Homeນານາສາລະ7 ວິທີ​ປ້ອງ​ກັນ​ຟ້າ​ຜ່າ​ ທີ່ທ່ານຄວນຮູ້?

7 ວິທີ​ປ້ອງ​ກັນ​ຟ້າ​ຜ່າ​ ທີ່ທ່ານຄວນຮູ້?

Published on

ຊ່ວງນີ້ມີຝົນຕົກ,ຟ້າລົມ, ຟ້າຮ້ອງ, ຟ້າເຫຼື້ອມເປັນປະຈຳ ແລະ ອີກບໍ່ດົນກໍ່ຈະກ້າວເຂົ້າລະດູຝົນແລ້ວ ສະນັ້ນພວກເຮົາຈິ່ງມີວິທີປ້ອງກັນຕົວເອງຈາກຟ້າຜ່າມາຝາກ:

e_bchkmnpsu158

1. ຖ້າ​ຢູ່ໃນ​ບ່ອນ​ໂລ່ງ​ແຈ້ງ​ໃຫ້​ຊອກຫາບ່ອນລີ້ທີ່ປອດໄພເຊັ່ນ:​ ລົບເຂົ້າໄປໃນອາ​ຄານ​ຂະໜາດ​ໃຫຍ່​ ແຕ່​ຢ່າ​ຢູ່​ໃກ້​ຝາ​, ປະ​ຕູ,​ ປ່ອງຢ້ຽມ ຫລື​ ຄວນ​​ຢູ່ໃນລົດ​ທີ່​ປິດ​ປະ​ຕູ​ໄດ້ດີ ແຕ່​ຢ່າ​ສໍາຜັດ​ກັບ​ໂຕລົດ

2. ຖ້າຊອກ​ຫາ​ບ່ອນລີ້ບໍ່​ໄດ້​ໃຫ້​ກົ້ມລົງ ຫຼື ​ນັ່ງ​ຢ່ອງ​ຢໍ້ ໃຫ້​ໂຕ​ຢູ່​ຕ່ຳ​ທີ່ສຸດ​ ໂດຍ​ແນບ​ມື​ທັງ​ສອງ​ຂ້າງ​ຕິດ​ກັບ​ຫົວເຂົ່າ​ແລ້ວ​ຊຸກ​ຫົວ​ເຂົ້າໄປ​ລະຫວ່າງ​ຫົວເຂົ່າ​ ສ່ວນ​ຕີນ​ໃຫ້​ຕິດ​ກັນ​ ຫລື ເຮັດແນວໃດກໍ່ໄດ້ໃຫ້ຕີນສຳຜັດ​ກັບ​ພື້ນ​ໃຫ້​ນ້ອຍ​ທີ່ສຸດ​ ແຕ່​ຢ່າ​ນອນ​ໝູບ​ລົງກັບ​ພື້ນ​ເພາະ​ກະ​ແສ​ໄຟ​ຟ້າ​ອາດແລ່ນ​ມາ​ຕາມ​ພື້ນ​ໄດ້​

3. ຢ່າ​ຢືນ​ຢູ່​ກ້ອງ​ຕົ້ນ​ໄມ້​ສູງ ​ຫລື ​ບໍລິເວນ​ໃກ້​ຄຽງ​ກັບ​ຕົ້ນ​ໄມ້​ໃຫຍ່​ ສຳຄັນ​ຄືຢ່າ​ກັ້ງ​ຄັນຮົ່ມ​ເດັດຂາດໃນຂະນະຢູ່ກ້ອງຕົ້ນໄມ້

4. ຫຼີກ​ລ້ຽງ​ການ​ສໍາຜັດ​ກັບ​ໂລ​ຫະ​ທຸກ​ຊະນິດ​ເນື່ອງ​ຈາກໂລ​ຫະ​ເປັນ​ໂຕ​ນຳກະແສ​ໄຟ​ຟ້າ ​ແລະ ​ຢ່າ​ຢູ່​ໃກ້​ສາຍ​ໄຟ​

5. ຫຼີກ​ລ່ຽງ​ການ​ສໍາ​ຜັດ​ກັບ​ນ້ຳ​ເພາະ​ເປັນ​ໂຕນຳກະແສ​ໄຟ​ຟ້າ​ໄດ້ຄື​ກັນ​

6. ໃນ​ກໍລະນີ​ຢູ່ໃນ​ບ້ານ​ ຫລື​ ໃນ​ໂຕ​ອາ​ຄານ​ ຄວນ​ຖອດ​ອຸປະກອນ​ໄຟ​ຟ້າ​ອອກ​ໃຫ້​ໝົດ​ເພາະກະແສສາຍ​ຟ້າ​ອາ​ດຈະ​ຜ່າລົງເສົາ​ໄຟ​ຟ້າ ​ຫລື​ ສາຍ​ໄຟ​ຟ້າ​ເຮັດໃຫ້​ກະ​ແສ​ໄຟ​ດູດ​ເຄື່ອງ​ໃຊ້​ໄຟ​ຟ້າ​ ອາດ​ເຮັດໃຫ້​ເສຍ​ຫາຍ​ໄດ້​.

7. ໃນເວລາຝົນຕົກບໍ່ຄວນໃຊ້ໂທລະສັບ, ບໍ່ຄວນເບິ່ງໂທລະທັດ, ຟັງວິທະຍຸ, ໃຊ້ອິນເຕີເນັດ ເພາະທ່ານອາດຖືກຟ້າຜ່າ​ໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...