ລາວເຮັດແທ້ ຕັດສິນຈຳຄຸກພະນັກງານລັດ 10 ຄົນ ຖານສໍໂກງ

1658553_530354837087018_6397006730888489883_o

ເລີ່​ມມີ​ໃຫ້​ເຫັນ​ປະຈັກ​ຕາ​ສຳລັບການ​ລົງ​ ໂທດພະນັກງານ​ລັດ​ທີ່​ສໍ້ໂກງ ຊັບ​ສິນ​ສ່ວນ​ລວມ ຈາກທີ່​ຜ່ານ​ມາ​ບັນຫາ​ນີ້​ ກາຍ​ເປັນ​ຄຳ​ຖາມມາ​ໂດຍ​ຕະຫຼອດ ​ແລະ ບໍ່ທັນ​​ມີ​ການ​ເປີດ​ເຜີຍກ່ຽວ​ກັບ​ການລົງ​ໂທດ​ລວມທັງ​ຕົວ​ຕົນຂອງ​ຜູ້​ກະທຳ​ ຜິດໃຫ້​ສັງຄົມ​ໄດ້​ຮັບ​ຮູ້, ​ຢ່າງ​ໃດ​ກໍ​ດີ​ ຫຼ້າ​ສຸດ​ການ​ຕັດສິນ​ຈຳ​ຄຸກ​ພະນັກງານ​ລັດ 10 ຄົນທີ່​ແຂວງ​ຫົວພັນ​ໃນ​ຖານ​ສໍ້​ໂກງ​ຊັບ​ຂອງລັດ​ຈະ​ກາຍ​ເປັນຄະດີ​ແບບຢ່າງ​ໃນ​ ການ​ປາບ​ປາມ​ຂະ​ບວນການ​ສໍ້​ລາດ​ບັງ​ຫຼວງຂອງ​ລາວ​ລົງ​ເທື່ອ​ລະ​ກ້າວ.

   ໂດຍ​ຂ່າວ​ແຂ​ວງຫົວພັນ​ໄດ້​ໃຫ້​ຮູ້​ວ່າ: ​ໃນວັນ​ທີ 16 ພຶດສະພາ​ນີ້, ສານ​ປະຊາ ຊົນ​ຂັ້ນ​ຕົ້ນ​ແຂວງ​ຫົວພັນ​ໄດ້​ຕັດສິນຄະດີ​ ສໍ້ລາດ​ບັງຫຼວງ ຊັບ​ສິນ​ຂອງ​ລັດ​ທີ່ເກີດ​ ຂຶ້ນ​ໃນ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ ຢູ່​ພະ​ແນ​ກການ​ເງິນ​ແຂວງ, ການ​ເງິນ​ເມືອງ​ຊຳ​ເໜືອ, ສຶກສາ​ທິການ ​ແລະ ກີລາ​ ເມືອງ​ຊຳ​​ເໜືອ ​ແລະ ຫ້ອງການ​ການ​ເງິນ​ເມືອງ​ຫົວ​ເມືອງ ​ໂດຍ​ມີ​ຜູ້​ຕ້ອງ​ຫາ ຈຳນວນ 10 ຄົນ.

