spot_img
HomeBaby-ແມ່ແລະເດັກເຄັດລັບການບັນເທົາອາການເຈັບຂອງລູກນ້ອຍຫຼັງສັກວັກຊີນ

ເຄັດລັບການບັນເທົາອາການເຈັບຂອງລູກນ້ອຍຫຼັງສັກວັກຊີນ

Published on

ເດັກນ້ອຍແຕ່ລະຄົນມີລະດັບຄວາມເຈັບປວດຈາກການສັກຢາວັກຊີນທີ່ແຕກຕ່າງກັນ ຢາບາງຊະນິດເຮັດໃຫ້ລູກນ້ອຍປວດບວມບໍລິເວນທີ່ສີດ ຢາບາງຊະນິດເຮັດໃຫ້ມີອາການໄຂ້, ຮາກ, ຊຶມ, ເດັກນ້ອຍຮ້ອງໄຫ້ງໍແງ ບໍ່ຢຸດ ເຊິ່ງນີ້ແມ່ນສິ່ງທີ່ພໍ່ແມ່ກຸ້ມໃຈທີ່ສຸດ ວັນນີ້ເຮົາເລີຍມີເຄັບລັບດີໆມານຳສະເໜີເພື່ອເປັນອີກທາງເລືອກໜຶ່ງໃຫ້ຜູ້ເປັນພໍ່ແມ່ໄດ້ໄປລອງເຮັດເບິ່ງ

ບັນເທົາອາການເຈັບຂອງລູກນ້ອຍຫຼັງສັກວັກຊີນ

1.ບີບນ້ຳໝາກຂີ້ຫູດລົງບ່ອນສັກຢາ ແລ້ວໃຊ້ນ້ຳອຸ່ນປະຄົບໄວ້ ຈະເຮັດໃຫ້ແຜທີ່ບວມຫຍຸບລົງໄດ້ ແລະ ຊ່ວຍບັນເທົາອາການປວດ

2.ທາຂີ້ເຜິ້ງຮອບໆບໍລິເວນສັກວັກຊີນ ຊ່ວຍຫລຸດອາການບວມ ແລະ ຄວນທາຢາຫຼັງການສັກວັກຊີນຕາມແພດສັ່ງ

3.ປະຄົບດ້ວຍຜ້າອຸ່ນໆ ແລະ ນວດເບົາໆໃນບໍລິເວນທີ່ສັກວັກຊີນ ຈະຊ່ວຍຫຼຸດຜ່ອນອາການບວມ ແລະ ອັກເສບໄດ້

4.ໃຊ້ເຈລຫລຸດໄຂ້ຕິດໄວ້ບ່ອນຮອຍສັກຢາ ຈະຊ່ວຍຫລຸດອາການບວມ ແລະ ອາການເຈັບລົງໄດ້

ສຳລັບ 4 ວິທີທີ່ນຳມາຝາກຂ້າງເທິງນີ້ ທ່ານສາມາດເລືອກເຮັດວິທີໃດໜຶ່ງກໍ່ໄດ້ເພື່ອບັນເທົາອາການເຈັບປວດຂອງລູກນ້ອຍຫຼັງຈາກການສັກວັກຊີນ

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...