spot_img
Homeຂ່າວການພັດທະນາສະ­ໜາມ​ບິນໜອງ​ຄ້າງ ໂຈະ​ກໍ່­ສ້າງ​ຮອດ​ທ້າຍ​ປີ​ນີ້ ຂະ­ນະ​ທີ່​ຜູ້​ຮັບ​ເໝົາ​ໂຄງ­ການ​ຂຸ້ນ­ຂ້ຽວ​ລະ­ດົມ​ທຶນ​ໃສ່

ສະ­ໜາມ​ບິນໜອງ​ຄ້າງ ໂຈະ​ກໍ່­ສ້າງ​ຮອດ​ທ້າຍ​ປີ​ນີ້ ຂະ­ນະ​ທີ່​ຜູ້​ຮັບ​ເໝົາ​ໂຄງ­ການ​ຂຸ້ນ­ຂ້ຽວ​ລະ­ດົມ​ທຶນ​ໃສ່

Published on

ສະ­ໜາມ​ບິນ​ໜອງ​ຄ້າງ​ເປັນ​ອີກ​ໂຄງການກໍ່­ສ້າງ​ໜຶ່ງ​ທີ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຄອງ​ຄອຍ​ມາຫຼາຍ​ປີເພື່ອ​ຈະ​ໄດ້​ໃຊ້​ບໍ­ລິ­ການ​ໄປ-ມາ​ຫາ​ສູ່​ລະຫວ່າງ ແຂວງ​ຕໍ່​ແຂວງ ແຕ່​ມາ​ຮອດ​ປະ­ຈຸ​ບັນ​ໂຄງການ​ດັ່ງ­ກ່າວ​ໄດ້​ໂຈະ​ການ​ກໍ່­ສ້າງ​ເປັນ​ການ​ຊົ່ວຄາວ​ເນື່ອງ​ຈາກ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ມີ​ບັນ­ຫາ​ດ້ານ​ທຶນຮອນ ແລະ​ປະ­ຈຸ​ບັນ​ກຳ­ລັງ​ຂຸ້ນ­ຂ້ຽວ​ລະ­ດົມ​ທຶນໃສ່​ອັນ​ໄດ້​ກາຍ­ເປັນ​ສາ­ເຫດ​ເຮັດ​ໃຫ້​ໂຄງ­ການ​ຈຳ­ເປັນ​ຕ້ອງ​ໄດ້​ຢືດ​ເວ­ລາ​ສຳ­ເລັດ​ອອກ​ໄປ​ອີກ.

ທ່ານ ໂກ​ແມັກ ແກ້ວ​ຈຳ­ປາ ຫົວ­ໜ້າ​ໂຄງການ​ດັ່ງ­ກ່າວ​ໄດ້​ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ໜັງ­ສື­ພິມເສດ­ຖະ­ກິດ-ສັງ­ຄົມ​ຜ່ານ​ໂທລະ­ສັບ ເມື່ອ​ວັນ​ທີ 6 ພຶດ­ສະ­ພາ​ຜ່ານ​ມາ​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ສະ​ໝາມ​ບິນ​ໜອງ​ຄ້າງ​ຕັ້ງ​ຢູ​ບ້ານໜອງ​ຄ້າງ ເມືອງ​ຊຳ​ເໜືອ ແຂວງ​ຫົວ­ພັນໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ວັນ​ທີ 7 ຕຸ­ລາ 2013  ຕາມ​ສັນ­ຍາ​ແມ່ນ​ຮອດ​ວັນ​ທີ  7 ຕຸ­ລາ 2015 ສຳ­ເລັດ​ເນື່ອງ​ຈາກ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ພົບ​ຄວາມ​ຫຼ້າ ຊ້າ ແລະ​ບໍ່​ເປັນ​ໄປ​ຕາມ​ແຜນ­ການ​ທີ່​ໄດ້ ກຳ­ນົດ​ໄວ້​ເບື້ອງ​ຕົ້ນ ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ໂຄງ­ການ​ຈິ່ງ​ໄດ້​ສະ­ເໜີ​ຢື້ນ​ເວ­ລາ​ການ​ກໍ່ ສ້າງ​ອອກ​ໄປ​ຈົນ​ເຖິງ​ເດືອນ​ມິ­ຖຸ­ນາ 2016 ໂດຍ​ໄດ້​ດັດ­ແກ້ ແລະ​ປັບ­ປຸງ​ແຜນ­ການ​ກໍ່ສ້າງເພື່ອ​ໃຫ້​ແທດ­ເໝາະ​ກັບ​ໄລ­ຍະ​ເວ­ລາດັ່ງ­ກ່າວ ແລະ​ໄດ້​ປ່ຽນ​ແທນ​ແຜນ­ການ​ກໍ່ສ້າງ​ສະ­ບັບ​ເກົ່າ​ນັບ​ແຕ່​ເດືອນ​ກໍ­ລະ­ກົດ 2015.

