Homeຂ່າວພາຍ​ໃນໄຟ​ໄໝ້​ຕະ­ຫຼາດ ​ດາວ­ເຮືອງ​ເສຍ​ຫາຍຫຼາຍ​ສົມ­ຄວນ

ໄຟ​ໄໝ້​ຕະ­ຫຼາດ ​ດາວ­ເຮືອງ​ເສຍ​ຫາຍຫຼາຍ​ສົມ­ຄວນ

Published on

ເປັນ​ເຫດ­ການ​ທີ່​ຮ້າຍ​ແຮງ​ພໍ​ສົມ­ຄວນ​ກັບ​ເຫດ­ການ​ໄຟ​ໄໝ້​ຕະ­ຫຼາດ​ດາວ­ເຮືອງທີ່​ເມືອງ​ປາກ​ເຊ​ນັບ​ແຕ່​ບໍ­ລິ­ເວນ​ຂາຍ​ເຝີ​ເຂົ້າ­ປຽກ​ໝາກ​ໄມ້​ຂາຍ​ຊີ້ນ​ປາເຄື່ອງ​ແຫ້ງ ແລະ​ຮ້ານ​ເສື້ອ​ຜ້າ​ດ້ານ​ທິດ­ເໜືອ​ຈຳ­ນວນ​ໜຶ່ງ​ເສຍ​ຫາຍ​ໝົດ ເພື່ອ​ແກ້ໄຂ​ບັນ­ຫາ​ຊົ່ວ­ຄາວ​ປະ­ຈຸ​ບັນ​ຕ້ອງ​ອາ­ໄສເດີ່ນ​ສະ­ໜາມ​ແດງ​ພັກ­ຜ່ອນ​ສິນ­ຄ້າ.

ເຫດ​ເກີດ​ຂຶ້ນ​ປະ­ມານ 1:00 ໂມງ ຂອງ​ວັນ​ທີ 17 ພຶດ­ສະ­ພາ 2016 ຜ່ານ​ມາ​ນີ້​ທີ່​ບໍ­ລິ­ສັດ​ບໍ­ລິ­ການ​ການ​ຄ້າ​ຈຳ­ກັດ  (ຕະ­ຫຼາດ​ດາວ­ເຮືອງ) ຕາມ​ຜູ້​ທີ່​ເຫັນ ເຫດ­ການ​ເລົ່າ​ວ່າ​ເຫດ​ເກີດໂດຍ​ໄຟ​ໄດ້​ລຸກ ລາມ​ຈາກ​ທິດ­ຕາ­ເວັນ­ອອກແລ້ວ​ຄ່ອຍລຸ­ກລາມ​ໄປ​ຫາ​ບໍ­ລິ­ເວນ​ຂາຍ­ເຄື່ອງ​ແຫ້ງທາງ​ທິດ­ເໜືອ ແລະ​ບໍ­ລິ­ເວນ​ຮ້ານ​ຂ້າຍເສື້ອ​ຜ້າ​ທາງ​ທິດ­ເໜືອ​ເຊັ່ນ​ດຽວ​ກັນ, ສືບ­ຕໍ່​ລຸ­ກລາມ​ໄປ​ໃສ່​ບໍ­ລິ­ເວນ​ຂາຍ​ປາ, ຂາຍ​ຊີ້ນ ແລະ​ບໍ­ລິ­ເວນ​ຮ້ານ​ເຝີ, ຂາຍ​ໝາກ​ໄມ້, ຖ້າມ­ກາງ​ຄວາມ​ຕົກ­ໃຈ ແລະ​ຄວາມ​ສົນລະ​ວົນ​ໃນ​ການ​ຂົນ​ເຄື່ອງ​ຂອງ​ອອກ​ໜີຈາກ​ຮ້ານ,ແຕ່​ຍັງ​ດີ​ທີ່​ທາງ​ເຈົ້າ​ໜ້າ­ທີ່​ລົດ​ມອດ​ໄຟ ເຂົ້າ​ມາ​ຊ່ວຍ​ສະ­ກັດ​ກັ້ນ ແລະ​ສາ­ມາດ​ຄວບ​ຄູມ​ກະ­ແສ​ໄຟ​ໄວ້​ໄດ້​ບໍ່​ໃຫ້​ລຸ­ກລາມ ໄໝ້​ຈົນ​ໝົດ​ຕະ­ຫຼາດ.

ສຳ­ລັບ​ສາ­ເຫດ​ໃນ​ການ​ເກີດ​ໄຟ​ໄໝ້​ໃນ​ເທື່ອ​ນີ້​ແມ່ນ​ຍັງ​ບໍ່​ທັນ​ສາ­ມາດ​ສະ­ຫຼຸບ​ຄວາມ​ເສຍ​ຫາຍ​ໄດ້​ຢ່າງ​ຊັດ​ເຈນ, ຊຶ່ງ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ຂອງ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ແຕ່​ກໍ​ເປັນ​ເຫດ­ການ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຕໍ່​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ ກໍ​ຄື​ຜູ້​ປະ­ກອບ​ການ, ແມ່​ຄ້າ​ຊາວ​ຂາຍ​ໜັກ​ພໍ​ສົມ­ຄວນ, ປະ­ຈຸ​ບັນ​ແມ່ນ​ໄດ້​ອາ­ໄສ​ເດີ່ນສະ­ໜາມ​ແດງ​ເພື່ອ​ເກັບ​ມ້ຽນ​ເຄື່ອງ​ທີ່ກອບ​ກູ້​ມາ​ໄດ້​ເປັນ​ເວ­ລາ​ຊົ່ວ­ຄາວ.

ໃນ 5 ເດືອນທ້າຍ​ປີ​ນີ້​ຕ້ອງ​ສູ້​ຊົນໃຫ້​ບັນ­ລຸ​ການ​ຈັດ​ເກັບ​ລາຍ​ຮັບ​ທີ່​ສະ­ພາອະ­ນຸ­ມັດ​ຈຳ­ນວນ 95,06 ຕື້​ກີບ​ໝົດ​ປີ ຈິ່ງ​ສາ­ມາດ​ບັນ­ລຸ​ໄດ້ 100% ຂອງ​ແຜນການ​ປີໃນ​ນີ້​ລາຍ​ຮັບ​ສ່ວຍ​ສາ​ອາ­ກອນ 86,97 ຕື້​ກີບ, ລາຍ​ຮັບ​ຊັບ​ສິນ 6,38 ຕື້​ກີບ, ລາຍ​ຮັບ​ພາ­ສີ​ພູດ​ທ້ອງ­ຖິ່ນ 1,65 ຕື້​ກີບ, ຄຸ້ມ​ຄອງ​ການ​ເງິນ​ລັດ​ວິ​ສາ​ຫະ​ກິດ 60 ລ້ານ​ກີບພ້ອມ​ນີ້​ຕ້ອງ​ຄຸ້ມ​ຄອງ​ກວດ­ກາ​ປະ­ຕິ­ບັດ​ລາຍ​ຈ່າຍ​ຈຳ­ນວນ 227,84 ຕື້​ກີບ .

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...