spot_img
Homeຂ່າວພາຍ​ໃນຈີນ​ຢືນ​ອັນ​ດັບ​ໜຶ່ງລົງ­ທຶນ​ຕ່າງ­ປະ­ເທດ​ ຢູ່​ລາວມີ 7 ຮ້ອຍ​ກວ່າ​ໂຄງ­ການ​ມູນ​ຄ່າ​ກວ່າ 50 ພັນ​ຕື້​ກີບ

ຈີນ​ຢືນ​ອັນ​ດັບ​ໜຶ່ງລົງ­ທຶນ​ຕ່າງ­ປະ­ເທດ​ ຢູ່​ລາວມີ 7 ຮ້ອຍ​ກວ່າ​ໂຄງ­ການ​ມູນ​ຄ່າ​ກວ່າ 50 ພັນ​ຕື້​ກີບ

Published on

ປະ­ຈຸ​ບັນ, ສປ ຈີນ ຍັງ​ຄົງ​ສືບ­ຕໍ່​ກາຍ­ເປັນ​ເຈົ້າ​ອັນ​ດັບ​ໜຶ່ງ​ຂອງ​ບັນ­ດາ​ປະ­ເທດ​ທີ່​ລົງ­ທຶນ​ຢູ່ ສປປ ລາວ, ໂດຍ​ມີ 760 ໂຄງ­ການດ້ວຍ​ມູນ​ຄ່າ 6,7 ຕື້​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 53,6 ພັນ​ຕື້​ກີບ ຂະ­ນະ​ທີ່​ການ​ຮ່ວມ​ມື​ແລກ­ປ່ຽນ​ດ້ານ​ການຄ້າກໍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ ໝັ້ນ​ທ່ຽງ, ລວມ​ມູນ​ຄ່າ​ໃນ​ປີ 2015 ແມ່ນ 2,78 ຕື້​ໂດ​ລາ​ສະ­ຫະ­ລັດ.

ສປປ ລາວ ແລະ ສປ ຈີນ ໄດ້​ສ້າງຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ຮ່ວມ​ກັນ​ໃນ​ວັນ ທີ 25 ເມ­ສາ 1961 ສອງ​ປະ­ເທດ​ມີ​ພູ­ມີສາດ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມີຊາຍ​ແດນ​ຕິດ​ຈອດ​ກັນ​ດ້ວຍ​ສາຍ­ພູ​ຜາປ່າ­ໄມ້ ແລະ​ແມ່­ນ້ຳ​ລຳ­ເຊ, ພັກŒລັດ, ປະຊາ​ຊົນ​ທັງ​ສອງ​ຊາດລາວŒ-ຈີນມີ​ສາຍພົວ­ພັນ​ມິດ­ຕະ­ພາບ​ທີ່​ເປັນ​ມູນ­ເຊື້ອ​ອັນຍາວ​ນານ, ຊຶ່ງ​ໄດ້​ຮັບ​ການ​ຮັດ​ແໜ້ນ ແລະ ເສີມ​ຂະ­ຫຍາຍ​ຢ່າງ​ໜັກ​ແໜ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ໃນ​ທ່າມ­ກາງ​ຂະ​ບວນການ​ວິ­ວັດ​ແຫ່ງ​ການ​ຕໍ່­ສູ້​ປົດ​ປ່ອຍ­ປະ​ເທດຊາດ​ກໍ​ຄື​ການ​ປົກ​ປັກ​ຮັກ­ສາ ແລະ​ສ້າງສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃນ​ປະ­ຈຸ​ບັນ.

