spot_img
Homeຂ່າວຕ່າງປະເທດຈີນບໍ່ພໍໃຈ! ສົ່ງເຮືອບິນ-ກຳປັ່ນສູ້ຮົບ ຂັບໄລ່ກຳປັ່ນສູ້ຮົບອາເມຣິກາ ແລ່ນເຂົ້າໃກ້ເກາະຂັດແຍ່ງ ຢູ່ທະເລຈີນໃຕ້!

ຈີນບໍ່ພໍໃຈ! ສົ່ງເຮືອບິນ-ກຳປັ່ນສູ້ຮົບ ຂັບໄລ່ກຳປັ່ນສູ້ຮົບອາເມຣິກາ ແລ່ນເຂົ້າໃກ້ເກາະຂັດແຍ່ງ ຢູ່ທະເລຈີນໃຕ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພຶດສະພານີ້ວ່າ ກອງທັບເຮືອສະຫະລັດອາເມຣິກາ ໄດ້ສົ່ງກຳປັ່ນຕິດຕັ້ງຂີປະນາວຸດ ລອຍລຳເຂົ້າໃກ້ເຂດພື້ນທີ່ ເກາະຂັດແຍ່ງໃນທະເລຈີນໃຕ້ ທີ່ຈີນໄດ້ສ້າງລານບິນເອົາໄວ້ ໃນໄລຍະ 12 ໄມທະເລ ເຮັດໃຫ້ກອງທັບຈີນ ໄດ້ສັ່ງໃຫ້ສົ່ງເຮືອບິນສູ້ຮົບ ແລະ ກຳປັ່ນສູ້ຮົບຫລາຍລຳ ອອກໄປຂັບໄລ່ກຳປັ່ນສູ້ຮົບຂອງສະຫະລັດອາເມຣິກາ.

ແຫລ່ງຂ່າວລະບຸວ່າ ຫລັງຈາກເກີດເຫດການດັ່ງກ່າວ ທ່ານ ບິນ ເອີບັນ ໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງວ່າ ເຮືອກຳປັ່ນສູ້ຮົບຂອງພວກຕົນ ໄດ້ໃຊ້ສິດການຜ່ານໂດຍສຸຈະຣິດ (innocent passage) ໃນຂະນະເດີນທາງໃນໄລຍະ 12 ໄມທະເລ ຫ່າງຈາກເກາະ ແຟຣີ ຄຣອສ ຣີບ ທີ່ຖືກຄອບຄອງໂດຍຈີນໃນປັດຈຸບັນ ແຕ່ໃນຂະນະດຽວກັນ ກໍຖືກອ້າງສິດເປັນເຈົ້າຂອງ ຈາກຟິລິບປິນ, ຫວຽດນາມ ແລະ ໄຕ້ຫວັນ ເຊັ່ນດຽວກັນ.

ຖະແຫລງການຂອງໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ຍັງໄດ້ລະບຸອີກວ່າ ພວກຕົນປະຕິບັດການ ຕາມເສລີພາບໃນການເດີນທະເລຄັ້ງນີ້ ກໍເພື່ອທ້າທາຍການກ່າວອ້າງ ຄອບຄອງດິນແດນທາງທະເລ ຂອງຈີນ, ໄຕ້ຫວັນ ແລະ ຫວຽດນາມ ຊຶ່ງຍາກທີ່ຈະຍອມຮັບໄດ້ ໃນຄວາມພະຍາຍາມຈຳກັດສິດທິ ໃນການເດີນເຮືອໃນທະເລຈີນໃຕ້ ອັນເປັນການຂັດແຍ່ງກັບກົດໝາຍລະຫວ່າງປະເທດ.

ດ້ານກະຊວງປ້ອງກັນປະເທດຈີນ ໄດ້ອອກມາລະບຸຕໍ່ກໍລະນີນີ້ວ່າ ກອງທັບຈີນໄດ້ສົ່ງເຮືອບິນສູ້ຮົບ 2 ລຳ ແລະ ກຳປັ່ນສູ້ຮົບອີກ 3 ລຳ ໄປຕິດຕາມຂະໜາບກຳປັ່ນສູ້ຮົບຂອງສະຫະລັດຯ ແລະ ຮຽກຮ້ອງໃຫ້ພວກເຂົາ ອອກຈາກນ່ານນ້ຳ ໂດຍການເດີນເຮືອຂອງສະຫະລັດຯຄັ້ງນີ້ ແມ່ນໄດ້ລ່ວງລ້ຳເຂົ້າສູ່ນ່ານນ້ຳຂອງຈີນ ຢ່າງຜິດກົດໝາຍ.

 

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...