spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 4)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 4)

Published on

ອ່ານຕໍ່ຈາກສະບັບກ່ອນ

ພໍແຕ່ຕຸ່ນເປີດປື້ມອອກເທົ່ານັ້ນ ເຫັນມີຄະແນນ 8 ຢູ່ໃນປື້ມລາວຕົກໃຈ ຈົນອຸທານ ແລະ ເວົ້າອອກໄປວ່າ: ເຮີ້ຍ! ເປັນໄປໄດ້ແນວໃດ ເຮົາຄືບໍ່ໄດ້ແກ່ຈັກຂໍ້ ແລ້ວຄຳຕອບພວກນີ້ມາໄດ້ແນວໃດ? ຕຸ່ນໄດ້ກວດກາເບິ່ງປື້ມຈັບພິກໄປພິກມາ ເປີດເບິ່ງເທື່ອລະໜ້າ ລາວກໍ່ຮູ້ເລີຍວ່າມັນບໍ່ແມ່ນປື້ມຂອງລາວແນ່ນອນ ເພາະຕຸ່ນບໍ່ເຄີຍຈົດບົດຮຽນບໍ່ຄົບຖ້ວນ ແລະ ລະອຽດປານນີ້ ຕຸ່ນຄິດຮອດໂຕ້ເປັນຄົນທຳອີດເລີຍ ຕໍ່ມາແມ່ນທ້າວ ປຸ ເພາະສອງຄົນນີ້ເປັນຄົນເອົາປື້ມໄປໃຫ້ອາຈານ ຕຸ່ນໄດ້ໄປຂໍເບິ່ງປື່ມນຳໂຕ້ ທຳອິດໂຕ້ກໍ່ບໍ່ກ້າເອົາໃຫ້ ເພາະຢ້ານຕຸ່ນຮ້າຍ ແຕ່ກໍ່ຈຳເປັນຕ້ອງໄດ້ເອົາໃຫ້ເບິ່ງ ຕຸ່ນໄດ້ຈັບປື້ມຈາກມືໂຕ້ມາເປີດ ແລ້ວມັນກໍ່ແມ່ນແທ້ ລາວເຮັດໜ້າເຊີໄພ ຕົກໃຈ ເຮັດຕາໃຫຍ່ແນມເບິ່ງໂຕ້ ລາວໄດ້ຈັບມືໂຕ້ຍ່າງອອກໄປນອກຫ້ອງຍ່າງໄປຈຸດທີ່ປອດຄົນ ຕຸ່ນໄດ້ຖາມໂຕ້ດ້ວຍນ້ຳສຽງບໍ່ພໍໃຈວ່າ:

ຕຸ່ນ: ນີ້ແມ່ນຫຍັງໂຕ້! ເພິ່ນເຮັດແບບນີ້ເຮັດຫຍັງ! ເພື່ອຫຍັງ

ໂຕ້: ເຂົາເຮັດເອງ! ເຂົາຢາກຊ່ວຍເພິ່ນ! ເຂົາຢາກໃຫ້ເພິ່ນໄດ້ຄະແນນ

ຕຸ່ນຖອນຫາຍໃຈ: ເຮີ້ຍ! ໂຕ້ ເຂົາຮູ້ວ່າເພິ່ນຫວັງດີ ແຕ່…ເທື່ອໜ້າເພິ່ນບໍ່ຕ້ອງເຮັດແບບນີ້ອີກ ເພິ່ນບໍ່ຕ້ອງເສຍສະຫຼະເພື່ອເຂົາຫຼາຍປານນີ້ ເພີ່ນບໍ່ເສຍດາຍຫວະຄະແນນທີ່ເສຍສະຫຼະໃຫ້ເຂົານິ

ໂຕ້ຈ້ອງເບິ່ງໜ້າຕຸ່ນແລ້ວຕອບດ້ວຍສຽງຈິງຈັງວ່າ: ບໍ່! ຫຼາຍກວ່ານີ້ເຂົາກໍ່ໃຫ້ໄດ້ ເພາະ…..ເພິ່ນເປັນໝູ່ເຂົາ

ຕຸ່ນທີ່ກຳລັງໃຈຮ້າຍເມື່ອໄດ້ຍິນໂຕ້ເວົ້າແບບນີ້ ລາວຮູ້ສຶກເຢັນລົງທັນທີລາວຖອນຫາຍໃຈໃຫຍ່ບາດໜຶ່ງແລ້ວເວົ້າດ້ວຍນ້ຳສຽງອ່ອນໆ ພ້ອມຍິ້ມໃຫ້ໂຕ້: ຂອບໃຈເດີ້! ແຕ່ເທື່ອໜ້າບໍ່ໃຫ້ມີແບບນີ້ອີກແລ້ວເດີ້ ແລ້ວທັງສອງກໍ່ຍ່າງເຂົ້າໄປໃນຫ້ອງຮຽນ