ສອງ​ພັກŒລັດ​ໄດ້​ມີ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ໄປ­ມາ­ຫາ­ສູ່​ຢ່າງ​ເປັນປົກ­ກະ­ຕິ​ຂອງ​ຄະ­ນະ​ຜູ້​ແທນ​ທຸກ​ລະ­ດັບ ນັບ​ແຕ່​ຂັ້ນ​ການ​ນຳ​ສູງ​ສຸດ​ຈົນ​ເຖິງ​ຂັ້ນ​ທ້ອງ­ຖິ່ນ, ມີ​ການ​ພົວ­ພັນ ແລະ​ຮ່ວມ​ມື​ກັນຢ່າງ​ເລິກ­ເຊິ່ງ, ແໜ້ນ​ແຟ້ນ​ທາງ​ດ້ານການ­ເມືອງ, ຄວາມ​ໝັ້ນ­ຄົງ, ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະ­ຫງົບ, ເສດ​ຖະກິດ, ການ​ຄ້າ, ສຶກ​ສາ, ວັດ­ທະ­ນະ­ທຳ, ການ­ທ່ອງ­ທ່ຽວ ແລະ​ມີ​ການ​ພົວ­ພັນ​ຮ່ວມມື​ໃນ​ເວ­ທີ​ພາກ​ພື້ນ ແລະ​ສາ­ກົນເພື່ອ​ເປົ້າ​ໝາຍ​ແຫ່ງ​ການ​ສ້າງ​ສັນ­ຕິ­ພາບ, ສະ­ຖຽນ​ລະ​ພາບ, ແລະ​ການ​ພົວ­ພັນ ແລະ​ຮ່ວມ​ມືໃນ​ພາກ​ພື້ນ ແລະ​ສາ­ກົນກໍ​ຄື​ຂອງ​ປະ­ຊາ ຊົນ​ໃນ​ທົ່ວ​ໂລກ.

ປີ 2016 ນີ້ ເປັນ​ປີ​ທີ່​ມີ​ຄວາມ​ໝາຍສຳ­ຄັນ​ອັນ​ເລິກ­ເຊິ່ງ​ທາງ​ປະ­ຫວັດ­ສາດແຫ່ງ​ການ​ພົວ­ພັນ​ຮ່ວມ​ມື​ສອງ​ຝ່າຍ ສປປ ລາວŒສປ ຈີນ, ເປັນ​ປີ​ແຫ່ງ​ການ​ສ້າງ­ຕັ້ງສາຍ​ພົວ­ພັນ​ການ​ທູດ​ລາວŒຈີນ ຄົບ­ຮອບ  55 ປີ, ໂດຍ​ຕອບ​ສະ­ໜອງ​ຕາມ​ຄຳ​ເຊື້ອເຊີນ​ຂອງ​ສະ­ຫາຍ ສີ ຈິ້ນ ຜິງ, ເລ­ຂາ​ທິການ​ໃຫຍ່​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ, ປະ­ທານ​ປະ­ເທດ​ແຫ່ງສາ­ທາ­ລະ­ນະ​ລັດປະ­ຊາ­ຊົນ​ຈີນ, ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ, ເລ­ຂາ­ທິ­ການ​ໃຫຍ່​ຄະນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ປະ­ຊາ­ຊົນປະ­ຕິ­ວັດ​ລາວ, ປະ­ທານ​ປະ­ເທດ​ແຫ່ງ​ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ, ໄດ້​ຢ້ຽມ­ຢາມ​ສັນ­ຖະ­ວະ­ໄມ­ຕີ ສາ­ທາ­ລະ­ນະ​ລັດ ປະ­ຊາ­ຊົນ​ຈີ​ນ ຢ່າງ​ເປັນທາງ​ການ ແຕ່​ວັນ​ທີ 3Œ5 ພຶດ­ສະ­ພາ 2016 ແລະ​ໄດ້​ນຳ­ພາ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ເຂົ້າ​ຮ່ວມ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນສ້າງ­ຕັ້ງ​ການ​ພົວ­ພັນ​ການ​ທູດ ສປປ ລາວ  ສປ ຈີນ ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງຢ່າງ​ສະ­ຫງ່າ​ລາ­ສີ ແລະ​ຟົດ­ຟື້ນ​ມ່ວນ­ຊື່ນ ໃນ​ວັນ​ທີ 4 ພຶດ­ສະ­ພາ​ຜ່ານ​ມາ.

