spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ຕອນ 9

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ຕອນ 9

Published on

ອ່ານຕໍ່ຈາກສະບັບກ່ອນ

ໃນຂະນະທີ່ຄິ້ມ ກັບ ນ້ອຍກຳລັງນັ່ງກິນເຂົ້ານຳກັນຢ່າງມີຄວາມສຸກ ສຽງໂທລະສັບຄິ້ມໄດ້ດັງຂຶ້ນ ເຊິ່ງເປັນເບີຂອງ ບີ້  ໂທ ເຂົ້າມາ ສຽງໂທລະສັບດັງ ແຕ່ຄິ້ມບໍ່ກ້າຮັບ ນ້ອຍເລີຍເຮັດໃຈດີບອກໃຫ້ຄິ້ມຮັບສາຍໂທລະສັບ

ນ້ອຍ: ຮັບສາຍແມັະ! ໃຜໂທມາກໍ່ຮັບສາຍໂລດ ບາງເທື່ອເຂົາມີວຽກດ່ວນ!

ຄິ້ມບໍ່ກ້າຮັບລາວເລີຍກົດວາງສາຍແລ້ວຕອບນ້ອຍໄປວ່າ: ມັນບໍ່ແມ່ນສາຍສຳຄັນດອກ! ໝູ່ຜູ້ນີ້ມັນມັກໂທມາຢືມເງິນ! ບໍ່ສຳຄັນດອກຢ່າສົນໃຈເລີຍ

ຫຼັງຈາກນັ້ນພວກເຂົາກໍ່ກິນເຂົ້າຕໍ່ ແລ້ວສຽງຂໍ້ຄວາມ, ສຽງໂທລະສັບກໍ່ດັງຂຶ້ນອີກ ຄິ້ມກໍ່ກົດວາງສາຍອີກ 2-3 ເທື່ອ ນ້ອຍແນມເບິ່ງໜ້າຄິ້ມ ລະບອກໃຫ້ຄິ້ມຮັບສາຍໂລດ ນ້ອຍບໍ່ວ່າຫຍັງ ຄິ້ມກໍ່ເລີຍຮັບສາຍຕາມທີ່ນ້ອຍບອກ

ຄິ້ມເວົ້າສຽງເສີຍໆ: ຮາໂຫຼ! ມີຫຍັງ

ບີ້: ຄິ້ມ… ບີ້ຂໍໂທດ…ຄິ້ມຍົກໂທດໃຫ້ບີ້ໄດ້ບໍ່ ນ໊າາາາາາາາາາາາາ

ຄິ້ມແນມເບິ່ງໜ້ານ້ອຍ ແລະ ຕອບໄປສຽງແຂງໆວ່າ: ແລ້ວຈິງລົມກັນເດີ້! ຕອນນີ້ສາຍຍັງບໍ່ຫວ່າງ ຄາວຽກຢູ່

ບີ້: ແຕ່ວ່າຂ້ອຍຢາກລົມກັບເຈົ້າຕອນນີ້

ຄິ້ມ: ຄາວຽກຢູ່ເດີ້! ບາດນັ້ນລະສິໂທກັບ ເມື່ອເວົ້າແລ້ວຄິ້ມກໍ່ຟ້າວວາງສາຍ ແລ້ວ ປິດເຄື່ອງໄວ້

ບີ້ຮູ້ສຶກເຈັບໃຈຫຼາຍທີ່ຄິ້ມວາງສາຍໃສ່ຕົນເອງ ແຖມຍັງປິດໂທລະສັບໃສ່ອີກ ແຕ່ ບີ້ກໍ່ບໍ່ຍອມແພ້ເດັດຂາດ ເພາະລາວກໍ່ຕ້ອງການເອົາຊະນະ ນ້ອຍ ເຊັ່ນດຽວກັນ.

