spot_img
Homeຂ່າວຕ່າງປະເທດແມນນີ່ ປາກຽວ ເຂົ້າພິທີສາບານຕົນ ຮັບຕຳແໜ່ງ ສະມາຊິກວຸດທິສະພາ ແຫ່ງ ຟິລິບປິນ ຢ່າງເປັນທາງການ!

ແມນນີ່ ປາກຽວ ເຂົ້າພິທີສາບານຕົນ ຮັບຕຳແໜ່ງ ສະມາຊິກວຸດທິສະພາ ແຫ່ງ ຟິລິບປິນ ຢ່າງເປັນທາງການ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພຶດສະພານີ້ວ່າ ທ່ານ ແມນນີ່ ປາກຽວ ອະດີດນັກມວຍສາກົນ ຊາວຟິລິບປິນ ເຈົ້າຂອງແຊັ້ມໂລກ 8 ລຸ້ນນ້ຳໜັກ ຊຶ່ງໄດ້ອຳລາວົງການ ແລະ ຫັນເຂົ້າສູ່ວົງການການເມືອງ ໄດ້ເຂົ້າພິທີສາບານຕົນ ຮ່ວມກັບຄົນອື່ນໆອີກ 11 ຄົນ ຮັບຕຳແໜ່ງສະມາຊິກ ວຸດທິສະພາ ແຫ່ງ ຟິລິບປິນ ຢ່າງເປັນທາງການແລ້ວ ໃນວັນພະຫັດທີ 19 ພຶດສະພາ 2016 ຜ່ານມານີ້. ໂດຍ ປາກຽວ ໄດ້ກ່າວຫລັງພິທີສາບານຕົນວ່າ ຈະສະໜັບສະໜູນ ໃຫ້ນຳໃຊ້ໂທດປະຫານໃນຟິລິບປິນ ຕາມນະໂຍບາຍຂອງ ທ່ານ ດູເຕີເຕ ປະທານາທິບໍດີຟິລິບປິນຄົນໃໝ່ ເພື່ອແກ້ໄຂບັນຫາອາຊະຍາກຳຮຸນແຮງ ທີ່ເກີດຂຶ້ນຢ່າງແຜ່ຫລາຍພາຍໃນປະເທດ.

ທັງນີ້ ແມນນີ່ ປາກຽວ ໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນຊາວຟິລິບປິນ ໃນບັ້ນເລືອກຕັ້ງທີ່ຜ່ານມາ ຊຶ່ງໄດ້ຮັບຄະແນນສຽງສະໜັບສະໜູນ ຫລາຍກວ່າ 16 ລ້ານສຽງ ໃນທົ່ວປະເທດ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...