນຕົກ ແລະຟ້າຜ່າ

Published on

ເຊົ້າມື້ນີ້ ວັນທີ 20 ພຶດສະພາ 2016 ກົມອຸຕຸນິຍົມແລະອຸທົກກະສາດອອກແຈ້ງການເຕືອນ ໃຫ້ລະວັງເລື່ອງພາຍຸລົມແຮງ, ຝົນຕົກ ແລະຟ້າຜ່າ ເນື່ອງຈາກ ປັດຈຸບັນພາຍຸໄຊໂຄຣນ ໂຣອານຸ ເຊິ່ງມີຈຸດສູນກາງຢູ່ອ່າວເບັງການ ແລະກຳລັງເຄື່ອນທີ່ໄປທາງຕາເວັນອອກສ່ຽງເໜືອ ດ້ວຍຄວາມໄວ 14 ກິໂລແມັດ ລຽບແຄມຝັ່ງຕາເວັນອອກຂອງປະເທດອິນເດຍ , ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງບັງກະລາເທດແລະມຽນມາໃນຄືນວັນທີ 21 ພຶດສະພາ 2016. ຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ກະແສລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ສປປ ລາວ ດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະລົມພັດແຮງ ຢູ່ບັນດາແຂວງພາກເໜືອຫາພາກກາງ ໃນວັນທີ 21-24 ພຶດສະພາ 2016.

ດັ່ງນັ້ນ, ຈຶ່ງແຈ້ງການເຕືອນມາຍັງພໍ່ແມ່ນປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນ ແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະຄຳມ່ວນ ຈົ່ງໄດ້ມີສະຕິຮັບມືຕໍ່ສະພາບ ຝົນຕົກ, ຟ້າຮ້ອງ, ຟ້າຜ່າ, ລົມແຮງ, ດິນເຈື່ອນ, ນ້ຳປ່າໄຫຼຊຸ, ຕົ້ນໄມ້ຫັກ ແລະບ້ານເຮືອນເປ່ເພ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...