ປະມານ 21:00ໂມງ ຄິ້ມໄດ້ໄປສົ່ງນ້ອຍທີ່ຫ້ອງ ຫຼັງຈາກນັ້ນລາວກໍ່ກັບມາທີ່ເຮືອນ ລາວໄດ້ເປີດໂທລະສັບ ບຶດໜຶ່ງກໍ່ມີສຽງໂທລະສັບດັງຂຶ້ນເຊິ່ງແມ່ນສາຍບີ້ໂທເຂົ້າມາ ບີ້ໄດ້ໂທເຂົ້າມາຊວນຄິ້ມອອກໄປຫຼິ້ນ ບາຣ ແຫ່ງໜຶ່ງແຖວທາດຫຼວງ ຄິ້ມກໍ່ບໍ່ລໍຊ້າຟ້າວປ່ຽນເຄື່ອງອອກໄປຫາບີ້ທັນທີ. ທີ່ ບາຣ ມື້ນີ້ເປັນວັນສຸກຄົນມາລິ້ນຫຼາຍເປັນພິເສດ ຄິ້ມໄດ້ຍ່າງໆເຂົ້າໄປທາງໃນຜ່ານວົງເຕັ້ນຜ່ານໂຕະເຫຼົ້າເຂົ້າໄປຫຼາຍໂຕະ ເຫັນບີ້ມາກັບເພື່ອສາວ 2-3 ແຕ່ລະຄົນແຕ່ງຕົວເຊັກຊີ້ຕາມ ສະໄຕລ໌ຂອງພວກເຂົາ ເຊິ່ງມັນກໍ່ແມ່ນສະໄຕລ໌ທີ່ຄິ້ມມັກ ບີ້ ແລະ ຄິ້ມໄດ້ປັບຄວາມເຂົ້າກັນ ພວກເຂົາພາກັນດື່ມຈົນເມົາ ແລະ ກອດຈູບເຟືອກັນທີ່ໂຕະຢ່າງດູດດື່ມ ຈົນຮອດເວລາປະມານ 24:30 ໂມງ ພວກເຂົາໄດ້ອອກຈາກ ບາຣ ຄິ້ມວ່າຈະໄປສົ່ງບີ້ທີ່ເຮືອນ ແຕ່ບີ້ພັດບໍ່ຢາກກັບ ບີ້ໄດ້ຊວນຄິ້ມໄປຕໍ່ ໄປລຳລຶກຄວາມຫຼັງ ຄິ້ມທົນຄຳຊັກຊວນຂອງບີ້ບໍ່ໄຫວກໍ່ເລີຍເຮັດຜິດຕໍ່ນ້ອຍອີກຕາມເຄີຍ ພວກເຂົາທັງສອງໄດ້່ໄປຈົບທີ່ບ້ານພັກແຫ່ງໜຶ່ງທັງຄືນພວກເຂົາໄດ້ຂຶ້ນສະຫວັນຊັ້ນດາວວະດຶງ ຈົນເຮັດໃຫ້ຄິ້ມລືມນ້ອຍໄປຈາກສະໝອງເລີຍ ແລະ ຫຼັງຈາກນັ້ນມາ ຄິ້ມກໍ່ໄປບ້ານພັກກັບບີ້ປະຈຳ ອາທິດລະ 2-3 ຄັ້ງ ໂດຍທີ່ນ້ອຍບໍ່ຮູ້ ເພາະຄິ້ມເຮັດຄືບໍ່ມີພິລຸດຫຍັງໃຫ້ເຫັນເລີຍ ຕອນນີ້ຖືວ່າບີ້ຖືໄພ້ແຕ້ມເໜືອນກ່ວານ້ອຍຫຼາຍ ເພາະນ້ອຍເຖິງຈະເຮັດດີກັບຄິ້ມພຽງໃດກໍ່ຕາມ ແຕ່ຂາດປັດໄຈເລື່ອງນັ້ນໄປກໍ່ເຮັດໃຫ້ຄະແນນຕົກໄດ້ ເພາະສິ່ງທີ່ນ້ອຍໃຫ້ຄິ້ມບໍ່ໄດ້ ແມ່ນສິ່ງທີ່ສຳຄັນກັບຜູ້ຊາຍຫຼາຍ ແລະ ນານວັນນ້ອຍກໍ່ສຳພັດເຖິງອາການທີ່ປ່ຽນໄປຈາກຄິ້ມໄດ້ ເພາະ ຖ້າບີ້ໂທເຂົ້າມາຍາມໃດ ຄິ້ມຕ້ອງຟ້າວຄອບອອກໄປທັນທີ ນ້ອຍສຳພັດເຖິງສັນຍານທີ່ບໍ່ດີ ນ້ອຍເລີຍເຮັດຕາມຂໍ້ມູນຕາມຕຳລາທີ່ແນະນຳວ່າ: ຜູ້ຊາຍເຈົ້າຊູ້ມັກຈະເປັນຄົນຫວງແຟນ ນ້ອຍເລີຍສ້າງສະຖານະການຂຶ້ນເພື່ອທົດສອບວ່າຄິ້ມຈະຫຶງຫວງລາວຫຼືບໍ່!

