spot_img
Homeຂ່າວທ້ອງຖິ່ນບໍ​ລິ​ຄຳ​ໄຊວາງ 5 ມາດ​ຕະ­ການ ສະ­ກັດ​ການຖາງ​ປ່າ​ເຮັດ​ໄຮ່

ບໍ​ລິ​ຄຳ​ໄຊວາງ 5 ມາດ​ຕະ­ການ ສະ­ກັດ​ການຖາງ​ປ່າ​ເຮັດ​ໄຮ່

Published on

ການຖາງປ່າເຮັດໄຮ່ປູກເຂົ້າແບບເລື່ອນ­ລອຍແມ່ນວິ­ທີການຜະ­ລິດເຂົ້າອີກວິ­ທີໜຶ່ງຂອງປະ­ຊາ­ຊົນບັນ­ດາ­ເຜົ່າທີ່ຕ້ອງທຳ­ລາຍປ່າ­ໄມ້ໃນແຕ່ລະປີຈຳນວນບໍ່ໜ້ອຍຊຶ່ງໄດ້ດຳ­ເນີນຕໍ່ກັນມາແຕ່ດົນນານປະ­ຈຸບັນພັກ-ລັດ ກໍຄືອົງການປົກ­ຄອງແຂວງບໍລິຄຳໄຊໄດ້ຊອກທຸກວິ­ທີທາງເພື່ອສະ­ກັດກັ້ນການຖາງປ່າເຮັດໄຮ່ ເພື່ອປົກປັກຮັກ­ສາປ່າ­ໄມ້ແລະສະ­ພາບແວດລ້ອມໃຫ້ມີຄວາມຍືນຍົງ.

ທ່ານ ຄຳຜີວ ພິມມະທັດ ຫົວ­ໜ້າພະແນກກະ­ສິ­ກຳ ແລະປ່າ­ໄມ້ ແຂວງບໍລິຄຳໄຊໄດ້ລາຍງານກ່ຽວກັບການແກ້ໄຂຢຸດ­ຕິການຖາງປ່າເຮັດໄຮ່ໃນໄລ­ຍະຜ່ານມາ ແລະມາດຕະ­ການເພື່ອແກ້ໄຂໃນ­ຕໍ່­ໜ້າຕໍ່ກອງປະ­ຊຸມເປີດກວ້າງຄົບຄະ­ນະບໍ­ລິ­ຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະ­ໄໝທີ VI ຈັດຂຶ້ນວັນທີ 10-12 ພຶດ­ສະ­ພາ 2016 ນີ້ວ່າ: ແຜນ­ການຈັດຕັ້ງປະ­ຕິ­ບັດເພື່ອແກ້ໄຂສະ­ກັດກັ້ນການຖາງປ່າເຮັດໄຮ່ແບບເລື່ອນ­ລອຍໃຫ້ຫຼຸດໜ້ອຍຖອຍລົງໃນສົກປີ 2015-2016 ລວມມີ 5 ມາດຕະ­ການແກ້ໄຂຄື: 1 ຕ້ອງ ສືບ­ຕໍ່ຍົກສະ­ມັດ­ຖະ­ພາບການຜະລິດໃຫ້ສູງຂຶ້ນເພື່ອຕອບສະ­ໜອງເຂົ້າກິນໃຫ້ພຽງ­ພໍ, 2 ສືບ­ຕໍ່ສຳຫຼວດເນື້ອ­ທີ່ບ່ອນທີ່ມີເງື່ອນ­ໄຂການປູກເຂົ້າ, ພືດ ແລະລ້ຽງ­ສັດ,3 ດຳ­ເນີນການສຶກສາອົບ­ຮົມໃຫ້ ປະ­ຊາ­ຊົນບັນ­ດາ­ເຜົ່າເຂົ້າ­ໃຈແຈ້ງຕໍ່ແນວ­ທາງ, ແຜນນະ­ໂຍ­ບາຍຂອງພັກ-ລັດວາງອອກໃນແຕ່ລະໄລ­ຍະ, 4 ດຳ­ເນີນການກວດ­ກາ ຫ້າງຮ້ານທີ່ຂາຍອຸ­ປະ­ກອນຕັດ ໄມ້(ຈັກຕັດໄມ້) ແລະ 5 ນຳເອົາບັນ­ດາກົດ­ໝາຍທີ່ກ່ຽວ­ຂ້ອງລົງເຜີຍ­ແຜ່ໃຫ້ບັນ­ດາເປົ້າໝາຍ ແລະນຳໃຊ້ມາດຕະການຢ່າງເຂັ້ມງວດ ສະ­ນັ້ນຕ້ອງໄດ້ເອົາ ໃຈໃສ່ແກ້ໄຂ ແລະການຈັດສັນອາ­ຊີບໃຫ້ ປະ­ຊາ­ຊົນທີ່­ຢູ່ຫ່າງໄກສອກ­ຫຼີກທີ່ບໍ່ມີອາຊີບໝັ້ນ­ຄົງຖາ­ວອນໄດ້ເຂົ້າ­ໃຈນຳ­ໄປປະຕິບັດເພື່ອເຮັດໃຫ້ວຽກງານສະ­ກັດກັ້ນການຖາງປ່າຊະ­ຊາຍ ແລະຖາງປ່າເຮັດໄຮ່ໃຫ້ຫຼຸດລົງ ແລະໝົດໄປ.