ໃນ​ວັນ​ທີ 12 ພຶດ­ສະ­ພາ 2016 ນີ້, ພັກŒລັດ­ຖະ­ບານ ແລະ​ປະ­ຊາ­ຊົນ​ລາວ​ບັນດາ​ເຜົ່າ, ໂດຍ​ຮ່ວມ​ກັບ​ສະ­ຖານ­ທູດ​ເອກອັກ​ຄະ​ລັດ​ຖະ​ທູດ ສປ ຈີນ ປະ­ຈຳ ສປ​ປລາວ, ກໍ​ໄດ້​ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນສຳ­ຄັນ​ດັ່ງ­ກ່າວຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນຢ່າງ​ສະ­ຫງ່າ​ລາ­ສີ​ຟົດ­ຟື້ນ​ມ່ວນ­ຊື່ນ​ເຊັ່ນ​ກັນໂດຍ​ມີ​ການ​ຈັດ​ງານ​ລ້ຽງ​ຮັບ­ຮອງ, ມີ​ການ­ສະ­ແດງ​ສິ­ລະ​ປະ​ວັນ­ນະ​ດີ ແລະ​ກິດ­ຈະ­ກຳ​ອື່ນໆ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ຜູ້­ນຳ​ພັກŒລັດ, ພະ­ນັກ­ງານ​ລັດ­ຖະ­ກອນ, ປະ­ຊາ­ຊົນ​ລາວ ແລະ​ຈີນ ເພື່ອ​ຊົມ­ເຊີຍ​ຜົນ­ສຳ­ເລັດ​ແຫ່ງ​ການ​ພົວ­ພັນ ແລະ​ຮ່ວມ​ມື­ທີ່­ສອງ​ຝ່າຍ​ຍາດ​ມາ​ໄດ້​ໃນ 55 ປີ­ຜ່ານ­ມາ.

ປະ­ຈຸ​ບັນ, ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ​ໃນ​ທຸກ​ຂົງ­ເຂດ​ລ້ວນແຕ່​ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ຫຼວງ­ຫຼາຍ,ມີ​ການ​ຮ່ວມ​ມື​ທີ່​ດີ​ຫຼາຍ​ລະ­ດັບ, ຫຼາຍ​ຮູບແບບ, ນັບ​ມື້​ນັບ​ກວ້າງ­ຂວາງ ແລະ​ເຂົ້າສູ່​ລວງ​ເລິກ. ຜົນ­ສຳ­ເລັດ​ທີ່​ຍິ່ງ​ໃຫຍ່​ເຫັນໄດ້​ຈາກ​ການ​ແລກປ່ຽນ​ການ​ຢ້ຽມ­ຢາມ, ການ​ໄປ­ມາ­ຫາ­ສູ່​ເຊິ່ງ​ກັນ ແລະ​ກັນ​ຢ່າງເປັນ​ປົກ­ກະ­ຕິ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ.

ໃນ​ປີ 2000, ການ​ນຳ​ທັງ​ສອງ​ຝ່າຍໄດ້​ພ້ອມ​ກັນ​ກຳ­ນົດ​ທິດ​ທາງ​ການ​ຮ່ວມ​ມືຮອບ­ດ້ານ​ລະ­ຫວ່າງ​ສອງ​ປະ­ເທດ​ໃນ​ສະຕະ​ວັດ​ທີ 21 ແນ­ໃສ່​ສ້າງ​ສາຍ​ພົວ­ພັນຮ່ວມ​ມື​ທີ່​ໝັ້ນ­ຄົງ​ຍາວ​ນານ, ມີ​ໄມ­ຕີ​ຈິດມິດ­ຕະ­ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ​ບົນພື້ນ­ຖານ 5 ຫຼັກ­ການ​ຢູ່​ຮ່ວມ​ກັນ ໂດຍສັນ­ຕິ.

