spot_img
Homeຂ່າວເຫດການສະເຫລີມສະຫລອງ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ!

ສະເຫລີມສະຫລອງ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ!

Published on

ຂປລ. ວັນ​ທີ 12 ພຶດສະພາ 2016 ນີ້, ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບ ສະຖານ​ເອກ​ອັກຄະ​ລັດຖະ​ທູດ ສປ ຈີນ ປະຈຳ ສປປ ລາວ ​ໄດ້​ຈັດ​ງານ​ສະ​ເຫລີ​ມສະຫລອງ ​ວັນ​ສ້າງ​ຕັ້ງ​ສາຍພົວພັນການ​ທູດ ລາວ-ຈີນ ຄົບ ຮອບ 55 ປີ (25/4/1961-25/4/2016) ຢູ່ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ ​ນະຄອນຫລວງ​ວຽງ​ຈັນ, ທັງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ລາວ-ຈີນ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ກ່ວນ ຮົວ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ​ແຂກຖືກເຊີນ ​ເຂົ້າ​ຮ່ວມ.

​ໂອກາດ​ດັ່ງກ່າວ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ມີ​ຄຳ​ເຫັນ ​ໂດຍ​ມີ​ບາງ​ຕອນ​ໃຫ້​ຮູ້​ວ່າ: ລາວ​-ຈີນ ​ເປັນ​ປະ​ເທດ​ ບ້ານ​ໃກ້​ເຮືອນ​ຄຽງ​ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ ດ້ວຍ​ສາຍພູ ​ແລະ ​ແມ່​ນ້ຳ​ລຳ​ເຊ, ປະຊາຊົນ​ສອງ​ຊາດ ມີ​ສາຍ​ພົວພັນ ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ໄປມາຫາສູ່​ກັນ​ແຕ່​ບູຮານ​ນະ​ການ, ສອງ​ປະ​ເທດໄດ້​ເຊັນ​ສັນຍາ ​ສ້າງ​ຕັ້ງ​ສາຍ​ພົວພັນ ​ການ​ທູດ​ນຳ​ກັນ ​ໃນ​ວັນ​ທີ 25 ​ເມສາ 1961. ຕະຫລອດ​ໄລຍະ 55 ປີ ຜ່ານ​ມາ, ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ ລາວ​-ຈີນ ​ໄດ້​ຮັບ​ການ​ປັບປຸງ​ ​ແລະ ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ຈົນ​ຮອດ​ປັດຈຸບັນ. ​ໃນ​ປີ 2000 ສອງ​ປະ​ເທດ ​ໄດ້​ຕົກລົງ​ເຫັນ​ດີ ​ແລະ ອອກ​ຖະ​ແຫລ​ງການ​ຮ່ວມ ລາວ-ຈີນ ວ່າ​ດ້ວຍ​ການ​ພົວພັນ​ແບບ​ເພື່ອນ​ບ້ານ​ ທີ່​ເປັນ​ມິດ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ໝັ້ນຄົງ​ຍາວ​ນານ, ຮ່ວມ​ມື​ຮອບດ້ານ, ຮອດ​ປີ 2009 ​ໄດ້​ຕົກລົງ​ເປັນເອກະ​ພາບ​ກັນ ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ ​ເປັນ​ການ​ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາ​ດຮອບ​ດ້ານ ອັນ​ໄດ້​ກາຍ​ເປັນພື້ນຖານ​ອັນ​ໃໝ່ ທີ່​ໜັກ​ແໜ້ນ ​ໃນ​ການ​ຂະຫຍາຍ​ສາຍ​ພົວພັນ​ ຕາມ​ທິດ “4 ດີ” ຄື: ​ເປັນ​​ເພື່ອ​ນບ້ານ​ໃກ້​ຄຽງ​ທີ່​ດີ, ​ເປັນ​ເພື່ອ​ນມິດ​ທີ່​ດີ, ​ເປັນ​ສະຫາຍ​ທີ່​ດີ ​ແລະ ​ເປັນ​ຄູ່​ຮ່ວມມື​ທີ່​ດີ.

ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ກ່າວ​ຕື່ມ​ ວ່າ: ສປ ຈີນ ​ເປັນ​ປະ​ເທດຢູ່ອັນ​ດັບ 1 ​​ໃນການ​ລົງທຶນຂອງ​ຕ່າງປະ​ເທດ ຢູ່ ສປປ ລາວ, ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ຮອດ​ປີ 2014 ​ສາມາດ​ບັນລຸ​ເຖິງ 3,6 ຕື້​ໂດ​ລາ​ສະຫະລັດ, ປີ 2015 ມູນ​ຄ່າ​ການ​ລົງທຶນຂອງ​ວິ​ສາ​ຫະກິດ​ຈີນ ຢູ່ ລາວ ບັນລຸ 6 ຕື້​ກວ່າ​ໂດ​ລາ​ສະຫະລັດ ​ໃນ​ນັ້ນລວມມີ 760 ກວ່າ​ໂຄງການ. ມາ​ຮອດ​ປັດຈຸບັນ ​ໂຄງການ​ສຳຄັນຫລາຍ​ສິບ​ໂຄງການໄດ້​ເກີດ​ຂຶ້ນ​ ເປັນ​ຕົ້ຂົວ​ຂ້າມ​ນ້ຳຂອງ​ຢູ່​ຫ້ວຍ​ຊາຍ, ​ຂົວ​ຂ້າມ​ນ້ຳຂອງ​ຢູ່ເມືອງ​ປາກ​ແບ​ງ, ສະໜາມ​ບິນຫລວງ​ພະ​ບາງ, ສະໜາມກິລາ​ຫລັກ 16, ຫໍ​ປະຊຸມ​ແຫ່ງ​ຊາດ, ອາຄານ​ສູນ​ກາງ​ພັກ, ລະບົບ​ຊົນລະປະທານ, ​ເຂື່ອນ​ໄຟຟ້າ​ຫລາຍ​ເຂື່ອນ, ​ເສັ້ນທາງ​ຫລາຍ​ສາຍ ​ແລະ ອື່ນໆ. ​ໂຄງການ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ ທີ​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ປະຫວັດສາດ​ ແຫ່ງ​ການ​ພົວພັນ​ຮ່ວມ​ມື​ ລາວ-ຈີນ ​ແມ່ນ​ໂຄງການ​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ​ແລະ ​ໂຄງການ​ສ້າງ​ ດາວ​ທຽມ​ດວງ​ທຳ​ອິດ. ນອກ​ນັ​້ນ, ລັດຖະບານ​ຈີນ ຍັງ​ໄດ້​ຊ່ວຍ​ເຫລືອ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...