spot_img
Homeຂ່າວຕ່າງປະເທດການປະມົງໄທສະເທືອນ! ແຮງງານຊາວມຽນມາ ລາອອກກັບປະເທດ 5 ໝື່ນຄົນ ຄາດອາດມີເພີ່ມອີກ!

ການປະມົງໄທສະເທືອນ! ແຮງງານຊາວມຽນມາ ລາອອກກັບປະເທດ 5 ໝື່ນຄົນ ຄາດອາດມີເພີ່ມອີກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພຶດສະພານີ້ວ່າ ແຮງງານຕ່າງດ້າວຊາວມຽນມາໃນໄທ ທີ່ອອກແຮງງານໃນຂະແໜງການປະມົງ ໄດ້ພາກັນລາອອກຈາກວຽກ ປະມານ 50,000 ຄົນ ເພື່ອເດີນທາງກັບຄືນປະເທດ ແລະ ຈະບໍ່ເດີນທາງກັບຄືນມາເຮັດວຽກຢູ່ໄທອີກ ຊຶ່ງຄາດວ່າຍັງຈະມີອີກຈຳນວນຫລາຍພັນຄົນ ລາອອກ ແລະ ເດີນທາງກັບປະເທດເຊັ່ນດຽວກັນ.

ທ່ານ ກຳຈອນ ມົງຄົນຕຣີລັກ ປະທານສະມາຄົມການປະມົງ ແຂວງສະໝຸດສາຄອນ ປະເທດໄທ ໄດ້ອອກມາລະບຸວ່າ ແຮງງານຊາວມຽນມາຈຳນວນຫລາຍ ໄດ້ເລີ່ມຢຸດເຮັດວຽກຈາກເຮືອປະມົງ ທີ່ຫລາຍລຳຕ້ອງຈອດຢູ່ແຄມຝັ່ງ ເນື່ອງຈາກບໍ່ມີໃບອະນຸຍາດປະກອບກິດຈະການ ຫລື ບໍ່ໄດ້ຕິດຕັ້ງອຸປະກອນຕິດຕາມເຮືອ ຊຶ່ງຜິດຕໍ່ກົດລະບຽບ ຂອງກົມປະມົງໄທ ຫລື ອາດຖືກກ່າວຫາຈາກ ສະຫະພາບເອີຣົບ ໃນການເຮັດທຸລະກິດປະມົງຜິດກົດໝາຍ.

ປະທານສະມາຄົມການປະມົງ ຍັງໄດ້ກ່າວຕື່ມອີກວ່າ ອຸດສາຫະກຳການປະມົງຂອງ ແຂວງສະໝຸດສາຄອນ ທັງໃນທະເລ ແລະ ເທິງບົກ ມີທ່າອ່ຽງໄດ້ຮັບຜົນກະທົບ ຈາກການຂາດແຄນແຮງງານຕ່າງດ້າວ ແລະ ຄາດວ່າຈະມີແຮງງານຊາວມຽນມາ ລາອອກຈາກວຽກ ທັງພາຍໃນແຂວງສະໝຸດສາຄອນ ແລະ ບ່ອນອື່ນໆໃນປະເທດໄທ ເພື່ອເດີນທາງກັບຄືນປະເທດອີກຈຳນວນຫລວງຫລາຍ.

ທັງນີ້ ແຂວງສະໝຸດສາຄອນ ຂອງໄທ ເປັນທີ່ຕັ້ງຂອງໂຮງງານອຸດສາຫະກຳການປະມົງ, ອາຫານທະເລແຊແຂັງ ແລະ ແປຮູບອາຫານ ທີ່ໃຫຍ່ທີ່ສຸດໃນປະເທດໄທ ຊຶ່ງແຮງງານຊາວມຽນມາສ່ວນໃຫຍ່ ມັກຈະຖືກຈ້າງງານ ໃຫ້ເຮັດວຽກໃນຂະແໜງອຸດສາຫະກຳການປະມົງ ແລະ ການແປຮູບອາຫານຢູ່ທີ່ນີ້.

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...