ທຸກໆຕອນບ່າຍວັນພະຫັດຈະຮຽນປະມານ 1 ຊົ່ວໂມງ ຫຼັງຈາກເລີກຫຼິ້ນແລ້ວຊົ່ວໂມງທີ່ເຫຼືອຈະເປັນຊົ່ວໂມງອອກແຮງງານປະຈຳອາທິດ ນັກຮຽນທຸກຄົນໃນໂຮງຮຽນຫຼັງຈາກອອກແຮງງານ ບາງກຸ່ມກໍ່ໄດ້ນັ່ງກິນອາຫານຢູ່ໃນຮ້ານ, ບາງກຸ່ມກໍ່ພາກັນນັ່ງຫຼີ້ນສົນທະນາກັນຕາມແຈນັ້ນແຈນີ້ໃນບໍລິເວນໂຮງຮຽນ ບາງກຸ່ມກໍ່ພາກັນຫຼິ້ນກີລາ ມີກຸ່ມຕີບານ, ເຕະບານ, ຫຼິ້ນບານບ້ວງ, ບາງກຸ່ມກໍ່ແກ້ບົດຮຽນ, ຄູ່ຮັກບາງຄູ່ກໍ່ນັ່ງລົມກັນສະວີດຫວານ, ບາງຄົນກໍ່ໄລ່ຢອກກັນ ເຊິ່ງຫຼາຍຄົນກໍ່ຫຼາຍແນວເຮັດແຕກຕ່າງກັນໄປ, ກໍ່ຄືກັນກັບຕຸ່ນແລະໂຕ້ ທີ່ວັນນີ້ທັງສອງໄດ້ເອົາຕັ່ງນັ່ງຢູ່ໃນຫ້ອງເປັນຕັ່ງຍາວ ອອກມານັ່ງໃກ້ຫຼັກເສົາທຸງຊາດຂອງໂຮງຮຽນ ເພື່ອເບິ່ງເຂົາເຕະບານລະຫວ່າງນັກເຕະຫ້ອງ 6/1 ກັບ 6/3 ໃນຂະນະທີ່ພວກເຂົາໄດ້ນັ່ງເບິ່ງເຕະບານ ດ້ວຍຄວາມສຸກຢູ່ນັ້ນ ຕຸ່ນກໍ່ໄດ້ຍິນສຽງດີດກີ່ຕ້າ ສຽງດັງມາຈາກຈຸດທີ່ບໍ່ໃກຈາກຈຸດທີ່ພວກເຂົານັ່ງປານໃດ ຕຸ່ນໄດ້ຫັນໄປເບິ່ງເຫັນເປົາກຳລັງນັ່ງດີດກີ່ຕ້າຮ້ອງເພງໃຫ້ດ້າ ແລະ ໝູ່ຂອງນາງຟັງດ້ວຍສີໜ້າຍິ້ມແຍ້ມ ຕຸ່ນຄິດໃນໃຈດ້ວຍຄວາມອິດສາເລັກໜ້ອຍ “ຮຶ! ຄືສິມີຄວາມສຸກຫຼາຍເນາະ ບາດຕອນຄົບກັນເຮົາ ມັນຄືບໍ່ເຮັດແບບນີ້ແນ່” ໂຕ້ກໍ່ໄດ້ຫຼຽວໜ້າໄປເບິ່ງຕຸ່ນ ແລະ ຖາມຕຸ່ນວ່າ: ເພິ່ນມັກຜູ້ຊາຍຫຼິ້ນກີຕ້າຫວາ?, ຕຸ່ນກໍ່ຫັນໜ້າມາຫາໂຕ້ແລ້ວຕອບແບບສັ້ນໆພ້ອມງຶກຫົວບາດໜຶ່ງ: ອຶ່ ແລ້ວໂຕ້ກໍ່ເລີຍເວົ້າຕໍ່ໄປວ່າ: ມື້ໜ້າເຂົາຫຼິ້ນໃຫ້ຟັງ ເອົາບໍ່? ຕຸ່ນກໍ່ຍິ້ມໃສ່ໂຕ້ແລ້ວເວົ້າວ່າ: ເພິ່ນຫຼິ້ນເປັນສະເບາະ! ເຂົາບໍ່ເຄີຍເຫັນເພິ່ນຫຼິ້ນຈັກເທື່ອ! ໂຕ້ຍິ້ມແບບແຫ້ງໆ ແລ້ວຕອບໄປວ່າ: ຕອນນີ້ຍັງບໍ່ເປັນແຕ່ອີກບໍ່ດົນກໍ່ເປັນ ເມື່ອໂຕ້ເວົ້າສຸດຕຸ່ນກໍ່ຫົວຂຶ້ນແລ້ວບອກວ່າ: 555! ແລ້ວເຂົາຈະລໍຖ້າຟັງເດີ້ ແລະ ຕຸ່ນໄດ້ຊວນໂຕ້ໄປແກ້ວຽກບ້ານວິຊາເຄມີຢູ່ເຮືອນຕົວເອງໃນວັນເສົານີ້ ເຊິ່ງໂຕ້ກໍ່ຮັບປາກວ່າຈະໄປ