   ຜ່ານ​ການ​ກວດກາ​ສືບສວນ-​ສອບ​ສວນຂອງ​ເຈົ້າໜ້າທີ່​ສະ​ເພາະ​ກິດ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ​ ​ໄດ້ກວດ​ພົບ​ເຫັນ​ວ່າ​ຜູ້ກ່ຽວທັງ 10 ຄົນ​ ມີ​ຄວາມ​ຜິດ​ຖານ​ສໍ້​ໂກງຊັບ​ສິນ​ຂອງ​ລັດທີ່​ເປັນ​ການ​ສ້າງ​ຜົນ​ສະທ້ອນ​ ອັນບໍ່ດີ​ມາສູ່​ສັງຄົມ, ​ເຮັດ​ໃຫ້​ຊັບ​ສິນຂອງ​ລັດ​ຖືກ​ເສຍ​ຫາຍ​ຢ່າງຫຼວງຫຼາຍ, ​ເຮັດ​ໃຫ້​ພະນັກງານ​ໃນ​ຂົງ​ເຂດ​ການ​ສຶກສາ,​ ໄດ້​ຮັບ​ຜົນ​ກະທົບ​ຢ່າງຮ້າຍແຮງ​ ໂດຍເພາະຮ່ວງ​ເງິນ​ໂມງເກີນ, ​ເງິນ​ຄູອາສາ​ສະໝັກ, ບໍ່ຖືກ​ເບີກ​ຈ່າຍ​ໃຫ້ພະນັກງານ​ຄູ​ຕາມ​ຕົວ​ຈິງ, ບາງງວດ, ບາງ​ປີແມ່ນ​ບໍ່​ໄດ້​ເບີກ​ຈ່າຍ​ເລີຍ. ຮູບ​ແບບ​ການ​ກະທຳ​ໂດຍ​ແມ່ນ​ຕື່​ມຕົວ​ເລກ​ໃສ່​ໃນ​ແຜນ​ຂອງ​ຫ້ອງການ​ສຶກສາ​ ບັນດາ​ເມືອງ ຊຶ່ງການ​ກະທຳ​ຂອງ​ພວກ​ກ່ຽວຈິ່ງ​ເປັນ​ການ​ກະທຳ​ຜິດ​ທາງ​ອາຍາ​ໃນໝວດ​ທີ X ວ່າ​ດ້ວຍ​ອາ​ດຊະ​ຍາ​ກຳ​ພິ​ເສດ ​ຊຶ່ງ​ໄດ້​ກຳນົດ​ໄວ້​ໃນ​ມາດຕາ 174 ຂໍ້ 3, 4, 5 ​ແລະ ຂໍ້ 6 ຂອງ​ກົດໝາຍອາຍາ​ສະບັບ​ປັບປຸງ​ປີ 2005.

