Homeຂ່າວພາຍ​ໃນສະພາບການສັນຈອນຢູ່ຖະຫນົນ ນະຄອນຫຼວງວຽງຈັນ ໃນຍາມເຊົ້າ(8:20-8:50ໂມງ)

ສະພາບການສັນຈອນຢູ່ຖະຫນົນ ນະຄອນຫຼວງວຽງຈັນ ໃນຍາມເຊົ້າ(8:20-8:50ໂມງ)

Published on

ອີງຕາມສະຖິຕິຈາກ ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໃນແຕ່ລະປີມີຈຳນວນພາຫະນະເພີ່ມຂຶ້ນເລື້ອຍໆ ເຊິ່ງໃນປີ 2014 ທົ່ວປະເທດມີຈຳນວນລົດທັງໝົດ 1,577,184 ຄັນ, ຮອດປີ 2015 ມີທັງໝົດ 1,717,504 ຄັນ(ບໍ່ລວມລົດພາກລັດ ແລະ ອົງການທີ່ສຳຄັນອື່ນໆ) ທີ່ມີຈຳນວນເພີ່ມຂຶ້ນເຊັ່ນດຽວກັນ .
ໃນນັ້ນຫຼາຍກວ່າໝູ່ຢູ່ນະຄອນຫຼວງວຽງຈັນ ມີ 721,882 ຄັນ ຮອງມາແມ່ນແຂວງສະຫວັນນະເຂດ ມີ 273,279 ຄັນ, ຈຳປາສັກ ມີ 145,289 ຄັນ, ຫຼວງພະບາງ 96,496 ຄັນ.
ຂ່າວຈາກ: ຫນັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...