ນັບ​ແຕ່​ສອງ​ປະ­ເທດ​ໄດ້​ສ້າງ​ສາຍ​ພົວ­ພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃນ​ປີ 2009 ເປັນ­ຕົ້ນ​ມາ, ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ​ທາງ​ດ້ານ​ການ­ເມືອງ​ນັບ​ມື້​ນັບ​ເລິກເຊິ່ງ, ການ​ຮ່ວມ​ມື​ຮອບ­ດ້ານ​ຍິ່ງ​ກວ້າງ­ຂວາງ​ຕາມ​ທິດ 4 ດີ​ຄື: ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ, ເພື່ອນ​ທີ່​ດີ, ສະ­ຫາຍ​ທີ່​ດີ ແລະ​ຄູ່​ຮ່ວມ​ມື​ທີ່​ດີ ແລະ​ບົນ​ເສັ້ນ­ທາງ​ອັນ​ດຽວ ກັນ: ສອງ​ປະ­ເທດ​ລາວŒຈີນ ລ້ວນ​ແຕ່ເປັນ​ປະ­ເທດ​ສັງ­ຄົມ​ນິ­ຍົມ​ທີ່​ນຳ­ພາ​ໂດຍ ພັກ​ກອມ​ມູ​ນິດ, ມີ​ອຸ­ດົມ​ການ​ທີ່​ສອດ­ຄ່ອງ ກັນ, ມີ​ອະ­ນາ­ຄົດ ແລະ​ສະ​ຕາ​ກຳ​ກ່ຽວ​ພັນກັນ, ຊຶ່ງ​ອັນ​ນີ້ ແມ່ນ​ພື້ນ­ຖານ​ດ້ານ​ການ ເມືອງ​ທີ່​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ສາຍ ພົວ­ພັນ​ລາວŒຈີນ.

ປະ­ຈຸ​ບັນ, ສປ ຈີນ ເປັນ​ປະ­ເທດ​ຢູ່​ໃນອັນ​ດັບ​ໜຶ່ງ​ຂອງ​ບັນ­ດາ​ປະ­ເທດທີ່​ລົງ­ທຶນ​ຢູ່ ສປປ ລາວ, ໂດຍ​ມີ 760 ໂຄງ­ການດ້ວຍ​ມີ​ມູນ​ຄ່າ 6,7 ຕື້​ໂດ​ລາ​ສະ­ຫະ­ລັດການ​ຮ່ວມ​ມື ແລະ​ແລກ­ປ່ຽນ​ດ້ານ​ການຄ້າ ກໍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ໝັ້ນທ່ຽງ, ລວມ​ມູນ​ຄ່າ​ໃນ​ປີ 2015 ແມ່ນ 2,78 ຕື້​ໂດ​ລາ​ສະ­ຫະ­ລັດນອກ­ຈາກ​ນັ້ນ, ປີ 2015 ຜ່ານ​ມາ​ຍັງ​ມີ​ສອງ​ເຫດ­ການ​ທີ່​ພົ້ນ​ເດັ່ນ​ກໍ​ຄື​ການ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ ສປປ ລາວ ຂຶ້ນ​ສູ່​ວົງ​ໂຄ­ຈອນ ໃນ​ວັນ​ທີ 21 ພະ­ຈິກ 2015 ແລະ​ການ ເຊັນ​ສັນ­ຍາ​ໂຄງ­ການ​ສ້າງ​ເສັ້ນ­ທາງ​ລົດໄຟ ລາວŒຈີນ ໃນ​ວັນ​ທີ 2 ທັນ­ວາ 2015.

