Homeຂ່າວພາຍ​ໃນລັດຖະບານອະນຸມັດງົບ 20 ຕື້ກີບຕ້ານໄພແລ້ງພ້ອມເປີດຂະບວນຜະລິດລະດູຝົນ15 ພຶດສະພານີ້

ລັດຖະບານອະນຸມັດງົບ 20 ຕື້ກີບຕ້ານໄພແລ້ງພ້ອມເປີດຂະບວນຜະລິດລະດູຝົນ15 ພຶດສະພານີ້

Published on

ລັດຖະບານລາວຕັ້ງເປົ້າຈະຜະລິດເຂົ້າກິນໃຫ້ໄດ້ 3.455.500 ໂຕນພາຍໃນປີ 2016 ທ່າມກາງສະພາບການປ່ຽນແປງດິນຟ້າອາກາດທີ່ບໍ່ແນ່ນອນອາດສົ່ງຜົນກະທົບໃຫ້ແກ່ຂະແໜງການຜະລິດກະສິກໍາເພື່ອສະໜອງພາຍໃນ ແລະ ສົ່ງອອກ.

ທ່ານ ອໍາໄພ ພັນນຸລັກ ຫົວໜ້າພະແນກຄຸ້ມຄອງ-ນໍາໃຊ້ຊົນລະປະທານ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ສໍາພາດນັກສໍານັກຂ່າວສານປະເທດລາວໃນວັນທີ 5 ພຶດສະພາ 2016 ນີ້ວ່າ: ພວກເຮົາກໍມີຄວາມເປັນຫ່ວງຫລາຍທີ່ສຸດໃນກໍລະນີຝົນຕົກບໍ່ສະໜໍ່າສະເໜີ ແລະ ຂາດວັກຂາດຕອນໃນການຜະລິດເຂົ້າລະດູນາປີ ແລະ ຜະລິດພືດປະຈໍາລະດູການ ສະນັ້ນເພື່ອຮັບປະກັນບໍ່ໃຫ້ຜູ້ຜະຜິດ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮັບຜົນກະທົບ ເມື່ອບັນຫາດັ່ງກ່າວເກີດຂຶ້ນແລ້ວ ພວກເຮົາໄດ້ມີມາດຕະການດັ່ງນີ້ ປັດຈຸບັນລັດຖະບານໄດ້ອະນຸມັດເງິນ 20 ຕື້ກີບເຂົ້າໃນການຈັດຕັ້ງປະຕິບັດ 160 ໂຄງການປັບປຸງ,ສ້ອມແປງ ແລະ ຂະຫຍາຍຊົນລະປະທານພາຍໃນປີ 2016 ໃນນັ້ນພວກເຮົາໄດ້ສ້ອມແປງ, ປ່ຽນຖ່າຍຈັກດູດນໍ້າເກົ່າ ແລະ ຂະຫຍາຍຊົນລະປະທານບາງຈຸດເພີ່ມຕື່ມສໍາເລັດເປັນສ່ວນໃຫຍ່ ນອກຈາກນັ້ນ ພວກເຮົາຍັງໄດ້ຈັດຊື້ຈັກດູດນໍ້າຫລາຍກວ່າ 170 ເຄື່ອງເພື່ອຊ່ວຍເຫລືອໃຫ້ໜ່ວຍງານກ່ຽວຂ້ອງໃນບັນດາແຂວງພາກໃຕ້ ແລະ ແຂວງພາກເໜືອຈໍານວນໜຶ່ງ, ໄດ້ແຈກຢາຍລົດດູດນໍ້າຈໍານວນ 7 ຄັນທີ່ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອ ແລະ ຄາດວ່າພວກເຮົາຈະສາມາດຮອງບັນຫາດັ່ງກ່າວໄດ້ທັນເວລາ.

ທ່ານ ອໍາໄພຍັງຊີ້ແຈງວ່າ: ສະພາບການປ່ຽນແປງດິນຟ້າອາກາດມີທ່າອ່ຽງເພີ່ມທະວີຂຶ້ນເລື້ອຍໆ ຍົກຕົວຢ່າງນໍ້າໝອກຂຸ້ນຕົກຢູ່ບັນດາແຂວງພາກເໜືອເຮັດໃຫ້ການປູກພືດຜັກລະດູແລ້ງ ແລະ ລ້ຽງປາຕາຍຈໍານວນຫລາຍ ເຊິ່ງໄດ້ສ້າງຜົນກະທົບຕໍ່ການສ້າງລາຍຮັບຂອງພໍ່ແມ່ປະຊາຊົນ ນອກຈາກນັ້ນ ບັນດາແຂວງພາກໃຕ້ກໍເກີດມີສະພາບໄພແຫ້ງແລ້ງເຮັດໃຫ້ການສະໜອງນໍ້າບໍ່ພຽງພໍ ແລະ ໄດ້ສົ່ງຜົນກະທົບເຊັ່ນດຽວກັນ.

ແນວໃດກໍດີ ລັດຖະບານອອກແຈ້ງເຖິງພໍ່ແມ່ປະຊາຊົນ ແລະ ກະສິກອນໃຫ້ໃຈໃສ່ຮີບຮ້ອນກະກຽມເຂົ້າການຜະລິດລະດູຝົນ 2016 ໃຫ້ທັນກັບວັນເປີດຂະບວນການຜະລິດລະດູຝົນ ໃນຂອບເຂດທົ່ວປະເທດຄື: ວັນທີ 15 ພຶດສະພາ 2016 ໃນນັ້ນ ພະນັກງານການນໍາ ແລະ ນັກວິຊາການຕ້ອງນໍາພາຊາວກະສີກອນຕົກກ້າ ແລະ ປັກດໍາ ເຂົ້ານາປີ ຢ່າງຊ້າໃຫ້ສໍາເລັດພາຍໃນອາທິດທີ 3 ຂອງເດືອນສິງຫາ 2016 ພ້ອມຕ້ອງສູ້ຊົນບັນລຸຜົນຜະລິດໃຫ້ໄດ້ 3.455.500 ໂຕນ, ໃນເນື້ອທີ່ 787,000 ເຮັກຕາ ດ້ວຍສະມັດຕະພາບ 4,24 ໂຕນ/ເຮັກຕາ ແລະ ຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສີກອນປູກພືດຜັກ ເພື່ອຕອບສະໜອງການບໍລິໂພກ ໃຫ້ແກ່ສັງຄົມໄດ້ຢ່າງພຽງພໍ.

ພາບ-ຂ່າວ: ເກີດຂວັນໃຈ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...