HomeBaby-ແມ່ແລະເດັກຄົນຖືພາ ສາມາດປົວ "ແຂ້ວ" ໄດ້ ຫຼື ບໍ່?

ຄົນຖືພາ ສາມາດປົວ “ແຂ້ວ” ໄດ້ ຫຼື ບໍ່?

Published on

ຄົນຖືພາ ສາມາດປົວ “ແຂ້ວ” ໄດ້ຫຼືບໍ່? ນີ້ຄົງເປັນຄຳຖາມຄາໃຈຂອງຄົນຖືພາຫຼາຍຄົນ ເພາະຫາກເກີດອາເຈັບແຂ້ວ, ອັກເສບເຫືອກ, ບວມແດງ ຫຼື ມີເລືອດອອກທີ່ແຂ້ວໃນຕອນຖືພາແລ້ວ ຫາກຈະພົບແພດປິ້ນປົວ ຫຼື ກິນຢາແກ້ປວດໃສ່ກໍ່ຢ້ານມີຜົນກະທົບກັບລູກນ້ອຍໃນທ້ອງ ມື້ນີ້ພວກເຮົາມີຄຳຕອບ

020

ການປົວແຂ້ວໃນເວລາຖືພາ

ໂດຍປົກກະຕິແລ້ວການປົວແຂ້ວກ້ານອື່ນໆເຊັ່ນ: ອັດແຂ້ວ, ຖອນແຂ້ວ, ຮັກສາຮ່ກແຂ້ວ ແລະ ການເຮັດແຂ້ວປອມແມ່ນສາມາດເຮັດໄດ້ ໃນຊ່ວງເວລາທີ່ເໝາະສົມຄືຊ່ວງໄລຍະອາຍຸຄັນປະມານ 4-6 ເດືອນ ເປັນຊ່ວງໄລຍະເວລາທີ່ປອດໄພທີ່ສຸດສຳລັບລູກໃນທ້ອງ ການຮັກສາທາງທັນຕະແພດຈະເຮັດໃຫ້ແມ່ຍິງຖືພາສາມາດກິນອາຫານໄດ້ຢ່າງມີປະສິດທິພາບ

ຖ້າແມ່ຖືພາມີອາການເຈັບແຂ້ວ ຫຼື ຮູ້ສຶກເຈັບເຫືອກ ຄວນໄປພົບແພດເພື່ອໄປຂໍຄຳປຶກສາ ຢ່າຊື້ຢາມາກິນເອງເດັດຂາດ ເຊັ່ນ: ພາຣາເຊຕາມໍ, ແອສໄພຣິນ ລວມທັງຢາແກ້ອັກເສບ ແລະ ຢາຕ້ານເຊື້ອຕ່າງໆ ກຸ່ມຢາພວກນີ້ຕ້ອງລະວັງໃຫ້ຫຼາຍໆ ທ່ານຕ້ອງຮູ້ວ່າຄວນກິນໃນປະລິມານເທົ່າໃດ ຈິ່ງບໍ່ເກີດຜົນເສຍຕໍ່ລູກໃນທ້ອງ ແລະ ຕົວຂອງແມ່ເອງ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...