spot_img
Homeຂ່າວພາຍ​ໃນລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017

ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017

Published on

ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017
——————————————————
ບັນຫາເງິນທີ່ຈະເພີ່ມຈຳນວນ 760.000 ກີບ ທີ່ຖືກຕັດອອກຜ່ານມານັ້ນ ແລະ ບັນຫາເງິນເດືອນທີ່ຊັກຊ້າຖືເປັນອີກໜຶ່ງບັນຫາ ທີ່ສັງຄົມໃຫ້ ຄວາມສົນໃຈຕະຫລອດມາ ແລະ ກໍໄດ້ມີການສະເໜີ ໃຫ້ຂັ້ນເທິງຕິດຕາມກວດກາເບິ່ງ ຫາວິທີແກ້ໄຂ, ໂດຍການໂທລະສັບເຂົ້າຫາ ສາຍດ່ວນຂອງ ສະພາແຫ່ງຊາດ ຂອງພະນັກງານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ທ່ານ ສີລາ ວຽງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ໄດ້ຊີ້ແຈງບັນຫາທີ່ກ່າວມານັ້ນ ເມື່ອບໍ່ດົນນີ້ວ່າ: ສຳລັບນະໂຍບາຍການເພີ່ມເງິນ ເດືອນ-ເງິນອຸດໜູນ ຕາມດຳລັດ 24/ນຍ ແມ່ນໄດ້ຢຸດຕິການຈັດຕັ້ງປະຕິບັດແລ້ວ, ເຊິ່ງທິດທາງເພີ່ມເງິນເດືອນ-ເງິນອຸດໜູນ ໃນຕໍ່ໜ້າ ກະຊວງການເງິນ ຈະສົມທົບກັບກະຊວງພາຍໃນ ເພື່ອປະຕິຮູບລະບົບເງິນເດືອນ-ເງິນອຸດໜູນ ພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບ ຄວາມເປັນຈິງຫລາຍຂຶ້ນ ໂດຍຈະມີການກຳໜົດ ການເພີ່ມເປັນລະບົບຢ່າງເໝາະສົມ ແລະ ຕໍ່ເນື່ອງ, ຄາດວ່າ ຈະສາມາດເລີ່ມປະຕິບັດໄດ້ ໃນສົກງົບປະມານ ປີ 2016 -2017 ເປັນຕົ້ນໄປ.

ທ່ານ ສີລາ ວຽງແກ້ວ ກ່າວຕື່ມວ່າ: ຄວາມຈິງແລ້ວ ແຕ່ສົກປີ 2013-2014 ແລະ ສົກປີ 2014-2015 ກະຊວງການເງິນ ໄດ້ມີການຄົ້ນຄວ້າປັບປຸງກົນໄກ ການເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມວ່ອງໄວຂຶ້ນ ດັ່ງທີ່ໄດ້ສະເໜີຕໍ່ ກອງປະຊຸມ ສະພາແຫ່ງຊາດ ເພື່ອເຮັດແນວໃດໃຫ້ການເບີກຈ່າຍເງິນເດືອນ ໃນຂອບເຂດທົ່ວປະເທດໄດ້ເປັນປົກກະຕິ ເຊິ່ງເຫັນວ່າ ສ່ວນໃຫຍ່ແມ່ນສາມາດ ເບີກຈ່າຍໄດ້ທັນເວລາ.

ກໍລະນີການເບີກຈ່າຍເງິນເດືອນ ຂອງບາງທ້ອງຖິ່ນ ຍັງມີສະພາບຊັກຊ້ານັ້ນ ແມ່ນເປັນຍ້ອນບັນຫາການກວດຜ່ານຫລາຍ ຂອດຂັ້ນເອກະສານ ໂດຍສະເພາະການກວດຜ່ານບັນຊີ ຈຳນວນພົນລັດຖະກອນ ເຊິ່ງກະຊວງການເງິນ ຈະຕ້ອງໄດ້ເຮັດວຽກຮ່ວມກັບ ຂະແໜງພາຍໃນ ຄົ້ນຄວ້າວິທີການເພື່ອຫລຸດຂັ້ນຕອນ ການຢັ້ງຢືນເອກະສານ ແລະ ເຊັ່ນດຽວກັນກັບ ບາງທ້ອງຖິ່ນ ກໍບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນການ ເຮັດໃຫ້ບໍ່ສາມາດເບີກຈ່າຍເງິນເດືອນໄດ້ທັນເວລາ, ຜ່ານມາກະຊວງການເງິນ ໄດ້ເຊື້ອເຊີນບັນດາທ້ອງຖິ່ນເພື່ອປຶກສາຫາລື ແລະ ຊຸກຍູ້ໃຫ້ທ້ອງຖິ່ນສຸມໃສ່ ການເບີກຈ່າຍເງິນເດືອນ-ເງິນອຸດໜູນ ໃຫ້ເປັນ ບູລິມະສິດອັນດັບໜຶ່ງ ຖ້າສົມທຽບໃສ່ຊຸມປີຜ່ານມາ ແມ່ນເຫັນວ່າມີ ທ່າອ່ຽງດີຂຶ້ນກວ່າເກົ່າ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...