spot_img
Homeຂ່າວຕ່າງປະເທດລັດຖະບານມຽນມາ ສັ່ງຫ້າມຕັດໄມ້ທົ່ວປະເທດ ຫວັງອະນຸລັກເນື້ອທີ່ປ່າໄມ້!

ລັດຖະບານມຽນມາ ສັ່ງຫ້າມຕັດໄມ້ທົ່ວປະເທດ ຫວັງອະນຸລັກເນື້ອທີ່ປ່າໄມ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ເມສາຜ່ານມານນີ້ວ່າ ລັດຖະບານໃໝ່ຂອງມຽນມາ ໄດ້ສັ່ງຫ້າມຕັດໄມ້ ໃນຂອບເຂດທົ່ວປະເທດ ຊຶ່ງເປັນໜຶ່ງໃນຄວາມພະຍາຍາມຂອງພາກລັດ ໃນການອະນຸລັກພື້ນທີ່ປ່າໄມ້ ໂດຍທ່ານ ຈອນສ່ວຍບາ ເຈົ້າໜ້າທີ່ລະດັບສູງຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ການອະນຸລັກສິ່ງແວດລ້ອມ ໄດ້ລະບຸວ່າ ມາດຕະການດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ຄວບຄຸມໄມ້ສັກ ແລະ ໄມ້ເນື້ອແຂງອື່ນໆ ທົ່ວທັງປະເທດ.

ທັງນີ້ ໃນເດືອນເມສາປີ 2014 ເປັນຕົ້ນມາ ມຽນມາໄດ້ສັ່ງຫ້າມສົ່ງອອກໄມ້ທ່ອນ ເພື່ອຫລຸດຜ່ອນການຕັດໄມ້ທຳລາຍປ່າ ແລະ ສົ່ງເສີມໃຫ້ມີການແປຮູບພາຍໃນປະເທດ ເນື່ອງຈາກຂໍ້ມູນຂອງກະຊວງປ່າໄມ້ມຽນມາ ໄດ້ລະບຸວ່າ ພື້ນທີ່ປ່າໄມ້ທົ່ວປະເທດ ໃນປີ 2010 ຍັງເຫລືອພຽງ 47% ຈາກພື້ນທີ່ທັງໝົດ 58% ໃນປີ 1990.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...