spot_img
Homeຂ່າວການພັດທະນາກະຊວງໄປສະນີ ເປີດນຳໃຊ້ໂປຣແກຣມອ່ານອອກສຽງເປັນພາສາລາວ ໃນຄອມພິວເຕີ

ກະຊວງໄປສະນີ ເປີດນຳໃຊ້ໂປຣແກຣມອ່ານອອກສຽງເປັນພາສາລາວ ໃນຄອມພິວເຕີ

Published on

ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ຮ່ວມ​ກັບ​ສະມາຄົມ​ຄົນ​ພິການ​ຕາ​ລາວ ເປີດ​ນຳ​ໃຊ້​ໂປຣ​ແກຣມ​ອ່ານ​ອອກສຽງ​ເປັນ​ພາສາ​ລາວ ໃນ​ລະບົບ​ຄອມ​ພິວ​ເຕີ ໃນ​ວັນ​ທີ 9 ພຶດສະພາ 2016 ນີ້​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ເຊິ່ງ​ໂປຣ​ແກມ​ດັ່ງກ່າວ ​ແມ່ນ​ໃຊ້​ໃນ​ການ​ອ່ານ​ຂໍ້ຄວາມ​ພາສາ​ລາວ​ ໃຫ້​ເປັນ​ສຽງ​ຄຳ​ເວົ້າ ທັງ​ຈະ​ເຮັດ​ໜ້າທີ່​ສົມ​ທຽບ​ຂໍ້ຄວາມ​ທີ່​ຈະ​ອ່ານ ​ໃສ່​ກັບ​ຖານ​ຂໍ້​ມູນ​ສຽງ​ທີ່​ມີ​ລະບົບ​ໂປຣ​ແກຣມ ຈາກ​ນັ້ນ ກໍ່​ສະແດງ​ສຽງ​ຄຳ​ເວົ້າ​ທີ່​ສອດຄ່ອງ​ກັບ​ຂໍ້ຄວາມ​ອ່ານ​ອອກ​ມາ ວິທີ​ການ​ນີ້​ແມ່ນ​ເຕັກນິກ​ໃໝ່ ​ທີ່​ມີ​ຄວາມ​ຊັດ​ເຈນ​ຫຼາຍ​ທີ່​ສຸດ​ ຈາກ​ການ​ນຳ​ໃຊ້​ໂປຣ​ແກຣມ​ດັ່ງກ່າວ ເຊິ່ງ​ສາມາດ​ອ່ານ​ທຸກ​ຂໍ້ຄວາມ​ທີ່​ສະແດງ​ໃນ​ໜ້າ​ຄອມ​ພິວ​ເຕີ ຫຼື ຕາມ​ຈຸດ​ທີ່​ລູກ​ສອນ​ເມົ້າ​ຊີ້​ໄປ ແລະ ຍັງ​ສາມາດ​ສະແດງ​ສຽງ​ຂອງ​ຕົວ​ອັກສອນ​ໃນ​ເວລາ​ກົດ​ປຸ່ມ​ແປ້ນ​ພິມ.

ທ່ານ ພົນ​ປະສິດ ພິດສະ​ໄໝ ຫົວໜ້າ​ສູນ​ບໍລິຫານ​ລັດ​ດ້ວຍ​ເອ​ເລັກ​ໂຕ​ຣນິກ ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໄດ້​ກ່າວ​ວ່າ: ​ເປັນເວລາ​ສອງ​ປີກວ່າ ທີ່​ພາກສ່ວນ​ກ່ຽວຂ້ອງໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ພັດທະນາ, ປັດຈຸບັນ​ໄດ້​ສຳ​ເລັດ​ການ​ສ້າງ​ໂປຣ​ແກຣມນີ້​ອອກ​ມາ, ພາຍຫລັງ​ທີ່​ມີ​ການ​ຕິດ​ຕັ້ງ ​ແລະ ຝຶກອົບຮົມ​ນຳ​ໃຊ້​ໃຫ້​ແກ່​ສະມາຄົມ​ຄົນ​ພິການ​ຕາລາ​ວ ​ໃນ​ໄລຍະໜຶ່ງ ກໍ​ເຫັນ​ວ່າ​ໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ຜູ້ນຳ​ໃຊ້ ກໍ​ຄື​ຄົນ​ພິການ​ຕາ​ເປັນ​ຢ່າງ​ດີ ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ ຊອກ​ຫາ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ ​ແລະ ສາມາດ​ພິມ​ພາສາ​ລາວ ​ໃນ​ຄອມ​ພິວ​ເຕີ​ໄດ້. ຈາກ​ການ​ນຳ​ໃຊ້ ​ໂປຣ​ແກຣມນີ້ ​ເຮັດ​ໃຫ້​ນັກຮຽນ​ຄົນ​ພິການ​ຕາ ສາມາດ​ທີ່​ຈະ​ເຂົ້າ​ຮຽນຮ່ວມ​ກັບ​ນັກຮຽນ​ທົ່ວ​ໄປ ​ໃນ​ໂຮງຮຽນ​ສາມັນ​ໄດ້ ​ເພາະ​ຜ່ານ​ມາໄດ້​ມີ​ການ​ທົດ​ລອງ​ຮຽນ​ຮ່ວມ​ກັນ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ.

