Homeຂ່າວຕ່າງປະເທດທີມນົກກາງແກ ນັກກວດສະພາບອາກາດ ຢ່າງມືອາຊີບ

ທີມນົກກາງແກ ນັກກວດສະພາບອາກາດ ຢ່າງມືອາຊີບ

Published on

ການຕໍ່ສູ້ກັບສະພາວະໂລກຮ້ອນແລະສະພາວະມົນລະພິດເປັນພາລະກິດທີລັດຖະບານຫຼາຍໆປະເທດໃຫ້ຄວາມສຳຄັນ ແລະ

 Plume labs ຈາກເມືອງປາຣີໄດ້ສ້າງສັນນະວັດຕະກຳໃໝ່ ໃນການໃຊ້ນົກກາງແກມາເຮັດໜ້າທີ່ເປັນສະຖານີກວດສະພາວະໃນອາກາດ  ໂດຍໃສ່ກະເປົ໋າເປ້ໃຫ້ກັບ ທີມນົກກາງແກ ແລະ ໃນກະເປົ໋າມີເຊັນເຊີກວດຈັບສະພາບອາກາດຂະໜາດນ້ອຍ ແລະ ນໍ້າໜັກເບົາຕິດຕັ້ງຢູ່.

ປະຕິບັດການເທື່ອທໍາອິດຂອງທິມນົກກາງແກກວດສະພາບອາກາດເກີດຂຶ້ນໃນເມືອງລອນດອນ ມະຫານະຄອນ ຂອງປະເທດອັງກິດ ກັບໄລຍະເວລາການເຮັດວຽກ 3 ມື້ໃນເດືອນມີນາທີ່ຜ່ານມາ ຝູງນົກກາງແກຖືກສົ່ງ ອອກໄປ ເພື່ອກວດຈັບລະດັບສະພາວະທົ່ວບໍລິເວນເມືອງລອນດອນ ເຊັນເຊີໃນກະເປົ໋າເປ້ຂອງພວກມັນສາມາດ ກວດວັດລະດັບກ໊າດໄນໂຕຣເຈນໄດອັອກໄຊຣ ແລະ ໂອໂຊນ, ຖ້າຄົນລອນດອນຢາກຮູ້ວ່າ ສະພາບມົນລະພິດໃນບ່ອນທີ່ເຂົາຢູ່ນັ້ນຮຸນແຮງຫຼາຍໜ້ອຍສໍ່າໃດ ພຽງແຕ່ທະວິດຕຳແໜ່ງຂອງເຂົາໄປທີ່ @PigeonAir ແລະ ກໍ່ຈະໄດ້ຮັບການຕອບກັບທັນທີ.

ຫຼັງຈາກຈົບໂຄງການກັບນົກກາງແກ Plume Labs ກໍ່ໄດ້ວາງແຜນຂັ້ນຕໍ່ໄປໃນການປ່ຽນຈາກນົກກາງແກທີ່ຕິດເຊັນເຊີ ມາເປັນການຕິດເຊັນເຊີເຂົ້າກັບຄົນໃນເມືອງລອນດອນ ໂດຍການເປີດຮັບອາສາສະໜັກທີ່ເຕັມໃຈມາເຂົ້າຮ່ວມໃນໂຄງການນີ້

https://youtu.be/AioUbxrAyaA

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...