spot_img
Homeຂ່າວການພັດທະນາພາກລັດຕັ້ງເປົ້າ ປີນີ້ຈະປູກໄມ້ໃຫ້ເປັນປ່າ ບັນລຸ 7 ພັນ​​ເຮັກຕາ ໃນຂອບເຂດທົ່ວປະເທດ!

ພາກລັດຕັ້ງເປົ້າ ປີນີ້ຈະປູກໄມ້ໃຫ້ເປັນປ່າ ບັນລຸ 7 ພັນ​​ເຮັກຕາ ໃນຂອບເຂດທົ່ວປະເທດ!

Published on

ຕາມ​ການ​ລາຍ​ງານ​ຂອງ​ກອງ​ພື້ນ​ຟູ​ປ່າ​ໄມ້, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ​ເພື່ອຜັນ​ຂະຫຍາຍ​ຍຸດ​ທະ​ສາດວຽກງານ​ປ່າ​ໄມ້ ​ຮອດປີ 2020 ​​ແລະ ​ແຜນ 5 ປີ​ຂອງ​ ຂະ​ແໜງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດລ້ອມ ກ່ຽວ​ກັບ​ການ​ພື້ນ​ຟູປ່​າ​ໄມ້​ ໃຫ້​ໄດ້ 1,5 ລ້ານເຮັກຕາ ​ແລະ ປູກ​ເສີມ​ກ້ອງ​ປ່າ ​ໃຫ້​ໄດ້ 35 ພັນ​ເຮັກ​ຕາ​ໃຫ້​ສຳ​ເລັດ ​ແລ​ະ ປະກົດ​ຜົນ​ເປັນ​ຈິງ,​ ໂດຍ​ສະ​ເພາະ​ແມ່ນ​ຄາດໝາຍ​ສູ້​ຊົນ ​ຂອງ​ວຽກ​ງານ​ຟື້ນ​ຟູ​ປ່າ​​ໄມ້​ ໃຫ້​ມີ​ເນື່ອທີ່​ປົກ​ຫຸ້ມ 70% ​ໃນ​ປີ 2020 ​ໃນ​ຂອບ​ເຂດ​ທ່ົວ​ປະ​ເທດ, ຊຶ່ງ​ຕະຫຼອດ​ໄລຍະ​ຜ່ານ​ມາ​ພັກ ​ແລະ ລັດຖະບານ​ຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ​,ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້ ​ເປັນ​ວຽກ​ຍຸດ​ທະ​ສາດ​ສຳຄັນ, ​ໂດຍ​ສະ​ເພາະ​ແມ່ນ​ເລັ່ງ​ໃສ່​ວຽກ​ງານ​ການ​ຟື້ນ​ຟູ​ປ່າ​ໄມ້​ທຳ​ມະ​ຊາດ ​ແລະ ປູກ​ເສີມ​ກ້ອງ​ປ່າ​ໃນ​ແຕ່ລະ​ປີ ​ແລະ ສະ​​​ເພາະ​ວັນ​ປູກ​​ໄມ້​​ແຫ່ງ​ຊາດປີ​ນີ້ ​ໄດ້ວາງ​ຄາດໝາຍຈະ​ປູກ​​ໄມ້ ​​ໃນ​​ເຂດ​ປ່າ​ປ້ອງ​ກັນ ​ແລະ ປ່າ​ສະຫງວນ​ໃຫ້​ບັນລຸ 7 ພັນ​ເຮັກຕາ, ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ​ໃຫ້​ໄດ້ 3 ​ແສນ​ເຮັກຕາ, ​​ເກັບແກ່ນ​​ໃຫ້​ໄດ້ 10 ​ໂຕນ, ​ກ້າ​ເບ້ຍ​ໄມ້​ໃຫ້​ໄດ້ 18 ລ້ານ​ເບ້​ຍ, ສຳລັບ​ການ​ປູກ​ ແມ່ນ​ຈະ​​ເລັ່ງ​ໃສ່​ປ່າ​ທຳ​ມະ​ຊາດ, ປ່າ​ປ້ອງ​ກັນ ​ແລະ ປ່າ​ສະຫງວນ ​​ແລະ ​ເພື່ອ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ ທາງ​ກະຊວງ​ໄດ້​ມອບ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ ນຳພາ​ຈັດ​ຕັ້ງ​ປະຕິບັດ​ໃນ​ເຂດ​ແຂວງ​ຂອງ​ຕົນ​ຄື: ​ແຂວງ​ຜົ້ງ​ສາລີ​ ຕ້ອງ​ປູກ​ໃຫ້​ໄດ້ 370 ​ເຮັກຕາ, ຫຼວງ​ນ້ຳ​ທາ 300 ​ເຮັກຕາ, ບໍ່​ແກ້ວ 300 ​ເຮັກຕາ, ອຸດົມ​​ໄຊ 350 ​ເຮັກຕາ, ຫົວພັນ 420 ​ເຮັກຕາ, ຫຼວງ​ພະ​ບາງ 450 ​ເຮັກຕາ, ​ໄຊ​ຍະ​ບູລີ 400 ​ເຮັກຕາ, ​ຊຽງ​​ຂວງ 450 ​ເຮັກຕາ, ​ໄຊ​ສົມບູນ 260 ​ເຮັກຕາ, ວຽງ​ຈັນ 450 ​ເຮັກຕາ, ນະຄອນຫຼວງ 150 ​ເຮັກຕາ, ບໍລິ​ຄຳ​ໄຊ 470 ​ເຮັກຕາ, ຄຳ​ມ່ວນ 460 ​ເຮັກຕາ, ສະຫວັນ​ນະ​ເຂດ 550 ​ເຮັກ​ຕາ, ສາລະ​ວັນ 370 ​ເຮັກຕາ, ຈຳປາ​ສັກ 480 ​ເຮັກຕາ, ​ເຊ​ກອງ 380 ​ເຮັກຕາ ​ແລະ ອັດ​ຕະປື 390 ​ເຮັກຕາ, ​ດັ່ງ​ນັ້ນ​ ຈຶ່ງ​ຮຽກ​ຮ້ອງໃຫ້​ທຸກ​ພາກສ່ວນ ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ຫົວໜ່ວຍ​ທຸລະ​ກິດ ​ຕະຫຼອດ​ຮອດ​ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ​ ຈົ່ງ​ພ້ອມ​ກັນປູກ​ໄມ້​ໃຫ້​ເປັນປ່າ, ​ເພື່ອ​ຍົກ​ສູງ​ເນື່ອທີ່​ປົກ​ຫຸ້ມປ່າ​ ໃຫ້​ບັນລຸ​ໄດ້​ຕາມ​ຄາດໝາຍ ​ຂອງ​ລັດຖະບານ​ວາງ​ອອກ ​ແລະ ​ເພື່ອ​ສົ່ງ​ແວດ​ລ້ອມ​ທີ່​ດີ, ​ເຮັ​ດອາກາດ​ສົດ​ຊື່ນ, ປົກ​ປັກ​ຮັກສາ​ແຫຼ່ງນ້ຳ ​ແລະ ຊ່ວຍ​ຫຼຸດຜ່ອນ​ພາວະ​ໂລກ​ຮ້ອນ​ ດັ່ງ​ທີ່​ເປັນ​ຢູ່​ໃນ​ປັດຈຸບັນ​.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...