spot_img
Homeຂ່າວການພັດທະນາການ​ກໍ່ສ້າງ​ເສັ້ນທາງ​ແຕ່​ໄຟ​ແດງ​ດົງ​ໂດກ​-ຕານ​ມີ​ໄຊ​ຄືບ​ໜ້າ​ຫລາຍ​ກວ່າ 70%

ການ​ກໍ່ສ້າງ​ເສັ້ນທາງ​ແຕ່​ໄຟ​ແດງ​ດົງ​ໂດກ​-ຕານ​ມີ​ໄຊ​ຄືບ​ໜ້າ​ຫລາຍ​ກວ່າ 70%

Published on

ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ແຕ່​ສີ່​ແຍ​ກ​ໄຟ​ແດງ​ດົງ​ໂດກ-​ໄຟ​ແດງ​ຕານ​ມີ​ໄຊ​,​ ເມືອງ​ໄຊ​ທານີ, ນະຄອນຫລວງ​ວຽງ​ຈັນ, ຊຶ່ງໄລຍະ​ທາງ​ຍາວ 2,5 ກິ​ໂລ​ແມັດມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 70% ​ແລະ ຈະ​ເປີດ​ໃຫ້​ລົດ​ແລ່ນ​ສັນຈອນສອງ​ຝາກ​ທາງ​ໃນ​ເດືອນ​ມິຖຸນາ​ນີ້.

ທ່ານ ຫຸມພັນ ພະ​ດວງ​ເດດ ຜູ້​ຮັບ​ພິຊອບ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ເສັ້ນ ທາງ​ດັ່ງກ່າວ​ມີ​ຄ​ວາ​ມຍາວ 2,5 ກິ​ໂລ​ແມັດ, ກວ້າງ 25 ​ແມັດ, ປູ​ເບ​ຕົງ​ໜາ 23 ຊັງ​ຕີ​ແມັດ, ມີ​ມູນ​ຄ່າກໍ່ສ້າງ​ຫລາຍ​ກວ່າ 10 ລ້ານ​ໂດ​ລາ​ສະຫະລັດ,​ ໂດຍ​ແມ່ນ​ບໍລິສັດ​ວິສະວະ​ກໍາ​ຢູນນານ​ເປັນ​ຜູ້ລົງທຶນ ​ແລະ ຮັບ​ເໝົາ​ກໍ່ສ້າງ, ຊຶ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແມ່ນ​ແຕ່​ຕົ້ນ​ປີ 2015 ​ແລະ ມາ​ຮອດ​ປັດຈຸ​ບັນ​​ເຫັນ​ວ່າມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 70% ​ໂດຍ​ສະ​

ເພາະ​ແມ່ນ​ການເລັ່ງປູ​ເບ​ຕົງ​ຝາກ​ເບື້ອງ​ບ້ານ​ຊ້າງ​ຄູ້​ໃຫ້​ສໍາ​ເລັດ​ພາຍ​ໃນ​ເດືອນ​ນີ້ ​ແລະ ຄາດ​ວ່າ​ຈະ​ສາມາດ​ເປີດ​​ໃຫ້​ລົດ​ສັນຈອນ​ໄປ​ມາ​ສອງ​ຝາກ​ທາງ​ໄດ້​ໃນ​ທ້າຍ ເດືອນມິຖຸນາ​ນີ້. ສ່ວນສັງຄົມ​ມີ​ຄວາມ​ສົນ​ໃຈ​ວ່າ​​ເສັ້ນທາງ​ດັ່ງກ່າວ​ມີ​ພາຫະນະ​ສັນຈອນ​ໄປມາ​ເປັນ​ຈໍານວນ​ຫລາຍເປັນ​ຫຍັງຈຶ່ງ​ເຮັດ​ຄູ​ກາງ​ທາງກວ້າງ​ແທ້? ທ່ານ​ຫົວໜ້າ​ຮັບ​ພິຊອບ​​ໂຄງການ​ຕອບ​ວ່າ: ການ​ເຮັດ​ຄູ​ກາງ​ທາງ​ໃຫຍ່​ກໍ​ເພື່ອ​ໃຫ້​ລົດ​ທີ່​ຈະ​ລ້ຽວກັບ​ໃນ​ຈຸດ​ລ້ຽວ​ມີ​ຄວາມສະດວກ​ປອດ​ໄພ​ດີ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...