spot_img
Homeຂ່າວການພັດທະນາເລີ່ມລົງມື້ກໍ່ສ້າງເສັ້ນທາງ ຈີ່ນາຍໂມ້-ບ້ານຊາຍຟອງ

ເລີ່ມລົງມື້ກໍ່ສ້າງເສັ້ນທາງ ຈີ່ນາຍໂມ້-ບ້ານຊາຍຟອງ

Published on

ເລີ່ມລົງມືກໍ່ສ້າງ ເສັ້ນທາງຈີ່ນາຍໂມ້ – ບ້ານຊາຍຟອງ ນະຄອນຫຼວງວຽງຈັນ ຍາວ 14 ກິໂລແມັດ ໃຫ້ເປັນເສັ້ນທາງເບຕົງເສີມເຫລັກ ໂດຍຈະໃຊ້ເວລາກໍ່ສ້າງໃຫ້ສຳເລັດພາຍໃນ 24 ເດືອນ, ຂະນະທີ່ປະຊາຊົນ ສຸດທີ່ດີໃຈ ຫລັງຈາກລໍຄອຍມາດົນ.

8777

ທ່ານ ຄູນສົມບັດ ເຟື້ອຍມະນີວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ຈີ່ນາຍໂມ້ (ເມືອງສີສັດຕະນາກ) – ບ້ານຊາຍຟອງ (ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກແຕ່ 3 ແຍກຈີ່ນາຍໂມ້-ບໍ່ໂອ ຫາ 3ແຍກບ້ານທ່າແຂກ-ຊາຍຟອງ ເຊິ່ງມີພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດຫາຍຫານການທຸລະກິດ ຈຳກັດ ເປັນຜູ້ຮັບ ເໝົາໃນມູນຄ່າຂອງການກໍ່ສ້າງ 50.4ລ້ານ ໂດລາສະຫະລັດ ຫຼື ປະມານ 403 ຕື້ກີບ ໄດ້ເລີ່ມລົງມືກໍ່ສ້າງ ໂດຍກຳນົດການກໍ່ສ້າງໃຫ້ສຳເລັດພາຍໃນ 24 ເດືອນ.

ໍເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດປະມານ 14 ກິໂລແມັດ ປູດ້ວຍເບຕົງເສີມເຫຼັກດ້ວຍຄວາມໜາປະມານ 23 ຊັງຕີແມັດ ຄວາມກວ້າງຂອງໜ້າທາງ 15 ແມັດ, ທາງຄົນຍ່າງເບື້ອງລະ 1.5 ແມັດ

 

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...