   ດັ່ງນັ້ນ​ ສານ​ອາຍາ​ຂັ້ນ​ຕົ້ນ​ແຂວງ​ຫົວພັນ​ຈິງ​​ໄດ້ລົງ​ໂທດ​ຕັດ​ອິດ​ສະຫຼະ​ພາບ ​ແລະ ປັບ​ໃໝ ພວກ​ກ່ຽວຄື: ນາງ ອາ​ລຸນ​ໄຊ ​ແກ້ວມະນີ, ອາຍຸ 31 ປີ ອະດີດ​ພະນັກງານ​ວິຊາ​ການ​ຫ້ອງການ​ການ​ເງິນ​ເມືອງ​ຊຳ​ເໜືອ, ຖືກ​ກັກ​ຕົວຄັ້ງ​ທີ1 ວັນ​ທີ 28 ສິງຫາ 2012 ຄັ້ງ​ທີ 2: ວັນ​ທີ 19 ພະຈິກ 2013 ລັກລອບສໍ້​ໂກງ​ເປັນ​ເງິນ 519.400.000 ກີບ, ຖືກຕັດ​ອິດ​ສະຫຼະ​ພາບ​ລົງ​ໂທດ​ຈຳ​ຄຸກ​ເປັນ​ເວລາ 10 ປີ 1 ​ເດືອນ ​ແລະ ປັບ​ໃໝ​ເປັນ 1% ​ຂອງ​ຈຳນວນ​ມູນ​ຄ່າ​ເງິນທີ່​ສໍ້​ໂກງ ​ເທົ່າ​ກັບ 5.194.000 ກີບ ຜູ້ກ່ຽວ​ໄດ້​ສົ່ງ​ຄືນ​ລັດ​ແລ້ວ 382 ລ້ານກີບ ​ແລະຍັງ 127.400.00 ກີບ, ທ້າວ ສົມ​ມິດ​ຕາ​ແກ້​ວປະ​ເສີດ, ອາຍຸ 32 ປີ ອະ​ດີດ​ພະນັກງານວິຊາ​ການ​ຫ້ອງການ​ງົບປະມານພະ​ແນ​ກການ​ເງິນ​ແຂວງ​ຫົວພັນ ຖືກ​ກັກ​ຕົວວັນ​ທີ 19 ພະຈິກ 2013 ​ເງິນ​ທີ່​ສໍ້​ໂກງມີ 446.050.000 ກີບ, ປັບ​ໃໝ 4.446.050 ກີບຈຳ​ຄຸກ​ 8 ປີ 3 ​ເດືອນ ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ສົ່ງຄືນ​ ແກ່ລັດໝົດ​ແລ້ວ;  ທ້າວ ທອນ​ສີ ບຸນ​ລື​ວີ, ອາຍຸ 54 ປີ, ອະດີດ​ພະນັກງານ​ຫົວໜ້າຫ້ອງ​ການງົບປະມານ​ການ​ເງິນພະ​ແນ​ກການ​ເງິນ​ແຂວງ​ ຫົວພັນ ຖືກ​ກັກ​ຕົວ​ວັນທີ 28 ສິງຫາ 2012 ​ໄດ້​ສໍ້​ໂກ້​ງ​ເງິນ 198.800.00 ກີບ​ປັບ​ໃໝ 1.198.800 ກີບ ຕັດສິນ​ຈຳ​ຄຸກ 6 ປີ 3 ​ເດືອນ ​ໄດ້ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ; ນາງ ວອນ​ໄຈ ​ເຮືອງພິດາ, ອາຍຸ 30 ປີ ອະດີດ​ພະນັກງານ​ວິຊາ​ການ​ຄອມ​ພິວ​ເຕີຫ້ອງງົບປະມານ ​ການ​ເງິ​ນ​ແຂວງ ກັກ​ຕົວ​ວັນ​ທີ19 ພະຈິກ 2013 ສໍ້​ໂກງ​ເງິນ​ລັດ 486.099.500 ກີບ, ປັບ​ໃໝ 4.860.995  ກີບ ຖືກ​ຕັດສິນ​ລົງ​ໂທດ ​8 ປີ 4 ​ເດືອນ ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ; ທ້າວ ຄອນ​ໄຈ ວິຫຼ້າຄຳ​ໄຊ, ອາຍຸ 49 ປີ ອະ​ດີດ​ພະນັກງານ​ຫົວໜ້າຫ້ອງການ​ສຶກສາ​ເມືອງ​ຊຳ​ເໜືອຖືກ​ກັກ​ຕົວ ວັນ​ທີ 10 ກັນຍາ 2012 ລັກລອບ​ສໍ້​ໂກ​ງ​ເງິນ 426.000.000 ກີບ, ປັບ​ໃໝ 4.260.000 ກີບ,  ຈຳ​ຄຸກ 8 ປີ 2 ​ເດືອນ ຈຳນວນ​ເງິນ​​ໄດ້​ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ, ທ້າວ ທອງພັນ ຄຳ​ມີ​ໄຊ, ອາຍຸ 44 ປີ ອະດີດ​ພະນັກງານ​ວິຊາ​ການໜ່ວຍງານ​ນອກ​ລະບົບ​ຫ້ອງການ​ສຶກສາ​ທິການ-ກີລາ​ເມືອງ​ ຊຳ​ເໜືອ ສໍ້​ໂກງ​ເງິນ 394 ລ້ານກວ່າກີບ, ປັບ​ໃໝ 3.948.920 ກີບ ຕັດສິນ​ຈຳ​ຄຸກ ​8 ​ປີ 1 ​ເດືອນ ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ສົ່ງ​ຄືນ​ແກ່​ລັດ ໝົດ​ແລ້ວ, ນາງ ວັນພອນ ທອງ​ທະວີ, ອາຍຸ 32 ປີ, ອະ​ດີດ​ພະນັກງານ​ວິຊາ​ການ​ການ​ເງິນ​ຫ້ອງການ​ສຶກສາ​ເມືອງ​ຊຳ​ເໜືອ ຖືກ​ກັກ​ຕົວ​ວັນ​ທີ 28 ສິງຫາ 2012 ສໍ້​ໂກງ​ເງິນ 270.892.000 ກີບ, ປັບ​ໃໝ 2.708.920 ກີບ ຕັດ​ອິດສະຫຼະ​ພາບ​ຈຳ​ຄຸກ 6 ປີ 4 ​ເດືອນ ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ສົ່ງ​ຄືນ​ແກ່​ລັດ ໝົດ​ແລ້ວ; ນາງ ​ໄຄ​ຄຳ ອູ່​ທອງຄຳ, ອາຍຸ 34 ປີ, ອະ​ດີດ​ພະນັກງານ​ການ​ເງິນ​ຫ້ອງການ​ສຶກສາ​ເມືອງ​ຊຳ​ເໜືອຖືກ​ກັກ​ຕົວ​ວັນ​ທີ 21 ພະຈິກ 2013 ​ໂກງ​ເງິນ 128.000.000 ກີບ, ປັບ​ໃໝ 1.280.000 ກີບ, ລົງ​ໂທດ  6 ປີ 2 ​ເດືອນເງິນ​ດັ່ງກ່າວ​ໄດ້​ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ, ທ້າວ ຄຳ​ຜາຍ ນັນທະ​ວົງ​ດວງ​ສີ, ອາຍຸ 47 ປີ, ອະ​ດີດ​ພະນັກງານ​ຫົວໜ້າຫ້ອງການ​ການ​ເງິນ​ເມືອງ​ຫົວ​ເມືອງ ຖືກ​ກັກ​ຕົວ​ວັນ​ທີ 19 ພະຈິກ 2013 ສໍ້​ໂກງ​ເງິນ 86.402.000 ກີບ, ປັບ​ໃໝ 864.020 ກີບ, ຈຳ​ຄຸກ 4 ປີ 1 ​ເດືອນ ຈຳນວນ​ເງິນ​ດັ່ງກ່າວ​ ໄດ້​ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ, ທ້າວ ອຸດອນ ຄຳ​ມີ​ໄຊ, ອາຍຸ 30 ປີ, ອະ​ດີດ​ພະນັກງານ​ຮອງ​ຫົວໜ້າຫ້ອງການ​ການ​ເງິນ​ເມືອງ​ຫົວ​ເມືອງ ຖື​ກກັກ​​ຕົວ​ເມື່ອ​ວັນ​ທີ 19 ພະຈິກ 2013, ສໍ້​ໂກງ​ເງິນ 101.158.000 ກີບ ປັບ​ໃໝ 1.011.580 ກີບ ຕັດສິນ​ລົງ​ໂທດ 6 ປີ 1 ​ເດືອນ ​ແລະ ຈຳນວນ​ເງິນ​ດັ່ງກ່າວຜູ້ກ່ຽວ​ໄດ້​ສົ່ງ​ຄືນ​ແກ່​ລັດໝົດ​ແລ້ວ.

   ພ້ອມ​ນີ້​ ຜູ້​ຕ້ອງ​ຫາ​ທັງ 10 ຄົນ ​ຕ້ອງ​ໄດ້​ຈ່າຍ​ຄ່າ​ທຳນຽມ​ໃຫ້​ສານ​ຜູ້​ລະ 2,9 ແສນກີບ ​ແລະ ພວກ​ກ່ຽວສາມາດ​ຄັດຄ້ານ ຫຼື ຮ້ອງ​ອຸທອນ​ໄດ້​ພາຍ​ໃນ​ກຳນົດ 20 ວັນ​ນັບ​ແຕ່​ມື້​ຕັດສິນ​ເປັນ​ຕົ້ນ​ໄປ.

ຂ່າວຈາກ: http://www.sedthakid.la/khao/18891.spc