spot_img
Homeຂ່າວຕ່າງປະເທດສື່ຕາເວັນຕົກງົງ! ພົບນາຍພົນເກົາຫລີເໜືອ ທີ່ເຄີຍອອກຂ່າວຖືກປະຫານ ເຂົ້າຮ່ວມປະຊຸມໃຫຍ່ພັກ!

ສື່ຕາເວັນຕົກງົງ! ພົບນາຍພົນເກົາຫລີເໜືອ ທີ່ເຄີຍອອກຂ່າວຖືກປະຫານ ເຂົ້າຮ່ວມປະຊຸມໃຫຍ່ພັກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພຶດສະພາຜ່ານມານີ້ວ່າ ສື່ມວນຊົນຫລາຍສຳນັກ ຂອງບັນດາປະເທດຕາເວັນຕົກ ໄດ້ພາກັນຕົກສະເງີ້ ແລະ ມຶນງົງ ພາຍຫລັງທີ່ເຫັນນາຍພົນລະດັບສູງ ຂອງກອງທັບເກົາຫລີເໜືອ ປະກົດຕົວຢູ່ກອງປະຊຸມໃຫຍ່ພັກແຮງງານເກົາຫລີ ໂດຍທີ່ພວກຕົນເຄີຍປ່າວຂ່າວ ເມື່ອຫລາຍເດືອນຜ່ານມາວ່າ ໄດ້ຖືກສັ່ງປະຫານຊີວິດແລ້ວ.

ທ່ານ ພົນເອກ ຣີ ຢອງ ກິມ ນາຍທະຫານລະດັບສູງຂອງກອງທັບ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຫລື ເກົາຫລີເໜືອ ໄດ້ຖືກທາງການສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້ ອອກມາລະບຸເມື່ອເດືອນກຸມພາປີນີ້ວ່າ ໄດ້ຖືກທ່ານ ກິມ ຈອງ ອຶນ ຜູ້ນຳເກົາຫລີເໜືອ ສັ່ງປະຫານຊີວິດໄປແລ້ວ ດ້ວຍຂໍ້ຫາໃຊ້ອຳນາດບໍ່ຖືກຕ້ອງ ແລະ ສໍ້ລາດບັງຫລວງ ຈົນເຮັດໃຫ້ບັນດາສື່ມວນຊົນບັນດາປະເທດທຶນນິຍົມ ພາກັນນຳສະເໜີຂ່າວດັ່ງກ່າວ ໃນລັກສະນະໂຈມຕີ ແລະ ໃສ່ຮ້າຍປ້າຍສີຕໍ່ ທ່ານ ກິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເໜືອ ໃຊ້ອຳນາດຜະເດັດການລວມສູນຢ່າງໂຫດຫ້ຽມ.

ຫລ້າສຸດຢູ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງພັກແຮງງານເກົາຫລີ ທີ່ນະຄອນຫລວງປຽງຢາງ ສປປ ເກົາຫລີ ທີ່ອັດລົງໃນມື້ວັນຈັນທີ 9 ພຶດສະພາ 2016 ຜ່ານມານີ້ ໄດ້ປະກົດມີທ່ານ ພົນເອກ ຣີ ຢອງ ກຶມ ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ທັງຍັງໄດ້ຮັບການເລືອກຕັ້ງ ໃຫ້ເປັນກຳມະການສຳຮອງຂອງ ກຳມະການກົມການເມືອງສູນກາງ ພັກແຮງງານເກົາຫລີ ອີກດ້ວຍ ອັນເປັນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງ ຕໍ່ກັບສິ່ງທີ່ບັນດາສື່ຕາເວັນຕົກ ພາກັນປ່າວຂ່າວຢ່າງເອີກກະເຫລີກ ໃນໄລຍະຜ່ານມາ.

ດ້ານສຳນັກຂ່າວ CNN ຂອງສະຫະລັດອາເມຣິກາ ໄດ້ຕິດຕໍ່ຂໍສຳພາດກັບ ເຈົ້າໜ້າທີ່ລັດຖະບານເກົາຫລີໃຕ້ ຜູ້ຊຶ່ງເຄີຍອອກມາລະບຸ ກ່ຽວກັບການປະຫານຊີວິດຂອງ ພົນເອກ ຣີ ຢອງ ກຶມ ຈຶ່ງໄດ້ຂໍ້ສະຫລຸບວ່າ ພວກເຂົາໄດ້ຮັບຂໍ້ມູນທີ່ບໍ່ຖືກຕ້ອງ ໃນໄລຍະຜ່ານມາ ແລະ ຈາກການພົບເຫັນການເຜີຍແຜ່ພາບ ຂອງທາງການເກົາຫລີເໜືອ ໃນໄລຍະກອງປະຊຸມໃຫຍ່ພັກແຮງງານເກົາຫລີ ເຮັດໃຫ້ໄດ້ເຫັນສະຖານະການຫລ້າສຸດ ຂອງທ່ານ ພົນເອກ ຣີ ຢອງ ກຶມ ສາມາດເວົ້າໄດ້ວ່າ ທ່ານຍັງມີຊີວິດຢູ່ ແລະ ບໍ່ໄດ້ຖືກປະຫານຊີວິດແທ້ຈິງ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...