spot_img
Homeຂ່າວການພັດທະນາປະ­ກາດ​ໂຄງ​ການ​ໃໝ່ ຮັບການຊ່ວຍເຫຼືອຈາກອາເມລິກາ ຕ້ານພະຍາດຕິດຕໍ່ຈາກສັດສູ່ຄົນ

ປະ­ກາດ​ໂຄງ​ການ​ໃໝ່ ຮັບການຊ່ວຍເຫຼືອຈາກອາເມລິກາ ຕ້ານພະຍາດຕິດຕໍ່ຈາກສັດສູ່ຄົນ

Published on

ວັນທີ 9 ພຶດສະພາຜ່ານມານີ້ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໂຄງການຊ່ວຍເຫຼືອໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອກ່ຽວກັບການລະບຸພະຍາດທີ່ມີແນວໂນ້ມວ່າຈະຕິດຕໍ່ຈາກສັດມາສູ່ຄົນ.

ພາຍໃຕ້ບັນທຶກເພື່ອຄວາມເຂົ້າໃຈທີ່ເຊັນໂດຍເຈົ້າໜ້າທີ່ຝ່າຍລາວແລະຜູ້ຕາງໜ້າຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ໂດຍທີມງານຈະເລີ່ມ ເກັບຕົວຢ່າງຈາກສັດປ່າ, ສັດລ້ຽງ ແລະ ຄົນໃນແຂວງຈຳປາສັກພາຍໃນປີນີ້. ຊຶ່ງການຮ່ວມມືແມ່ນບົດບາດສຳຄັນແລະບາດກ້າວໃໝ່ໃນການລະບຸເຊື້ອພະຍາດວ່າມີການ ຕິດຕໍ່ກັນດ້ວຍວິທີໃດໂດຍຜ່ານການເກັບກຳຕົວຢ່າງ ຈາກຄົນ, ສັດລ້ຽງ ແລະ ສັດປ່າທີ່ມີການສຳຜັດກັນຢ່າງໃກ້ຊິດ.

ທ່ານ ນາງ ເບັດ ເພຈ ຜູ້ອຳນວຍການໃຫຍ່ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ປະຈຳພາກພື້ນອາຊີ ກ່າວວ່າ: ໂຄງການ ເຫຼົ່ານີ້ໃນລາວ ແລະ ທົ່ວໂລກ ໄດ້ຊ່ວຍໃຫ້ ພວກເຮົາມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວ ກັບການເກີດຂຶ້ນຂອງເຊື້ອພະຍາດ. ດັ່ງ ນັ້ນ, ພວກເຮົາຈິ່ງໄດ້ມີການປັບປຸງຍຸດ ທະສາດປ້ອງກັນການລະບາດ ແລະຫຼຸດຜ່ອນ ຄວາມສ່ຽງທີ່ຈະນຳໄປສູ່ການລະ ບາດໃຫຍ່”.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ການ ຄຸ້ມຄອງຄົນ ແລະສັດລ້ຽງໃຫ້ປອດໄພ ຈາກໂລກລະບາດຍັງເປັນການປັບປຸງ ການດຳລົງຊີວິດໃນເຂດຊົນນະບົດ ແລະ ຍັງເປັນການຮັບປະກັນທາງດ້ານສະ ບຽງອາຫານ ແລະຊ່ວຍສະໜັບສະໜູນ ເສດຖະກິດໃຫ້ເຂັ້ມແຂງອີກດ້ວຍ.

ຢູ່ໃນ ສປປ ລາວ ໂຄງການຂອງ USAID, ຊຶ່ງຈັດຕັ້ງປະຕິບັດໂດຍ Metabiota Inc, ຮ່ວມມືກັບກົມລ້ຽງ ສັດ ແລະການປະມົງ, ຫໍວິໄຈພະຍາດ ສັດ, ສູນວິເຄາະ ແລະລະບາດວິທະຍາ ແຫ່ງຊາດ ແລະອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ,  ເພື່ອຈັດຕັ້ງປະຕິບັດລະບົບເຝົ້າລະວັງ ພະຍາດທີ່ຕິດຕໍ່ຈາກສັດສູ່ຄົນໂດຍຜ່ານ ການເຮັດ ວຽກຮ່ວມກັບ ລັດຖະບານ 31 ປະເທດຢູ່ທະວີບອາຟຣິກາ, ອາຊີ ແລະ ຕາເວັນອອກກາງ, ລວມທັງລັດຖະບານ ແຫ່ງ ສປປ ລາວ, ໂຄງການທີ່ໄດ້ຮັບ ການສະໜັບສະໜູນຈາກສະຫະລັດອາ ເມລິກາໄດ້ເຮັດວຽກເພື່ອກວດສອບ ແລະປ້ອງກັນການກະຈາຍຂອງພະຍາດ ທີ່ມີແນວໂນ້ມທີ່ຈະນຳໄປສູ່ການລະບາດໃຫຍ່ ຊຶ່ງສາມາດສົ່ງຜ່ານລະຫວ່າງສັດແລະຄົນໄດ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...