spot_img
HomeBaby-ແມ່ແລະເດັກລູກອາດອັນຕະລາຍເຖິງຊີວິດ ຫາກຕິດຕັ້ງ car seat ຜິດວິທີ

ລູກອາດອັນຕະລາຍເຖິງຊີວິດ ຫາກຕິດຕັ້ງ car seat ຜິດວິທີ

Published on

ການຕິດຕັ້ງ car seat ເບິ່ງຄືງ່າຍ ແລະ ທ່ານເອງກໍ່ສາມາດຕິດຕັ້ງໄດ້ ແຕ່ພໍ່ແມ່ຫຼາຍທ່ານອາດຍັງບໍ່ເຂົ້າໃຈກ່ຽວກັບທິດທາງທີ່ຖືກຕ້ອງໃນການຕິດຕັ້ງ ເຊິ່ງມັນມີຄວາມສຳຄັນແບບໃດນັ້ນເຮົາມາຮູ້ກັນເລີຍ

ນັ່ງ car seat ແບບຫັນໜ້າອອກໄປທາງຫົວລົດມີຄວາມສ່ຽງແນວໃດ?

623

ຈະເກີດຫຍັງຂຶ້ນກັບລູກນ້ອຍເມື່ອເວລາເກີດອຸບັດຕິເຫດລົດຕຳກັນ ເຖິງແມ່ນວ່າປ້ອງກັນດີທີ່ສຸດແລ້ວກໍ່ຕາມ ແຕ່ກໍ່ອາດເຮັດໃຫ້ລູກນ້ອຍເສຍຊີວິດໄດ້ ເນືອງຈາກເມື່ອລົດຕຳກັນທີ່ດ້ານໜ້າ ບ່າໄຫລ່, ຄໍ ແລະ ຫົວຂອງລູກ ຈະພຸ້ງໜ້າໃນຂະນະທີ່ຕົວລູກຖືກຮັດໄວ້ດ້ວຍສາຍຮັດ car seat ແຮງກະທົບອາດເຮັດໃຫ້ໂຄງຮ່າງກະດູກເຄື່ອນໄດ້ ອາດເຮັດໃຫ້ເດັກເປັນອຳມະພາດ, ຄໍຫັກ ແລະ ເສຍຊີວິດໄດ້

ເປັນຫຍັງຕ້ອງນັ່ງ car seat ຫັນຫຼັງໃສ່ຄົນຂັບລົດ?

6322

ຫາກລູກນ້ອຍນັ່ງ car seat ແບບຫັນຫຼັງ ແຮງກະທົບຈະຖືກກະຈາຍອອກ ເຮັດໃຫ້ຫົວ, ຄໍ ແລະ ຫຼັງໄດ້ຮັບຄວາມກະທົບໜ້ອຍລົງ ເຊິ່ງຈະຊ່ວຍຫລຸດໂອກາດທີ່ລູກຈະໄດ້ຮັບບາດເຈັບສູງເຖິງ 90%

ດັ່ງນັ້ນ ພໍ່ແມ່ຄວນໃຫ້ລູກນັ່ງ car seat ແບບຫັນຫຼັງໃຫ້ດົນທີ່ສຸດ ຫຼື ຈົນກ່ວາອາຍຸຈະຮອດ 2 ປີ ຕາມຄຳແນະນຳຂອງສະມາຄົມແພດເດັກນ້ອຍສະຫະລັດອາເມລິກາ ນອກຈາກນີ້ໃນບາງປະເທດຍັງແນະນຳໃຫ້ນັ່ງເຖິງ 4 ປີອີກດ້ວຍ

ເພື່ອເຮັດໃຫ້ທ່ານໄດ້ເຫັນພາບຊັດເຈນຂຶ້ນເຮົາມີວິດີໂອມາໃຫ້ເບິ່ງ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...