spot_img
Homeຂ່າວຕ່າງປະເທດໄນ​ຈີ​​ເຣຍ ພົບ​ຍິງ​ສາວ​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ເມື່ອ​ສອງ​ປີ​ກ່ອນ​ຍັງ​ມີ​ຊີວິດ

ໄນ​ຈີ​​ເຣຍ ພົບ​ຍິງ​ສາວ​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ເມື່ອ​ສອງ​ປີ​ກ່ອນ​ຍັງ​ມີ​ຊີວິດ

Published on

​ໄນ​ຈີ​ເຣຍພົບ​ຍິງ​ສາວ​ລາ​ຍໜຶ່ງ​ທີ່​ຖືກ​ກຸ່ມ​ຕິດ​ອາວຸດ​ໂບ​ໂກ​ຮາຣາມລັກ​ພາ​ຕົວ​ໄປ​ຈາກ​ໂຮງຮຽນ​ແຫ່ງ​ໜຶ່ງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ເມື່ອ​ສອງ​ປີ​ກ່ອນ​ແລ້ວ ​ໂດຍ​ພົບ​ລາວ​ພ້ອມ​ກັບ​ລູກນ້ອຍ ນັບວ່າ​ເປັນຍິງ​ສາວ​ຄົນ​ທຳ​ອິດ​ທີ່​ພົບ​ຕົວ​ຫຼັງ​ຈາກ​ຖືກ​ກຸ່ມ​ຕິດ​ອາວຸດ​ລັກ​ພາ​ຕົວ​ໄປ.

ລາຍ​ງານ​ລະບຸ​ວ່າ ພົບຍິງ​ສາວ​ອາ​ຍຸ 19 ປີ​ດັ່ງກ່າວ​ພ້ອມ​ດ້ວຍ​ລູກນ້ອຍ​ຂອງ​ລາວ​ເມື່ອວັນ​ອັງຄານ​ທີ່​ຜ່ານ​ມາ ຂະນະທີ່​ຍ່າງ​ຢູ່​ແຄມ​ປ່າ​ແຊມ​ບີ​ຊາ​ໃກ້​ຊາຍ​ແດນ​ດ້ານ​ທີ່​ຕິດຕໍ່​ກັບ​ແຄ​ເມຣູນ ຂ່າວ​ການ​ພົບ​ຍິງສາວ​ຄັ້ງ​ນີ້ ​ເຮັດ​ໃຫ້​ຄອບຄົວ​ຂອງ​ຍິງ​ສາວ​ທັງ 218 ຄົນ ທີ່ຍັງ​ຄົງ​ສູນຫາຍ​ໄປ ​ເກີດ​ຄວາມ​ຫວັງ​ວ່າ ລາວ​ຈະ​ສາມາ​ດ​ໃຫ້​ຂໍ້ມູນກ່ຽວ​ກັບ​ທີ່ຢູ່​ຂອງ​ຍິງ​ເຫຼົ່າ​ນັ້ນ ​ແພດ​ປະຈຳ​ຄອບຄົວ​ເປີ​ດ​ເຜີຍ​ວ່າ ຍິງ​ສາວ​ດັ່ງກ່າວ​ເປີດ​ເຜີຍ​ກັບ​ມານ​ດາ​ວ່າ ມີ​ຍິງ​ສາວ​ບາງ​ຄົນ​ເສຍ​ຊີວິດ​ແລ້ວ ​ແລະ ບາງ​ຄົນ​ຍັງ​ຄົງ​ຖືກ​ກັກ​ຂັງ​ໄວ້.

ກຸ່ມ​ຕິດ​ອາວຸດ​ໂບ​ໂກ​ຮາຣາມບຸກ​ເຂົ້າ​ໄປ​ຍັງ​ໂຮງຮຽນ​ມັດທະ​ຍົມ​ຍິງ​ໃນ​ເມືອງ​ຊິບ​ອກ​ເມື່ອ​ວັນ​ທີ 14 ​ເມສາ 2014 ​ແລະ​ຈັບ​ຕົວ​ເດັກ​ຍິງ 276 ຄົນ​ທີ່​ກຳລັງ​ກຽມ​ຕົວ​ສອບ​ເສັງຫຼາຍຄົນ​ໜີ​​ເອົາ​ຕົວ​ລອດ​ໄປ​ໄດ້ ​ແຕ່​ອີກ 219 ຄົນ​ຍັງ​ຄົງ​ຖືກ​ຈັບ​ຕົວ​ໄວ້ ​ເຫດການ​ດັ່ງ​ກ່າວ ກາຍ​ເປັນ​ທີ່​ສົນ​ໃຈ​ຂອງ​ຜູ້​ຄົນ​ທົ່ວ​ໂລກ ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະຖານະ​ການ​ຄວາມ​ຮຸນ​ແຮງ​ຂອງ​ກຸ່ມ​ຕິດ​ອາວຸດ​ໃນ​ໄນ​ຈີ​ເຣຍ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...