ຢ່າງ­ໃດ​ກໍ​ຕາມໂຄງ­ການ​ດັ່ງ­ກ່າວຮອດ​ຂະ­ນະ​ນີ້​ທ່ານ​ຫົວ­ໜ້າ​ໂຄງ­ການກ່າວ​ວ່າ: ຍັງ​ບໍ່​ເປັນ​ໄປ​ຕາມ​ແຜນ­ການ ດັດ­ແກ້​ໃໝ່​ເນື່ອງ​ຈາກ​ຜູ້​ຮັບ​ເໝົາ​ຂາດທຶນ­ຮອນ​ໃນ​ການ​ກໍ່­ສ້າງດັ່ງ­ນັ້ນນັບ​ແຕ່ ທ້າຍ​ເດືອນ​ກຸມ­ພາ 2016 ໂຄງ­ການ​ດັ່ງກ່າວຈິ່ງ​ໄດ້​ໂຈະ​ການ​ກໍ່­ສ້າງ ແລະ​ຄາດ ວ່າ​ທ້າຍ​ປີ​ນີ້​ເປັນ­ຕົ້ນ​ໄປຈິ່ງ​ຈະ​ໄດ້​ລົງ­ມື​ສືບ​ກໍ່­ສ້າງ​ເນື່ອງ​ຈາກ​ເປັນໄລ­ຍະ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ລະ­ດູ­ແລ້ງ ແລະ​ຈະ ເຮັດ​ໃຫ້­ການ​ກໍ່­ສ້າງ​ມີ​ຄວາມ​ສະ­ດວກ​ຂຶ້ນ.

ແນວ­ໃດ​ກໍ​ດີ ທ່ານ ໂກ​ແມັກ ແກ້ວ​ຈຳປາ ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ທາງ​ບໍ​ລິດ​ສັດ​ຜູ້​ຮັບເໝົາ​ກຳ­ລັງ​ຂຸ້ນ­ຂ້ຽວ​ລະ­ດົມ​ທຶນ​ຈາກ​ແຫຼ່ງທຶນ​ຕ່າງໆ ເພື່ອ​ເປັນ​ທຶນ­ຮອນ​ເຂົ້າ​ໃສ່​ໃນການ​ກໍ່­ສ້າງທັງ​ນີ້ ພາກ­ສ່ວນ​ກ່ຽວ­ຂ້ອງທາງ​ພາກ​ລັດ​ກໍ​ໄດ້​ປຶກ­ສາ​ຫາ­ລື​ກັບ​ບໍ​ລິສັດ ເພື່ອ​ຊອກ​ຊ່ອງ​ທາງ​ໃນ​ການ​ແກ້​ໄຂບັນ­ຫາ​ດັ່ງ­ກ່າວຊຶ່ງ​ໂຄງ­ການ​ກໍ່­ສ້າງ​ສະໜາມ​ບິນ​ໜອງ​ຄ້າງ​ມີ​ມູນ​ຄ່າ​ທັງ​ໝົດ 592 ຕື້​ກວ່າ​ກີບ ຫຼື ປະ­ມານ 74 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດຊຶ່ງ​ຜູ້​ຮັບ​ເໝົາ​ແມ່ນ ບໍ­ລິ­ສັດ​ພັດ­ທະ­ນາ​ກະ­ສິ­ກຳ​ຮວ່າງ​ແອງອັດ​ຕະ​ປື ຈຳ­ກັດ.