ຄືນວັນໜຶ່ງຄິ້ມໄດ້ໄປວັນເກີດໝູ່ຂອງບີ້ແຖວບ້ານທົ່ງຂັນຄຳ ນ້ອຍກໍ່ໄດ້ຊວນເປິ້ນ ແລະ ຄຳແສງອອກໄປທ່ຽວ ທີ່ ບາຣ ແຖວທາດຫຼວງ ຄືນນີ້ນ້ອຍການແຕ່ງຕົວຈັດເຕັມນ້ອຍບໍ່ໄດ້ມາຫຼິ້ນໆ ລາວໄດ້ສະແດງຕົວຕົນທີ່ແທ້ຈິງຕອນສະໄໝເປັນສາວ ເຊິ່ງກໍ່ມີໜຸ່ມໆມາຫຸ້ມຂາຍຂະໜົມຈີບເປັນຈຳນວນຫຼາຍ ແລະ ນ້ອຍໄດ້ໃຊ້ຈັງຫວະທີ່ຕົນໄປຫ້ອງນ້ຳໂທຫາຄິ້ມ

ທີ່ວັນເກີດເຮືອນໝູ່ບີ້ໃນຂະນະທີ່ພວກເຂົາກຳລັງກິນຊຸມກັນທີ່ໂຕະ ສຽງໂທລະສັບຄິ້ມໄດ້ສັ່ນໃນຖົງໂສ້ງ ຄິ້ມໄດ້ລຸກອອກຈາກໂຕະຍ່າງໄປຮັບສາຍຫ່າງຈາກເຄື່ອງສຽງ ບີ້ກໍ່ແນມຕາມບີ້ວ່າຈະລຸກນຳຫຼັງຄິ້ມໄປແຕ່ໝູ່ຢູ່ໂຕະພັດດຶງລາວໄວ້ ບີ່ໄດ້ແນມຕາມຫຼັງຄິ້ມ ຄິ້ມຍ່າງໄປທີ່ແຄມຮົ້ວເຫັນເປັນເບີນ້ອຍລາວກໍ່ຟ້າວຮັບສາຍທັນທີ

ຄິ້ມ: ຮາໂຫຼນ້ອຍ!

ນ້ອຍຕອບໄປດ້ວຍສຽງເໝືອນຄົນເມົາ: ຮາໂຫຼຄິ້ມ! ເຈົ້າຢູ່ໃສບໍ່ອອກມາຫາຂ້ອຍຫວາ

ຄິ້ມໄດ້ຍິນສຽງຟົດນັນ ຈັກສຽງຜູ້ຍິງຜູ້ຊາຍ ຈັກສຽງເພງ ລາວເລີ່ມຫງຸດງິດ ສົງໃສ ແລ້ວຖາມນ້ອຍໄປດ້ວຍນ້ຳສຽງສັ່ນໆ: ເຈົ້າຢູ່ໃສນ້ອຍ! ຄືແຊວແທ໋ະ

ນ້ອຍ: ຂ້ອຍມາທ່ຽວ ຢູ່ ບາຣ໌ ແຖວບ້ານເຈົ້ານິລ່ະ

ຄິ້ມໄດ້ຍິນນ້ອຍເວົ້າແນວນັ້ນຮູ້ສຶກກະວົນກະວາຍ: ເຈົ້າໄປກັບໃຜ! ເຈົ້າດື່ມຫວະນິ ຟັງສຽງຄືຄົນເມົາແທະ! ຟ້າວກັບເມືອເຮືອນແມ໋ະ!

ນ້ອຍ: ນ້ອຍມາກັບເປິ້ນ! ກັບ ຄຳແສງ ມ່ວນໆ ຜູ້ບ່າວກໍ່ຫຼາຍໆ ເຈົ້າຢູ່ໃສຄິ້ມ! ຟ້າວມາຫາຂ້ອຍເດີ້ ເມື່ອເວົ້າແລ້ວນ້ອຍກໍ່ຟ້າວວາງສາຍ ແລະ ເມື່ອຄິ້ມໂທກັບນ້ອຍກໍ່ທຳທ່າບໍ່ຮັບສາຍ

