spot_img
Homeຂ່າວການພັດທະນາ41% ຂອງເດັກນ້ອຍລາວອາຍຸລຸ່ມ 5 ປີຍັງປະເຊີນກັບອັດຕາການຂາດສານອາຫານສູງ

41% ຂອງເດັກນ້ອຍລາວອາຍຸລຸ່ມ 5 ປີຍັງປະເຊີນກັບອັດຕາການຂາດສານອາຫານສູງ

Published on

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນປະເທດເຮົາຍັງປະສົບກັບອັດຕາການຂາດສານອາຫານໃນເດັກ ອາຍຸຕ່ຳກວ່າ 5 ປີລົງມາສູງຫຼາຍ, ຊຶ່ງມີເດັກປະມານ 360.000 ຄົນທີ່ມີພາວະການຂາດສານອາຫານແບບຊ້ຳເຮື້ອ (ເຕ້ຍ), ຈ່ອຍ, ນ້ຳໜັກຫຼຸດມາດຕະຖານ ແລະ ອັດຕາການເປັນ ເລືອດຈາງໃນເດັກຕ່ຳກວ່າ 5 ປີສູງເຖິງ 41 % ແລະ ສູງເຖິງ 60% ໃນເດັກອາຍຸຕ່ຳກວ່າ 2 ປີ, ຕາມຂໍ້ມູນປີ 2012 ແລະ ຄາດຄະເນວ່າແຕ່ລະປີຢູ່ປະເທດເຮົາ ມີເດັກອາຍຸຕ່ຳກວ່າ 5 ປີ ເສຍຊີວິດສູງເຖິງ 17.300 ຄົນ, ໃນນັ້ນຈຳນວນ 6.900 ຄົນ ( 40%) ທີ່ເສຍຊີວິດແມ່ນພົວພັນກັບການຂາດສານອາຫານ ແລະ ສະພາບການຂາດສານອາຫານແບບຊ້ຳເຮື້ອມີການພົວພັນຢ່າງໃກ້ຊິດກັບລະດັບການສຶກສາຕ່ຳ, ຍິ່ງໄປກວ່ານັ້ນຈະພາໃຫ້ມີລາຍຮັບຕ່ຳເມື່ອເຂົ້າສູ່ໄວຜູ້ໃຫຍ່, ການຂາດສານອາຫານຍັງເຮັດໃຫ້ມີຄ່າໃຊ້ຈ່າຍສູງຂຶ້ນ, ເນື່ອງຈາກເດັກເຫຼົ່ານັ້ນມັກຈະເຈັບປ່ວຍເລື້ອຍໆ, ອາດສົ່ງຜົນໃຫ້ແກ່ການສ້າງລາຍຮັບຂອງປະເທດຕ່ຳໃນອະນາຄົດ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວລັດຖະບານໄດ້ໃຫ້ບຸລິມະສິດແກ່ວຽກງານໂພຊະນາການ, ໂດຍການສ້າງຕັ້ງຄະນະກຳມະການໂພຊະນາການແຫ່ງຊາດ ແລະ ກອງເລຂາໃນທຸກຂັ້ນ, ເພີ່ມງົບປະມານ ແລະອຳນວຍຄວາມສະດວກຕ່າງໆໃນການປັບປຸງໂພຊະນາການຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ອົງການຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານທືນຮອນ ແລະ ວິຊາການເພື່ອແນ່ໃສ່ຫຼຸດຜ່ອນອັດຕາການຂາດສານອາຫານ ແລະ ກ້າວເຂົ້າສູ່ການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແລະ ເປົ້າໝາຍການທັດທະນາແບບຍືນຍົງໃນຕໍ່ໜ້າໄປຄຽງຄູ່ກັບບັນດາປະເທດຕ່າງໆໃນທົ່ວໂລກ, ເຊັ່ນດຽວກັບໂຄງການໂພຊະນະການ 1000 ວັນທີ່ພວມຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...