spot_img
Homeຂ່າວທ້ອງຖິ່ນຄອບຄົວຖືກຜົນກະທົບ ຈາກພາຍຸລະດູຮ້ອນຢູ່ເມືອງນອງ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ 50 ລ້ານກີບ

ຄອບຄົວຖືກຜົນກະທົບ ຈາກພາຍຸລະດູຮ້ອນຢູ່ເມືອງນອງ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ 50 ລ້ານກີບ

Published on

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງໆສະຫວັນນະເຂດ ພ້ອມການນຳຂອງເມືອງນອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ຜົນເສຍຫາຍທີ່ເກີດຈາກ ພາຍຸລະດູຮ້ອນ ທີ່ພັດເຂົ້າເມືອງນອງ ໃນຕົ້ນເດືອນພຶດສະພາ ອັນໄດ້ເຮັດໃຫ້ຫລາຍທ້ອງຖິ່ນພາຍໃນເມືອງນອງ ໄດ້ຮັບຜົນກະທົບ ເປັນວົງກວ້າງ ແລະ ມອບ​ເງິນ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ ຈຳນວນ 50 ລ້ານ​ກີບ ​ ເພື່ອຊ່ວຍເຫລືອບັນດາຄອບຄົວ ທີ່​ໄດ້​ຮັບ​ຜົນ​ກະທົບ.

ພາຍຸດັ່ງກ່າວ ໄດ້ພັດເຂົ້າເຂດຈຸດສຸມປະເລາະ-ອາສິງ ​ເຊິ່ງປະກອບ​ມີ ບ້ານແດນວິໄລ ແລະ ບ້ານປະລຽງ ອັນ​ໄດ້ເຮັດໃຫ້ເຮືອນພັກຂອງເຂດຈຸດສຸມ, ຕະຫລາດ ແລະ ເຮືອນຊານຂອງປະຊາຊົນ ຈຳນວນ 20 ຫລັງ​ ໄດ້​ຮັບ​ຄວາມເສຍຫາຍໜັກ ​ແລະ ຢູ່​ເຂດ​ຊວງ ປະກອບມີໂຮງຮຽນປະຖົມ 1 ຫລັງ, ຫໍພັກນັກຮຽນ 1 ຫລັງ ແລະ ເຮືອນປະຊາຊົນ ຈຳນວນ 3 ຫລັງ. ສ່ວນຢູ່ຈຸດສຸມຕັງອາໄລລະແບງ ກໍໄດ້ຮັບຜົນກະທົບເຊັ່ນກັນ ເປັນຕົ້ນແມ່ນສຳນັກງານ ຫ້ອງການກຸ່ມ ປກສ ຈຸດສຸມ, ຫໍພັກນັກຮຽນ ຕົ້ນ ແລະ ເຮືອນປະຊາຊົນ ຈຳນວນ 26 ຫລັງ ປະເມີນມູນຄ່າເສຍຫາຍ ເບື້ອງຕົ້ນປະມານ 200 ລ້ານກວ່າກີບ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...