spot_img
Homeຂ່າວຕ່າງປະເທດນໍ້າຖ້ວມກະທັນຫັນໃນອິນໂດເນເຊຍ ຍອດຜູ້ເສຍຊີວິດເພີ່ມຂຶ້ນ

ນໍ້າຖ້ວມກະທັນຫັນໃນອິນໂດເນເຊຍ ຍອດຜູ້ເສຍຊີວິດເພີ່ມຂຶ້ນ

Published on

ເຈົ້າໜ້າທີ່ລະດັບສູງຂອງສຳນັກງານໄພພິບັດອິນໂດເນເຊຍລາຍງານວ່າ ພົບສົບຜູ້ເສຍຊີວິດແລ້ວ 14 ສົບ ແລະ ອີກ 7 ຄົນຍັງຄົງສູນຫາຍ ຫຼັງຈາກເກີດນໍ້າຖ້ວມກະທັນຫັນບໍລິເວນໃນເມືອງເດລີເຊີດັງ ຣີສອດທ່ອງທ່ຽວໃນແຂວງສຸມາຕຣາເໜືອ.

ນອກຈາກນີ້ ຍັງພົບຜູ້ບາດເຈັບ 6 ຄົນ ລາຍງານລະບຸວ່າ ການຄົ້ນຫາຜູ້ສູນຫາຍຈະເລີ່ມຂຶ້ນອີກໃນວັນອັງຄານນີ້ ເຈົ້າໜ້າທີ່ກ່າວວ່າ ມີຜູ້ໄດ້ຮັບຜົນກະທົບຈາກເຫດນໍ້າຖ້ວມກະທັນຫັນຄັ້ງນີ້ 78 ຄົນ ແຕ່ລອດຊີວິດມາໄດ້ 56 ຜູ້ເສຍຊີວິດ, ຜູ້ບາດເຈັບ ແລະ ຜູ້ສູນຫາຍເປັນນັກສຶກສາ ນອກຈາກນີ້ ຍັງມີຜູ້ນຳທ່ຽວລວມຢູ່ນຳ 2 ຄົນ ເຫດນໍ້າຖ້ວນກະທັນຫັນເກີດຂຶ້ນເມື່ອບ່າຍວັນອາທິດທີ່ຜ່ານມາ ຕາມເວລາທ້ອງຖິ່ນ ບໍລິເວນຈຸດທີ່ເປັນນໍ້າຕົກໃນໝູ່ບ້ານແຫ່ງໜຶ່ງ ແລະ ມີຝົນຕົກໜັກໃນພື້ນທີ່ແຖວພູເຂົາໃຫ້ຄຽງ ຈິ່ງເຮັດໃຫ້ເກີດນໍ້າໄຫຼລົ້ນຖ້ວມສະຖານທີ່ທ່ອງທ່ຽວດັ່ງກ່າວ, ຢ່າງໃດກໍຕາມ ບໍ່ມີລາຍງານຄວາມເສຍຫາຍຕໍ່ຊັບສິນ ດ້ານທະຫານ ຕຳຫຼວດ ແລະ ໜ່ວຍກູ້ໄພເລັ່ງເຂົ້າຊ່ວຍເຫຼືອຜູ້ປະສົບໄພ ແລະ ຄົ້ນຫາຜູ້ສູນຫາຍ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...