ໃນ​ເວ­ທີ​ພາກ​ພື້ນ ແລະ​ສາ­ກົນ, ທັງສອງ​ປະ­ເທດ​ຍັງ​ໄດ້​ໃຫ້­ການ​ສະ­ໜັບ​ສະໜູນ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ​ກັນ, ເພື່ອພ້ອມ​ກັນ​ປົກ​ປັກ​ຮັກ­ສາ​ຄວາມ​ຍຸ­ຕິ​ທຳ, ສັນ­ຕິ­ພາບ, ສະ­ຖຽນ​ລະ​ພາບ ແລະ​ການ ຮ່ວມ​ມື​ພັດ­ທະ­ນາ​ຂອງ​ສາ­ກົນ. ແຕ່​ເດືອນ ພຶດ­ສະ­ພາ 1961 ເຖິງ​ເດືອນ ກໍ­ລະ­ກົດ 1962, ທີ່​ກອງ​ປະ­ຊຸມ​ເຊີ​ແນວ​ຄັ້ງ​ທີ 2, ກ່ຽວ​ກັບ​ບັນ­ຫາ​ລາວ, ສປ ຈີນ ໄດ້​ຢືນ​ຢູ່ຄຽງ​ຂ້າງ​ຝ່າຍ​ລາວເພື່ອ​ຕ້ານ​ກັບ​ການ​ແຊກ​ແຊງ​ຂອງ​ອິດ​ທິ​ກຳ­ລັງ​ຕ່າງ­ປະ­ເທດ​ເຂົ້າ​ໃນ​ກິດ­ຈະ­ການ​ພາຍ​ໃນ​ຂອງ​ລາວ, ສະ­ໜັບ­ສະ­ໜູນ​ການ​ຕໍ່­ສູ້​ຂອງ​ປະ­ຊາ­ຊົນ ລາວ ເພື່ອ​ຍາດ​ເອົາ​ຄວາມ​ເປັນ​ເອ­ກະ ລາດ​ແຫ່ງ​ຊາດ, ໄດ້​ສົ່ງ­ເສີມ​ບົດ­ບາດ​ທີ່​ສຳ­ຄັນເພື່ອ​ການ​ແກ້​ໄຂ​ບັນ­ຫາ​ລາວ​ດ້ວຍ​ສັນ­ຕິ​ວິ­ທີ. ພ້ອມ​ກັນ​ນັ້ນ, ປະ­ເທດ​ລາວ​ກໍ​ໄດ້​ມີບົດ­ບາດ​ຢ່າງ​ຕັ້ງ­ໜ້າເພື່ອ​ສະ­ໜັບ­ສະ­ໜູນ​ການ​ຟື້ນ​ຟູ​ຖາ­ນະ​ທີ່​ຖືກ­ຕ້ອງ​ຕາມ​ການ​ກົດ­ໝາຍ​ຂອງ ສປ ຈີນ, ທີ່ສະ­ຫະ​ປະ­ຊາຊາດ.

ນອກ­ຈາກ​ນັ້ນ, ທັງ​ສອງ​ຝ່າຍ​ຍັງ​ໄດ້ໃຫ້­ການ​ປຶກ­ສາ​ຫາ­ລື ແລະ​ປະ­ສານ​ສົມທົບ​ກັນ​ຢ່າງ​ສະ­ໜິດ​ແໜ້ນ​ໃນ​ຂອບ​ການພົວ­ພັນ ແລະ​ຮ່ວມ​ມືຈີນŒອາ​ຊຽນ, ອາຊຽນŒຈີນ, ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ, ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ​ໃນ​ເຂດ​ເປີດກວ້າງ​ອ່າວ​ເປີຍ​ຟູ​ວ່ານ, ການ​ຮ່ວມ​ມື​ໃນຂອບ​ແມ່­ນ້ຳ​ຂອງŒແມ່­ນ້ຳ​ລ້ານ​ຊ້າງ, ສະຫະ​ປະ­ຊາ​ຊາດ ແລະ​ອື່ນໆ.