ເມື່ອໂຕ້ເມືອຮອດເຮືອນ ລາວເຫັນອ້າຍຂອງລາວກຳລັງນັ່ງດີດກີຕ້າຢູ່ໂຕະຫີນກ້ອງກົກໝາກມ່ວງ ລາວກໍ່ຟ້າວເອົາຖົງໄປໄວ້ໃນຫ້ອງນອນ ແລະ ແລ່ນມານັ່ງຂ້າງໆອ້າຍລາວເພື່ອຂໍໃຫ້ອ້າຍລາວຊ່ວຍສອນ

ໂຕ້: ອ້າຍຕ້ອມ! ຊ່ວຍສອນກີຕ້າໃຫ້ເຮົາແນ່ດຸ ເຮົາຢາກດີດເປັນ

ຕ້ອມອ້າຍຂອງໂຕ້ແນມເບິ່ງໜ້າດ້ວຍຄວາມງົງ ເພາະປົກກະຕິໂຕ້ບໍ່ເຄີຍມີທ່າທີສົນໃຈໃນການຫຼິ້ນກີຕ້າເລີຍ:

ຕ້ອມ: ມື້ນີ້ນ້ອງເຮົາມາແປກເວິ້ຍ! ຄິດຈັ່ງໃດຢາກຫຼິ້ນກີຕ້າ! ສິໄປໂຊສາວຫວະ

ໂຕ້ຍິ້ມແບບອາຍໆແລ້ວຕອບໄປວ່າ: ເຮີເຮີເຮີ! ກະປະມານນັ້ນແຫລະ ແລະວັນນີ້ກໍ່ເປັນວັນທຳອິດທີ່ລາວໄດ້ເລີ່ມຮຽນດີດກີຕ້າເປັນຈິງເປັນຈັງ ເພງທີ່ລາວເລືອກຮຽນດີດເພງທຳອິດແມ່ນ ເພງ ໜ້າຮັກ ຂອງຢູນິຄັອນ