ທ່ານ ພົນ​ປະສິດ ພິດສະ​ໄໝ​ ກ່າວ​ຕື່ມ​ອີກ​ວ່າ: ເຖິງ​ແມ່ນ ​ໂປຣ​ແກຣມທີ່​ພັດທະນາ​ຂຶ້ນ​ມາ​ນີ້ ຈະ​ສາ ມາດ​ນຳ​ໃຊ້​ແຕ່​ໃນ​ອຸປະກອນ​ຄອມ​ພິວ​ເຕີກໍ​ຕາມ ​ແຕ່​ທາງ​ກະຊວງ ຍັງ​ມີ​ແຜນ​ສືບຕໍ່ພັດທະນາ​ໃຫ້​ສາມາດ​ນຳ​ໃຊ້​ໃນ​ລະບົບ​ມື​ຖື​ ​ເພາະ​ການ​ນຳ​ໃຊ້​ໃນລະບົບ​ມື​ຖື​ໄດ້ ບໍ່ພຽງ​ແຕ່​ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ຄົນ​ພິການ​ຕາ​ເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ໄດ້​ກຸ່ມ​ຜູ້​ຊົມ​ໃຊ້​ອື່ນໆ​ອີກ ​ໂດຍ​ສະ​ເພາະ​ຜູ້​ຊົມ​ໃຊ້​ອາຍຸ​ສູງ. ໂຄງການ​ພັດທະນາ​ໂປ​ຣ​ແກຣມ ອ່ານ​ອອກສຽງ​ພາສາ​ລາວ​ ​ແມ່ນ​ໜຶ່ງ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສື່ສານ​ຂໍ້​ມູນ​ຂ່າວ ສານ​ຂອງ​ກະຊວງ​ໄປສະນີ ​ແລະ ​ໂທລະ​ຄົມມະ ນາຄົມ ​ແລະ ການ​ສື່ສານ ​ພາຍ​ໃຕ້​ແນວ​ຄວາມ​ຄິດສ້າງ ​ດີ​ຈີ​ຕອນ​ຂອງ​ທຸກຄົນ.

ສໍາລັບ​ຄົນ​ທົ່ວ​ໄປ​ແລ້ວ​ອາດ​ຈະ​ມີ​ຫລາຍ​ທາງ​ເລືອກ​ທີ່​ຈະ​ຊອກ​ຫາ​ນໍາ​ໃຊ້​ສິ່ງ​ທີ່​ງ່າຍ, ສະ​ດວກ ​ແລະ ທັນ​ສະ​ໄໝ ​ແຕ່​ສໍາລັບ​ຄົນ​ພິການ​ຕາ​ນັ້ນ ​ເຖິງ​ແມ່ນ​ວ່າ​ເຕັກ​ໂນ​ໂລ​ຊີ​ຈະ​ຊັບ​ສົນ​ປານ​ໃດ​ກໍ​ຕາມ ຂໍ​ພຽງ​ແຕ່ມີ​ໂອກາດ​ກໍ​ຈະ​ບໍ່​ຫລົດ​ລະ​ຄວາມ​ພະຍາຍາມ​ທີ່​ຈະ​ຮຽນ​ຮູ້​ນໍາ​ໃຊ້, ສະ​ນັ້ນ​ ທາງ​ໂຄງການ​ອະ ນຸຍາດ​ໃຫ້​ທຸກ​ພາກ​ສ່ວນ​ໄດ້​ນໍາ​ເອົາ​ໂປ​ຣ​ແກຣມ​ໄປ​ນໍາ​ໃຊ້​ໂດຍ​ບໍ່​ໄດ້​ເສຍ​ຄ່າ, ພ້ອມ​ທັງເປີດ​ໂອກາດ​ໃຫ້​ບັນດາ​ນັກ​ຄົ້ນ​ຄ້ວາ​ຕ່າງໆ​ເອົາ​ໂປ​ຣແກຣມ​ໄປ​ປະຍຸກ​ນໍາ​ໃຊ້ ຫລື ພັດທະນາ​ຕໍ່ໍ່ ​ເພື່ອ​ສ້າງຄວາມ​ສາມາດ​ຂອງ​ການ​ນໍາ​ໃຊ້​ໂປ​ແກຣມ​ໃຫ້​ມີ​ຄວາມ​ຫລາກ​ຫລາຍ.

ພາບແລະຂ່າວ: ລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...