Homeຂ່າວຕ່າງປະເທດຍີ່ປຸ່ນປະກາດ ຊ່ວຍເງິນ 7 ຕື້ໂດລາ ພັດທະນາບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ!

ຍີ່ປຸ່ນປະກາດ ຊ່ວຍເງິນ 7 ຕື້ໂດລາ ພັດທະນາບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພຶດສະພານີ້ວ່າ ໃນມື້ວານນີ້ (2 ພຶດສະພາ) ທ່ານ ຟູມິໂອະ ກິຊິດະ ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ ທີ່ກຳລັງ​ຢູ່​ຢ້ຽມຢາມປະເທດ​ໄທ ຢ່າງເປັນທາງການ ​ໄດ້​ປະກາດ​ຂໍ້​ລິ​ເລີ່​ມຊ່ວຍ​ເຫລືອ​ເງິນ 7 ຕື້ໂດລາ ​ພາຍໃນ 3 ປີຕໍ່ໜ້ານີ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ ຢູ່​​ເຂດ​ລຸ່ມ​ແມ່​ນ້ຳຂອງ ລວມມີ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຄື: ຫວຽດນາມ, ລາວ, ​ໄທ.

ທ່ານ ຟູມິໂອະ ກິຊິດະ ​ໄດ້​ຕີ​ລາຄາ​ສູງ​ຕໍ່ຄວາມ​ສຳຄັນ​ຂອງ​ ການ​ພັດທະນາ​ເສດຖະກິດ​ຢູ່​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ສຳລັບລັດຖະບານ ກໍຄືນັກລົງທຶນຍີ່ປຸ່ນ ໂດຍຂໍ້​ລິ​ເລີ່​ມດັ່ງກ່າວ​ນີ້ ຈະ​ຊ່ວຍ​ເພີ່ມ​ທະວີການຮ່ວມມື ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຍີ່ປຸ່ນ.

 

 
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...