ນັບແຕ່ປີ 2010-2015 ຢູ່ແຂວງ ບໍລິຄຳໄຊ ເຫັນວ່າມີການຖາງປ່າເຮັດໄຮ່ປູກເຂົ້າຫຼຸດ­ຜ່ອນລົງພໍສົມ­ຄວນຊຶ່ງປີ 2010 ມີເນື້ອ­ທີ່ຖາງປ່າເຮັດໄຮ່ 5.155 ເຮັກ­ຕາ,ປີ 2011 ມີ 2.884,57 ເຮັກຕາ, ປີ 2012 ມີ 3.387,94 ເຮັກຕາ, ປີ 2013 ມີ 3.858,85 ເຮັກຕາ, ປີ 2014 ມີ 3.192 ເຮັກ­ຕາ, ປີ 2015 ມີ 2.443,50 ເຮັກ­ຕາ.ມີ ເນື້ອ­ທີ່ຖາງໄຮ່ແບບເລື່ອນ­ລອຍ ປີ 2010 ມີ 370,73 ເຮັກ­ຕາ, 2011 ມີ 85,64 ເຮັກ­ຕາ, ປີ 2012 ມີ 266,27 ເຮັກ­ຕາ, ປີ 2013-2015 ມີ 592,9 ເຮັກ­ຕາ.

ເຖິງຢ່າງ­ໃດກໍຕາມໃນ­ຕໍ່­ໜ້າທາງພັກ-ລັດກໍຄືອຳ­ນາດການປົກ­ຄອງແຂວງບໍລິຄຳໄຊຕະ­ຫຼອດຮອດພະ­ແນກ­ການທີ່ກ່ຽວ­ຂ້ອງຂັ້ນຕ່າງຍັງຈະໄດ້ສືບ­ຕໍ່ ແລະ ສະ­ກັດກັ້ນຕາມມາດຕະ­ການວາງໄວ້ເພື່ອເຮັດໃຫ້ການ­ຈັດ­ຕັ້ງປະ­ຕິ­ບັດໃນວຽກງານດັ່ງ­ກ່າວໃຫ້ໄດ້ຮັບປະສິດ­ທິຜົນສູງ ແລະ ສອດ­ຄ່ອງກັບວິ­ໄສທັດແຕ່ນີ້ຫາປີ 2030 ວ່າ: ສ້າງແຂວງບໍລິຄຳໄຊ ເປັນປະ­ຕູເສດຖະກິດ-ແຫຼ່ງພະ­ລັງ­ງານບໍ­ລິ­ການທາງຜ່ານ ແລະຄຸ້ມຄອງສີ່ງແວດລ້ອມແບບຍືນຍົງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...