ຮອດວັນເສົາຕອນເຊົ້າເວລາປະມານ 10:00ໂມງເຊົ້າ ຕຸ່ນກຳລັງນັ່ງເບິ່ງ ຊີຣີເກົາຫຼີ Full House ສະດຸດຮັກທີ່ພັກໃຈ ສາກທຳອິດ ພໍດີໂຄສະນາ ໂຕ້ກໍ່ມາຮອດເຮືອນ ທີ່ຮົ້ວໜ້າບ້ານສຽງໝາໄດ້ເຫົ່າຂຶ້ນ ຕຸ່ນໄດ້ແນມເບິ່ງທາງປ່ອງຢ້ຽມເຫັນເປັນໂຕ້ມາລາວຟ້າວແລ່ນອອກໄປໄຂປະຕູຮົ້ວແລ້ວຟ້າວໃຫ້ໂຕ້ເຂົ້າມາໃນເຮືອນ ຕຸ່ນໃຫ້ໂຕ້ນັ່ງທີ່ໂຊຟາໜ້າໂທລະທັດ ແລ້ວຕຸ່ນກໍ່ຟ້າວໄປເອົານ້ຳ ແລະ ຖາດໝາກໄມ້ອອກມາຈາກຕູ້ເຢັນມາສູ່ໂຕ້ກິນ ຕຸ່ນເຮັດແບບກະຟຸບກະຟັບເພາະຢ້ານບໍ່ທັນເບິ່ງໜັງ ແລ້ວໜັງກໍ່ຫຼິ້ນ ພວກເຂົາໄດ້ນັ່ງເບິ່ງນຳກັນ ໂຕ້ໄດ້ຖາມຫາພໍ່, ແມ່ ແລະ ນ້ອງຂອງຕຸ່ນວ່າພວກເພິ່ນໄປໃສໝົດ ຕຸ່ນກໍ່ຕອບໂດຍບໍ່ແນມເບິ່ງໜ້າໂຕ້ວ່າ: ກະເຈົ້າໄປຂຶ້ນເຮືອນໃໝ່ພີ່ນ້ອງໝົດ ນັ່ງໄປຈັກບຶດໜຶ່ງຮອດສາກທີ່ “ແຟນເກົ່າພະເອກໂທມາຫາພະເອກ ແລະ ນາງເອກຂໍບໍ່ໃຫ້ພະເອກໄປພົບສາວນັ້ນແຕ່ພະເອກກໍ່ຍັງໄປ” ສາກນີ້ເຮັດໃຫ້ ຕຸ່ນນ້ຳຕາໄຫລອອກມາແບບຫງຽບໆ ລາວໄດ້້ອົາມືຂຶ້ນເຊັດນ້ຳຕາ ທັງສອງເບື້ອງ ເຊິ່ງໂຕ້ກໍ່ສັງເກດເຫັນວ່າຕຸ່ນກຳລັງເຊັດນ້ຳຕາ ລາວພະຍາຍາມແນມເບິ່ງໜ້າຕຸ່ນແຕ່ຕຸ່ນກໍ່ຫຼົບໜ້າເພາະອາຍຢ້ານໂຕ້ຮູ້ວ່າໂຕໄຫ້ ຈັ່ງໃດຕຸ່ນກໍ່ບໍ່ໃຫ້ເບິ່ງໜ້າແຕ່ໂຕ້ຢາກເຫັນລາວເລີຍໃຊ້ມືທັງສອງເບື້ອງຈັບບ່າທັງສອງຂອງຕຸ່ນແລ້ວຫັນໂຕຕຸ່ນມາຫາຕົນ ໂຕເຫັນຕຸ່ນຕາແດງ ລາວເລີຍຫົວຂຶ້ນ ອຶກ ອຶກ ອຶກ ເລັກໜ້ອຍ ຕຸ່ນນູ້ສຶກອາຍເລັກໜ້ອຍລາວໄດ້ໃຊ້ມືປັດມືໂຕ້ອອກຈາກບ່າແລ້ວເວົ້າວ່າ ກະຢ່າທະແມະ ແນວເຂົາອີ່ຕົນນາງເອກນະ ເມື່ອຊີຣີເກົາຫຼີຈົບ ຕຸ່ນໄດ້ຊວນໂຕ້ກິນເຂົ້າກ່ອນ ທີ່ຈະເລີ່ມແກ້ວຽກບ້ານ ວັນນີ້ຕຸ່ນໄດ້ໂຊສີມືການເຮັດເຂົ້າພັດອາເມລິກັນໃຫ້ໂຕ້ກິນ ພວກເຂົາໄດ້ໄປເຮັດກິນຊ່ວຍກັນທີ່ເຮືອນຄົວ ຫຼັງຈາກເຮັດກິນແລ້ວກໍ່ພາກັນມານັ່ງກິນທີ່ໂຕະໜ້າໂທລະທັດ ໃນເວລາກິນ ຕຸ່ນໄດ້ເງິຍເບິ່ງໜ້າໂຕ້ແລ້ວຖາມວ່າ: ແຊ໋ບບໍ່ສີມືເຂົາ ໂຕ້ກໍ່ຍິ້ມແລ້ວຕະໄປວ່າ: ກະໄຄກວ່າໄມ້ດີດປາກຢູ່ ຕຸ່ນເຮັດໜ້າຫຍຸ້ງແລະຕອບໄປສັ້ນໆວ່າ: ເຊິ! 

ຫຼັງຈາກກິນເຂົ້າແລ້ວພວກເຂົາກໍ່ພາກັນອອກໄປນັ່ງແກ້ວຽກບ້ານທີ່ໂຕະຫີນໜ້າບ້ານກ້ອງກົກໝາກມີ້ ໂຕ້ໄດ້ອະທິບາຍສູດວິທີແກ້ເຄມີໄປແຕ່ລະຂໍ້ຢ່າງລະອຽດ ເຊິ່ງໃນເວລາທີ່ໂຕ້ອະທິບາຍ ຕຸ່ນກໍ່ນັ່ງຄ້ຳແກ້ມຟັງ ເຂົ້າຫູຊ້າຍອອກຫູຂວາ ເພາະກິນອື່ມແລ້ວໜັງຕາກໍ່ຍານບວກກັບເປັນຍາມບ່າຍລົມພັດມາເຢັນໆ ຫຼາຍຄັ້ງທີ່ຕຸ່ນເຜີລັບ ແລະ ໂຕ້ຕ້ອງໄດ້ປຸກເອົາທຸກຄັ້ງ

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)