ອີງ​ຕາມ​ບົດ​ສະ­ຫຼຸບ​ຂອງ​ໂຄງ­ການຮອດ​ວັນ​ທີ 31 ສິງ­ຫາ 2015 ໂຄງ­ການດັ່ງ­ກ່າວ​ສາ­ມາດ​ປະ­ຕິ­ບັດ​ວຽກ​ການ​ກໍ່ ສ້າງ​ສຳ­ເລັດ​ທັງ​ໝົດ 31,81% (ຕາມ ແຜນ­ການ​ດັດ­ແກ້​ໃໝ່) ປະ­ກອບ​ມີ­ໜ້າວຽກ​ກໍ່­ສ້າງ​ສະ­ໜາມ​ບິນ​ປະ­ຕິ­ບັດ​ໄດ້ 13,7%, ຂົນ​ວັດ​ສະ​ດຸ​ດິນ​ຖົມ 5,37%, ກໍ່­ສ້າງ​ລານ​ຈອດ​ລົດ​ສະ­ໜາມ​ບິນ 4,03% ແລະ​ວຽກ​ອື່ນໆ​ຕາມ​ລຳ­ດັບ.

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງຄ້າງ​ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານແຫ່ງ ສປປ ລາວ ເພື່ອ​ເປັນ​ການ​ຮອງ​ຮັບເຮືອ­ບິນ​ຈາກ​ສາຍ​ການ­ບິນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃນ​ອະ­ນາ­ຄົດ​ຈຸດ­ປະ­ສົງ​ເພື່ອຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ, ການ­ທ່ອງ­ທ່ຽວ​ຂອງ​ແຂວງ​ຫົວພັນກໍ​ຄື​ພາຍ​ໃນ​ປະ­ເທດໂດຍ​ສະ­ເພາະແມ່ນ​ວຽກ​ງານ​ການ​ຂົນ­ສົ່ງ​ທາງ​ອາ­ກາດທັງ​ນີ້ໃນ​ໄລ­ຍະ​ຍາວ​ແມ່ນເພື່ອ​ຜັນ​ຂະຫຍາຍ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ​ຂອງ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ປີ 2010-2020 ຕາມ​ນະ­ໂຍ­ບາຍເພື່ອ​ຫັນປະ­ເທດ​ຈາກ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດກັບ​ທະ­ເລ​ມາ​ເປັນ​ປະ­ເທດ​ບໍ­ລິ­ການ​ທາງຜ່ານ ແລະ​ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ນຳ­ພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍພັດ­ທະ­ນາ​ໃນ​ປີ 2020.

ເປົ້າ​ໝາຍ​ໂຄງ­ການ​ແມ່ນ​ກໍ່­ສ້າງ​ໃຫ້​ໄດ້​ຕາມ​ມາດ­ຕະ­ຖານ​ປອດ​ໄພ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ (MOS2009) ແລະ​ມາດ­ຕະ­ຖານ​ສາ­ກົນ (ICAO) ວາງ ອອກ​ກໍ​ຄື: ສະ­ໜາມ​ບິນ​ໃຫ້​ໄດ້​ຂະ­ໜາດ 3C (Aerodrome Code 3C) ຊຶ່ງ ສາ­ມາດ​ຮອງ​ຮັບ​ເຮືອ­ບິນ​ຂະ­ໜາດ 70-100 ບ່ອນ​ນັ່ງ​ເຊັ່ນ: ເຮືອ­ບິນ ATR72, Fokker 70, MA-60, Fokker-100 ຫຼື ທຽບ​ເທົ່າ​ເຫຼົ່າ​ນີ້​ເປັນ­ຕົ້ນ.

ທີ່ມາ: logo
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...