Homeຂ່າວຕ່າງປະເທດມາເລເຊຍ ຈັບແກ້ງປອມພາສປໍລວມເຖິງຕຳຫຼວດກວດຄົນເຂົ້າເມືອງ

ມາເລເຊຍ ຈັບແກ້ງປອມພາສປໍລວມເຖິງຕຳຫຼວດກວດຄົນເຂົ້າເມືອງ

Published on

ຕຳຫຼວດມາເລເຊຍຈັບກຸມເຄືອຂ່າຍພົວພັນປອມແປງໜັງສືເດີນທາງມາເລເຊຍ ໂດຍຈັບໄດ້ 19 ຄົນ ແລະ ເຈົ້າໜ້າທີ່ສຳນັກງານຕຳຫຼວດກວດຄົນເຂົ້າເມືອງອີກ 2 ຄົນເມື່ອວັນສຸກທີ່ຜ່ານມາ.

ໃນກຸ່ມຄົນທີ່ຖືກຈັບກຸມປະກອບໄປດ້ວຍຊາວສີລັງກາ 10 ຄົນ ຊາວມາເລເຊຍ 6 ຄົນ ແລະ ຊາວອິນເດຍ 3 ຄົນ, ທ່ານ ຄາລິດ ອາບູ ບາກາ ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍກ່າວວ່າ ຕຳຫຼວດສອບສວນພົບວ່າເຄືອຂ່າຍຄ້າມະນຸດພະຍາຍາມລັກລອບພາຊາວສີລັງກາເຂົ້ານະຄອນຫຼວງເຈນີວາ ປະເທດສວິດເຊີແລນ ໃນລາຄາຄົນລະ 60.000 ຣິງກິດ, ຖະແຫຼງການລະບຸວ່າ ແກ້ງປອມພາສປໍຈະຄັດເລືອກຜູ້ຖືໜັງສືເດີນທາງມາເລເຊຍທີ່ມີໜ້າຕາຄ້າຍກັບຜູ້ອົບພະຍົບ ຈາກນັ້ນກໍຈະນຳໄປເຮັດພາສປໍປອມ ໂດຍມີເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງທີ່ສະໜາມບິນລະຫວ່າງປະເທດເຄແອລໃຫ້ທາງຜ່ານໄດ້ສະດວກ.

ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...