ໃນ​ໂອ­ກາດ​ຢ້ຽມ­ຢາມ​ສັນ­ຖະ­ວະ­ໄມ­ຕີ​ຢ່າງ​ເປັນ​ທາງ​ການ​ທີ່ ສປ ຈີນ ແຕ່​ວັນ​ທີ 3Œ5 ພຶດ­ສະ­ພາ 2016 ຂອງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ, ກໍ​ໄດ້​ມີ​ການ​ພົບ​ປະ​ສອງຝ່າຍ​ດ້ວຍ​ບັນ­ຍາ­ກາດ​ໄມ­ຕີ​ຈິດ​ມິດ​ຕະພາບ​ທີ່​ສະ­ໜິດ­ສະ­ໜົມ, ໄດ້​ປຶກ­ສາ​ຫາ­ລື ແລະ​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບບັນ­ຫາ​ພາກ​ພື້ນ ແລະ​ສາ­ກົນ, ຊຶ່ງ​ໃນ​ນີ້, ທັງ​ສອງ​ຝ່າຍ​ໄດ້​ອອກ​ຖະ­ແຫຼງ­ການ ຮ່ວມ​ລາວŒຈີນ, ໂດຍ​ທັງ​ສອງ​ຝ່າຍ​ໄດ້ ເຫັນ​ດີ​ເປັນ​ເອ­ກະ​ພາບ​ນຳ​ໃຊ້​ມາດ​ຕະ ການ​ທີ່​ມີ​ປະ​ສິດ­ທິ​ຜົນ​ຕົວ​ຈິງ ເພື່ອ​ລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ­ເຂດ​ລະ­ອຽດ​ລວມ ທັງ​ການ​ໄປ­ມາ­ຫາ­ສູ່​ເຊິ່ງ​ກັນ ແລະ​ກັນ, ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ແຜນ­ການ ຮ່ວມ​ມື​ລະ­ຫວ່າງ​ສອງ​ພັກ​ສອງ​ລັດ, ສືບ­ຕໍ່​ຢຶດ​ໝັ້ນ​ຫຼັກ­ການ​ພົວ­ພັນ​ຮ່ວມ​ມື​ສະ­ເໝີ­ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ​ໃນ​ຂົງ­ເຂດ​ເສດ­ຖະ­ກິດ​ການ​ຄ້າ, ການ​ສຶກ​ສາ, ກີ­ລາ, ສາ­ທາ­ລະ­ນະ​ສຸກ, ວັດ­ທະ­ນະ­ທຳ, ທ່ອງ​ທ່ຽວ, ລົງ​ເລິກ​ການ​ຮ່ວມ​ມື​ໃນ ການ​ປະ­ຕິ­ບັດ​ກົດ­ໝາຍ ແລະ​ອື່ນໆ, ສືບ­ຕໍ່​ລົງ​ເລິກ​ການ​ພົວ­ພັນ​ມິດ­ຕະ­ພາບ​ລະ­ຫວ່າງ​ສອງ​ສະ­ພາ​ແຫ່ງ​ຊາດ​ລາວ ແລະ​ຈີນ ແລະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ດ້ານ​ປ້ອງ​ກັນ​ຊາດŒປ້ອງ​ກັນ​ຄວາມ​ສະ­ຫງົບ ພ້ອມ ດຽວ​ກັນ​ນີ້, ຖະ­ແຫຼງ­ການ​ຍັງ​ໄດ້​ເວົ້າ​ເຖິງ​ການ​ແລກ­ປ່ຽນ​ທັດ­ສະ­ນະ​ຂອງ​ທັງ​ສອງ ພັກŒລັດ ຕໍ່​ບັນ­ຫາ​ພາກ​ພື້ນ ແລະ​ສາ­ກົນ​ທີ່ທັງ​ສອງ​ຝ່າຍ​ໃຫ້​ຄວາມ​ສົນ­ໃຈ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)