spot_img
Homeຂ່າວຕ່າງປະເທດມາເລເຊຍອອກຄົ້ນຫາຊາວຕ່າງຊາດສູນຫາຍໃກ້ນ່ານນໍ້າຟິລິບປິນ

ມາເລເຊຍອອກຄົ້ນຫາຊາວຕ່າງຊາດສູນຫາຍໃກ້ນ່ານນໍ້າຟິລິບປິນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ມາເລເຊຍກຳລັງຕິດຕາມຄົ້ນຫາຊາວຕ່າງຊາດ 3 ຄົນທີ່ສູນຫາຍໄປທາງນ່ານນໍ້າໃກ້ຟິລິບປິນຊຶ່ງເປັນເຂດທີ່ກຸ່ມຕິດອາວຸດມັກກໍ່ເຫດລັກພາຕົວຊ່ວງທີ່ຜ່ານມາ.

ເຈົ້າໜ້າທີ່ຍາມຝັ່ງເມເລເຊຍເປີດເຜີຍວ່າ ຊາວຕ່າງຊາດດັ່ງກ່າວຊຶ່ງເປັນຊາວແອັດສະປາຍ 2 ຄົນ ຊາວຈີນຮົງກົງ 1 ຄົນ ແລະ ອີກຄົນເປັນຊາວມາເລເຊຍ ສູນຫາຍໄປຕັ້ງແຕ່ຄໍ່າຄືນວັນຈັນທາງລັດຊາບາເທິງເກາະບໍນຽວຂອງມາເລເຊຍ ເຈົ້າໜ້າທີ່ຄາດວ່າເຮືອຂອງພວກເຂົາອາດປະສົບບັນຫາ ແລະລອຍຢູ່ໃນທະເລຊຶ່ງຍັງເປັນເຂດທີ່ຖືວ່າປອດໄພຢູ່ ແລະ ກ່າວວ່າ ທາງການມາເລເຊຍມີເຮືອຮົບ 2 ລຳ ແລະ ເຮືອນ້ອຍອີກຫຼາຍລຳ ລວມເຖິງເຮລິຄ໋ອບເຕີທີ່ປະຕິບັດການພາລະກິດລາດຕະເວນໃກ້ເກາະບໍນຽວທາງພາກເໜືອສຸດ.

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...