ເມື່ອໄດ້ຍິນວ່າມີຜູ້ຊາຍຫຼາຍ ແລະ ໂທກັບນ້ອຍກໍ່ບໍ່ຮັບສາຍເທົ່ານັ້ນແຫຼະຄິ້ມແຮງໃຈຮ້ອນຂຶ້ນວຶດໆ ດ້ວຍຄວາມຫຶງຫວງ ລາວຍ່າງກັບໄປນັ່ງທີ່ໂຕະດ້ວຍສີໜ້າອາລົມເສຍ ໃຜຖາມກະບໍ່ຢາກຕອບ ໃຜເວົ້າຢອກກໍ່ບໍ່ຢອກຄືນ ລາວນັ່ງກິນບໍ່ມີຄວາມສຸກ ບຶດໜຶ່ງຄິ້ມກໍ່ຍ່າງອອກໄປໂທລະສັບຫານ້ອຍ ແຕ່ນ້ອຍບໍ່ຮັບສາຍ ແລະ ລາວໄດ້ໂທຫາຄຳແສງກໍ່ໄດ້ຍິນສຽງພວກເຂົາທັງຮ້ອງໂຮດ້ວຍຄວາມມ່ວນຊື່ນ ຄຳແສງມີແຕ່ຊວນໃຫ້ຄິ້ມມາຫາ ມັນຍິ່ງເຮັດໃຫ້ໃຈລາວກະວົນກະວາຍແບບບໍ່ເຄີຍເປັນມາກ່ອນ ຄິ້ມຢາກມາຫານ້ອຍແຕ່ກໍ່ເກງໃຈບີ້ ລາວເລີຍກັບມານັ້ງທີ່ໂຕະຄືເກົ່າ ບຶດໜຶ່ງລະອອກໄປຄືເກົ່າຫຼາຍຮອບຈົນບີ້ເລີ່ມທົນບໍ່ໄຫວ ລາວເລີຍຖາມຄິ້ມ:

