spot_img
Homeຂ່າວເຫດການມອບ-ຮັບ ໜ້າທີ່ ປະທານກໍາມາທິການຂອງ ສະພາແຫ່ງຊາດ ຫລາຍຕໍາແໜ່ງ!

ມອບ-ຮັບ ໜ້າທີ່ ປະທານກໍາມາທິການຂອງ ສະພາແຫ່ງຊາດ ຫລາຍຕໍາແໜ່ງ!

Published on

ຂປລ. ​ວັນທີ 4 ພຶດສະພາ ນີ້ ຢູ່ສະພາແຫ່ງຊາດ ໄດ້ຈັດພິທີ ມອບຮັບ ໜ້າທີ່ປະທານ ກໍາມາທິການ ຂອງສະພາແຫ່ງຊາດ ຫລາຍຕໍາແໜ່ ລະຫວ່າງ ທ່ານ ພົນຈັດຕະວາ ວິໄລ ດວງມະນີ ປະທານກໍາມາທິການ ປກຊປກສ ຜູ້ເກົ່າແລະ ທ່ານ ພົນຈັດຕະວາ ຄໍາສຸກ ອີນທະວົງ ປະທານກໍາມາທິການປກຊປກສ ຜູ້ໃໝ່, ທ່ານ ຄໍາຊາວໄກຊົງ ອະດີດຮັກສາການ ປະທານກໍາມາທິການ ບັນດາເຜົ່າ ຜູ້ເກົ່າແລະ ທ່ານນາງ ບົວພັນ ລິໄກຢາ ປະທານກໍາມາທິການ ບັນດາເຜົ່າຜູ້​ໃໝ່ ​ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ພົນໂທແສງນວນໄຊຍະລາດເລຂາທິການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງກົມແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພົນໂທແສງນວນໄຊຍະລາດໄດ້ໃຫ້ກຽດໂອ້ລົມ, ໄດ້​ສະ​ແດງ​ຄວາມ​ຍ້ອງ ຍໍ​ ຊົມ​ເຊີຍຕໍ່ຜົນງານ ​ທີ່​ບັນດາ​ ກໍາມາ​ທິການ ສາມາດ​ຍາດ​ມາ​ໄດ້​ ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ​ເພື່ອ​ເປັນ​ການ​ສືບ ຕໍ່​ເສີມ​ຂະຫຍາຍຊີ້​ນໍາ​ ນໍາພາ​ວຽກງານ​ຂອງກໍາມາ​ທິການ ​ໃຫ້​ມີຜົນສຳ​ເລັດ​ອັນ​ໃໝ່​ ໃຫຍ່ຫລວງກວ່າ​ເກົ່າ​ນັ້ນ  ຕ້ອງສືບຕໍ່ ​ເອົາ​ໃຈ​ໃສ່​ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ໃນ​ກໍາມາ​ທິການ ​ໃຫ້​ມີ​ຄວາມ​ກະທັດ​ລັດ, ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ເອົາ​ໃຈ​ໃສ່​ປັບປຸງ ​ລະບຽບ​​ການ​ເຄື່ອນ​ໄຫວ ​ຂອງ​ກໍາມາ​ທິການ​ ໃຫ້​ສອດຄ່ອງ​ກັບ ​ກົດໝາຍ​ສະພາ​ແຫ່ງ​ຊາດ ​ສະ​ປັບ​ປັບປຸງ 2015, ສອດຄ່ອງ​ກັບ​ໜ້າ​ທີ່​ ການ​ເມືອງ​ໄລຍະ​ໃໝ່, ຕ້ອງ​ຢຶດຖືຫລັກການ​ ປະຊາທິປະ​ໄຕ ​ເຮັດ​ວຽກ​ເປັນໝູ່ຄະນະ, ບຸກຄົນ​ຮັບຜິດຊອບ, ​ໃກ້​ສິດແຖ​ດ​ເຖິງ​​ ຮາກ​ຖານຕົວ​ຈິງ ​ເພື່ອ​ຮັບປະກັນ​ ເຮັດ​ໃຫ້​ການ​ລາຍ​ງານ ​ແລະ ສະໜອງຂໍ້​ມູນ ​ໃຫ້ການ​ນໍາ​ພິຈາລະນາ​ ຮັບຮອງມີ​ຄວາມ​ຊັດ​ເຈນ ຈະ​ແຈ້ງ ອັນ​ສໍາຄັນ​ແມ່ນ ຕ້ອງ​ມີ​ຄວາມ​ສາມັກຄີ​ ເປັນ​ຈິດໜຶ່ງ​ໃຈດຽວກັນ ​ໃນ​ການ​ປະຕິບັດ ໜ້າທີ່​ວຽກງານ “ຢາກ​ມີ​ຄວາມ​ສາມັກຄີ​ນັ້ນ​ ຕ້ອງ​ມີ​ການ​ຕໍ່ສູ້​ເພື່ອ​ຄວາມ​ສາມັກຄີ ​ເພື່ອ​ສ່ວນ​ລວມ ບົນ​ພື້ນຖານ​ຄວາມ​ຮັກ​ແພງ​ກັນ​ ຢ່າງ​ແທ້​ຈິງ ​ເພື່ອ​ຕອບ​ສະໜອງກັບ ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ມຸ່ງ​ມາດ​ ປາດ​ຖະໜາຂອງ​ປະຊາຊົນ.

ໃນ ​ຕອນ​ບ່າຍ ​ວັນ​ດຽວ​ກັນ​ນີ້, ໄດ້​ມີ​ພິມ​ອບ-ຮັບ​ໜ້າ​ທີ່​ ປະທານ​ກໍາມາ​ທິການ ກົດໝາຍ ​ແລະ ປະທານ​ ກໍາມາ​ທິການ​ຕ່າງປະ​ເທດ ຢູ່​ສະພາ​ແຫ່ງ​ຊາດ ລະຫວ່າງ ທ່ານ ກຸ​ແກ້ວ ອັກຄະ​ມົນຕີ ປະທານ​ກໍາມາ​ທິການ​ຕ່າງປະ​ເທດ​ຜູ້​ເກົ່າ ​ແລະ ທ່ານ ​ເອກ​ສະຫວ່າງ ວົງ​ວິຈິດ ປະທານ​ກໍາ​ມະ​ທິການ​ຕ່າງປະ​ເທດ​ຜຸ້​ໃໝ່; ທ່ານ ດາວ​ອນ ຫວ່າງວິຈິດ ປະທານ​ກໍາມາ​ທິການ​ ກົດໝາຍ​ຜູ້​ເກົ່າ ​ແລະ ທ່ານ ສາຍທອງ ​ແກ້ວ​ດວງ​ດີ ປະທານ​ກໍາມາ​ທິການ​ກົດໝາຍ​ຜູ້​ໃໝ່.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...