spot_img
Homeຂ່າວເຫດການການຮ່ວມມື ລາວ-ອາເມລິກາ ມີບາດກ້າວຂະຫຍາຍຕົວໃໝ່

ການຮ່ວມມື ລາວ-ອາເມລິກາ ມີບາດກ້າວຂະຫຍາຍຕົວໃໝ່

Published on

ຂປລ.ໃນວັນທີ 6 ພຶດສະພາ ນີ້, ຢູ່ນະຄອນຫລວງວຽງຈັນ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ​​​ໄດ້ເປີດເຜີຍໃນກອງປະຊຸມປຶກສາຫາລືຮອບດ້ານ ກ່ຽວກັບການພົວພັນ-​ຮ່ວມມືສອງຝ່າຍລະຫວ່າງ ສປປ ລາວແລະ ສ ອາເມລິກາ ຄັ້ງທີ 7 ວ່າ: ຜ່ານການປຶກສາຫາລືໃນຄັ້ງນີ້ ສອງຝ່າຍມີຄວາມເປັນເອກະພາບກັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນປັດຈຸບັນມີທ່ວງທ່າແລະ ບັນຍາກາດອັນດີ, ມີບາດກ້າວຂະຫຍາຍຕົວໃໝ່, ສະຫະລັດອາເມລິກາໄດ້ຢືນຢັນຈະສືບຕໍ່ສະໜັບສະໜຸນແລະໃຫ້ການຮ່ວມມືອັນດີກັບ ສປປ ລາວໃນອະນາຄົດແລະ ຈະປະກອບສ່ວນຢ່າງເໝາະສົມເຂົ້າໃນບັນດາໂຄງການຕ່າງໆ ທີ່ ສ ອາເມລິກາມີສ່ວນຮ່ວມກັບບັນດາປະເທດອາຊຽນແລະ ບັນດາປະເທດໃນພາກພື້ນອາຊີ-​ປາຊີຟິກ.

ກອງປະຊຸມປຶກສາຫາລືຮອບດ້ານ ກ່ຽວກັບການພົວພັນ-​ຮ່ວມມືສອງຝ່າຍດັ່ງກ່າວ,ໄດ້ຮ່ວມກັນສະຫລຸບຕີລາຄາຄືນການພົວພັນ​ – ຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາໂດຍສະເພາະກອງປະຊຸມຫາລືຮອບດ້ານ ລາວອາເມລິກາ ຄັ້ງທີ VI ທີ່ ວໍຊິງຕັນດີຊີໃນປີ 2015 ຜ່ານມາເຊິ່ງໄດ້ລົງເລິກ, ​ແລກປ່ຽນຄຳຄິດເຫັນເຊິ່ງກັນ​ ​ແລະ ກັນ ຢ່າງກວ້າງຂວາງກ່ຽວກັບບັນຫາຕ່າງໆ ທີ່ນອນຢູ່ໃນຂອບການຮ່ວມມືສອງຝ່າຍເຊັ່ນ: ວຽກງານການຊອກຄົ້ນຫາ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA), ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ການຮ່ວມມືດ້ານສາທາລະນະສຸກ, ​ສຶກສາແລະ ວັດທະນະທຳ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າການລົງທຶນ, ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ການເປັນປະທານອາຊຽນຂອງ ສປປ ລາວ, ບົດ ບາດຂອງອາເມລິກາ ໃນພາກພື້ນອາຊີປາຊິຟິກກໍຄື ໄດ້ປຶກສາຫາລືດ້ານການກະກຽມໃຫ້ແກ່ການເດີນ ທາງມາຢ້ຽມຢາມສປປ ລາວ ຄັ້ງປະຫວັດສາດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຂອງປະທາ ນາທິບໍດີສະຫະລັດອາເມລິກາ ໃນເດືອນກັນຍາ ທີ່ຈະເຖິງນີ້.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...