ບີ້: ຄິ້ມເຈົ້າເປັນຫຍັງຄືຫົນຫວຍແທະ ນັ່ງດີໆບໍ່ເປັນຫວະ

ໝູ່ບີ້: ເອີ້! ແມ່ນລະພໍ່ສ່ຽວເຈົ້າເປັນຫຍັງ ຫຼື ວ່າຄິດຮອດເມຍນ້ອຍ

ບີ້ໄດ້ເຮັດໜ້າບູດຕາຂຽວໃສ່ຄິ້ມ ແຕ່ຄິ້ມກໍ່ຕອບພວກເຂົາວ່າບໍ່ມີຫຍັງທັງທີ່ໃຈຮ້ອນຮົນເໝືອນໄຟຊຸມ ຕົວນັ່ງຂ້າງບີ້ ແຕ່ໃຈຕອນນີ້ຄິດແຕ່ເລື່ອງນ້ອຍ ຄິດຈິດຕະນາການຕ່າງໆນາໆ ຄິດວ່າຕອນນີ້ນ້ອຍຄົງຈະເຕັ້ນກັບຜູ້ບ່າວຢູ່ຈົນລືມຕົນເອງແນ່ນອນເພາະໂທຫານ້ອຍກໍ່ບໍ່ຮັບສາຍ ຄິ້ມທົນບໍ່ໄຫວລາວເລີຍຂໍກັບເມືອກ່ອນແຕ່ບີ້ ແລະ ໝູ່ຂອງບີ້ບໍ່ຍອມໃຫ້ກັບ ຄິ້ມນັ່ງໄປຕື່ມອີກ 5 ນາທີ ລາວເລີຍຫາແຜນຄອບອອກໄປອີກຄັ້ງແຕ່ກໍ່ບໍ່ໄດ້ຜົນ ລາວພະຍາຍາມຊວນບີ້ເມືອແຕ່ບີ້ກັບບໍ່ເມືອ ເພາະບີ້ຮູ້ແລ້ວວ່າຄິ້ມຟ້າວກັບເມືອຫານ້ອຍ ສ່ວນນ້ອຍທີ່ຢູ່ໃນ ບາຣ໌ ກໍ່ເຝົ້າລຸ້ນໃນໃຈວ່າຄິ້ມຈະມາຫາລາວບໍ່ ເຖິງລາວຈະລົມກັບຊາຍຄົນໃດ ແຕ່ລາວກໍ່ບໍ່ມີຄວາມສຸກເລີຍ ລາວຖືວ່າຄືນນີ້ຜູ້ຊາຍທີ່ລາວນັ່ງລົມນຳແມ່ນລົມແກ້ເຊັງຊື່ໆ ທາງດ້ານຄິ້ມກັບບີ້ ຄິ້ມໄດ້ເຈລະຈາກັບນ້ອຍທີ່ແຄມຮົ້ວ ໂດຍທີ່ຄິ້ມໄດ້ຢື່ນຄຳສະເໜີໃຫ້ບີ້ວ່າ: ຖ້າບີ້ຍອມເມືອຕອນນີ້ ມື້ອື່ນລາວຈະພາໄປຫຼິ້ນທີ່ໜອງຄາຍ ໄປເລາະຊື້ເຄື່ອງ ເຊິ່ງມັນເປັນສິ່ງທີ່ບີ້ມັກຫຼາຍ ບີ້ກໍ່ເລີຍຍອມກັບເມືອເຮືອນ ຫຼັງຈາກຄິ້ມໄປສົ່ງບີ້ທີ່ເຮືອນແລ້ວລາວກໍ່ບໍ່ຊັກຊ້າ ຟ້າວຂັບລົດໄປຫານ້ອຍທີ່ ບາຣ໌ ທັນທີ ຮອດ ບາຣ໌ ຄິ້ມໄດ້ຍ່າງຊອກຫາພວກນ້ອຍ ແລະ ໝູ່ ພໍດີໄປເຫັນສາກທີ່ນ້ອຍກຳລັງເຕັ້ນກັບຜູ້ຊາຍ ໃຈຄິ້ມສັ່ນທົດໆ ແລະ ຍັງເຫັນພາບທີ່ຊາຍຄົນນັ້ນກຳລັງຈະຫອມແກ້ມນ້ອຍອີກ ດ້ວຍຄວາມເມົາມາແຕ່ວັນເກີດແນ່ແລ້ວ ລາວຟ້າວລຸຍໜ້າເຂົ້າໄປຊຸກຊາຍຄົນນັ້ນອອກຈາກນ້ອຍ ແລ້ວໂດດເຂົ້າໄປຕີປາກຊາຍຄົນນັ້ນທັນທີ ຊາຍຄົນນັ້ນກໍ່ລຸກຂຶ້ນມາຕີປາກຄິ້ມຄືນ ທັງສອງໄດ້ຊົກຕ່ອຍກັນ ນ້ອຍ ແລະ ຄຳແສງໄດ້ມາຫ້າມ ໃນ ບາຣ໌ ເກີດຄວາມວຸ້ນວາຍ ຜູ້ຄົນແຕກຕື່ນແລ້ວໃນທີ່ສຸດນັກເລງຄຸມ ບາຣ 3-4 ຄົນ ກໍ່ພາກັນຍ່າງເຂົ້າມາ ຫ້າມ ພວກເຂົາມີອາວຸດຄົບມື ຖ້າສອງຄົນນີ້ບໍ່ເຊົາຕີກັນ ແລະ ບໍ່ຟ້າວອອກໄປ ມີຫວັງເຈັບຕົວໜັກແນ່ນອນ ເມື່ອເຫັນເປັນແບບນັ້ນ ທາງນ້ອຍກັບໝູ່ກໍ່ຟ້າວເອົາຄິ້ມອອກໄປ ຄິ້ມໄດ້ກອດແອວນ້ອຍເຂົ້າມາຊິດກັບຕົວ ແລ້ວເວົ້າພ້ອມກັບເອົາມືຊີ້ໜ້າຊາຍຄົນນັ້ນວ່າ “ຜູ້ຍິງຄົນນີ້ແມ່ນຂອງກູ ມຶງ ຫຼື ໃຜກໍ່ບໍ່ມີສິດມາຫຍຸ້ງ” ແລ້ວກໍ່ພານ້ອຍອອກໄປ ນ້ອຍກໍ່ຍ່າງອອກໄປກັບຄິ້ມແລ້ວຫັນມາເບິ່ງໜ້າຊາຍຄົນນັ້ນດ້ວຍຄວາມສົງສານ ໃນໃຈນ້ອຍເຕັ້ນຕຶກໆ ດ້ວຍຄວາມຕົກໃຈ ສ່ວນຄຳແສງ ແລະ ເປິ້ນແມ່ນພາກັນໄປຈ່າຍຄ່າເສຍຫາຍທັງໝົດ.

ເລື່ອງລາວເລີ່ມມ່ວນຂຶ້ນເລື່ອຍໆ ແຕ່ຈະເປັນແນວໃດນັ້ນຕ້ອງຕິດຕາມຕອນຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

 

 

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)